ວັນທີ 12 ຕຸລາ ວັນປະກາດເອກະລາດແຫ່ງຊາດລາວ

ກ່ອນໜ້ານີ້ 77 ປີ ຄືວັນທີ 12 ຕຸລາ 1945, ຢູ່ວຽງຈັນ ໄດ້ໂຮມຊຸມນຸມໃຫຍ່ປະກາດຄວາມເປັນເອກະ ລາດຂອງຊາດລາວເຮົາ ເປັນເທື່ອທຳອິດຈາກແອກປົກຄອງຂອງພວກລ່າເມືອງຂຶ້ນ ແລະ ພວກຮຸກຮານຕ່າງຊາດ ຊຶ່ງເປັນຂີດໝາຍແຫ່ງໄຊຊະນະຂອງການຕໍ່ສູ້ອັນພິລະອາດຫານ, ດ້ວຍຄວາມສາມັກຄີ ແລະ ການເສຍສະລະອັນໃຫຍ່ຫຼວງຂອງກອງທັບ ແລະ ປະຊາຊົນເຮົາພາຍໃຕ້ການນຳພາ ຂອງພັກປະຊາຊົນ ປະຕິວັດລາວ.
ຢ້ອນໄປເມື່ອທ້າຍສະຕະວັດທີ 19, ພວກລ່າເມືອງຂຶ້ນຝຣັ່ງເຂົ້າມາຮຸກຮານ ແລະ ຢຶດຄອງປະເທດເຮົາເປັນຫົວເມືອງຂຶ້ນແຕ່ປີ 1893-1954. ປະເທດລາວສູນເສຍເອກະລາດ, ປະຊາຊົນລາວຂາດອິດສະລະພາບກາຍເປັນຂ້ອຍຂ້າ ແລະ ຖືກຂູດຮີດຢ່າງແສນສາຫັດ. ດ້ວຍນໍ້າໃຈຮັກຊາດ, ຄຽດແຄ້ນພວກລ່າເມືອງຂຶ້ນ, ປະຊາຊົນລາວບັນດາເຜົ່າ ໄດ້ລຸກຮືຂຶ້ນຕໍ່ສູ້ຕ້ານຢ່າງເນື່ອງນິດລຽນຕິດໂດຍເລີ່ມຈາກຂະບວນການຕໍ່ສູ້ທີ່ບໍ່ມີພັກນໍາພາ ເປັນຕົ້ນຂະບວນການຕໍ່ສູ້ຂອງປະຊາຊົນແຂວງສະຫວັນນະເຂດ ພາຍໃຕ້ການນໍາພາຂອງພໍ່ກະດວດປີ 1901, ຂະບວນການຕໍ່ສູ້ຂອງເຈົ້າຟ້າເມືອງສິງປີ 1916, ຂະບວນການຕໍ່ສູ້ຂອງນາຍຄູຄໍາຢູ່ວຽງຈັນປີ 1920, ຂະບວນການຕໍ່ສູ້ຂອງເຈົ້າຟ້າປັດໄຈປີ 1918-1922 ແລະ ຂະບວນການຕໍ່ສູ້ອື່ນໆ ຊຶ່ງສະແດງໃຫ້ເຫັນເຖິງມູນເຊື້ອພິລະອາດຫານຂອງປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ, ແຕ່ເວລານັ້ນ ຍັງບໍ່ທັນມີພັກນໍາພາຂະບວນການຕໍ່ສູ້ຈຶ່ງປະລາໄຊ. ຮອດປີ 1934, ອົງຄະນະພັກແຄ້ວນລາວ ໄດ້ສ້າງຕັ້ງຂຶ້ນ ການຕໍ່ສູ້ຂອງປະຊາຊົນລາວຈຶ່ງກ້າວເຂົ້າສູ່ໄລຍະໃໝ່ດ້ວຍຄຸນນະພາບໃໝ່ ແລະ ພັກໄດ້ນໍາພາປະຊາ ຊົນລາວ ລຸກຮືຂຶ້ນຢຶດອໍານາດການປົກຄອງທົ່ວປະເທດໃນວັນທີ 23 ສິງຫາ 1945, ຂະບວນການຢຶດອໍານາດຢູ່ວຽງຈັນ ໄດ້ເລີ່ມຈາກການຕໍ່ສູ້ຂອງກໍາມະກອນໂຮງງານກາຟາ 500 ຄົນ, ການໂຮມຊຸມນຸມ ຊຶ່ງມີຜູ້ເຂົ້າຮ່ວມໝື່ນກວ່າຄົນ, ຢູ່ສະຫວັນນະເຂດປະຊາຊົນໄດ້ໂຄ່ນລົ້ມອໍານາດການປົກຄອງເກົ່າ ສ້າງຕັ້ງອໍານາດການປົກຄອງປະຕິວັດຂຶ້ນແທນໃນວັນທີ 30 ສິງຫາ ແລະ ຢູ່ທ່າແຂກວັນທີ 1 ກັນຍາ, ຢູ່ຊໍາເໜືອ ແຕ່ວັນທີ 26 ສິງຫາເຖິງເດືອນຕຸລາໄດ້ມີຂະບວນການບຸກເຂົ້າໂຈມຕີກອງທະຫານຂອງພວກຮຸກຮານ ແລະ ຢຶດ ເອົາຕົວເມືອງຄືນໄດ້ໃນໄລຍະບໍ່ເຖິງ 1 ເດືອນ; ປະຊາຊົນລາວທີ່ໄດ້ຮັບການຮ່ວມມືຢ່າງຕັ້ງໜ້າ ຂອງອ້າຍນ້ອງຫວຽດນາມ ໄດ້ລຸກຮືຂຶ້ນໂຄ່ນລົ້ມອໍານາດການປົກຄອງເກົ່າ ແລະ ສ້າງຕັ້ງອໍານາດການປົກຄອງປະຕິ ວັດຂຶ້ນຢູ່ຫລາຍທ້ອງຖິ່ນ ແລະ ໄດ້ຈັດຕັ້ງບັນດາກອງກໍາລັງປະກອບອາວຸດປ້ອງກັນຕົວ ຢູ່ຕົວເມືອງໃຫຍ່ຕ່າງໆ ເຊັ່ນ: ເມືອງວຽງຈັນ, ທ່າແຂກ, ສະຫວັນນະເຂດ, ຊຽງຂວາງ, ຊໍາເໜືອ ແລະ ຫລວງພະບາງ ໂດຍມີຕົວແທນກໍາລັງປະຕິວັດເປັນແກ່ນສານນໍາພາ ແລະ ປຸກລະດົມມວນຊົນສາມັກຄີກັນເດັດດ່ຽວຕໍ່ສູ້ກູ້ເອົາເອກະລາດ ແລະ ອິດສະລະພາບອັນແທ້ຈິງມາໃຫ້ປະເທດຊາດ. ຈາກເຫດການດັ່ງກ່າວໄດ້ສ້າງເງື່ອນ ໄຂໃຫ້ແກ່ການລຸກຮືຂຶ້ນຢຶດອໍານາດຈາກພວກລ່າເມືອງຂຶ້ນ ແລະ ປະກາດຄວາມເປັນເອກະລາດແຫ່ງຊາດ.
ວັນທີ 12 ຕຸລາ 1945 ໄດ້ກາຍເປັນເຫດການທີ່ມີຄວາມໝາຍປະຫວັດສາດຂອງຊາດລາວເຮົາ ຍ້ອນວ່າແມ່ນມື້ທີ່ມີການໂຮມຊຸມນຸມ ທີ່ສະໜາມກິລາແຫ່ງຊາດ (ສະໜາມກິລາເຈົ້າອານຸວົງໃນປັດຈຸບັນ) ຊຶ່ງມີມວນຊົນເຂົ້າຮ່ວມກວ່າ 2 ໝື່ນຄົນ. ໃນມື້ນີ້, ລັດຖະບານລາວອິດສະລະ ໄດ້ເປັນຕົວແທນໃຫ້ແກ່ວົງຄະນາຍາດແຫ່ງຊາດ ປະກາດຄວາມເປັນເອກະລາດຂອງປະເທດລາວຕໍ່ໂລກຢ່າງເປັນທາງການ, ປະກາດໂຮມແຜ່ນ ດິນລາວເປັນເອກະພາບທັງໄດ້ອອກຖະແຫລງການກ່ຽວກັບການປ່ຽນແປງການປົກຄອງ, ລຶບລ້າງທຸກໆສັນ ຍາທີ່ລາວໄດ້ເຊັນກັບຝຣັ່ງ, ປະກາດໃຊ້ລັດຖະທໍາມະນູນສະບັບທໍາອິດ, ປະກາດໃຊ້ເພງຊາດ, ທຸງຊາດ, ( ທຸງຊາດລາວປັດຈຸບັນ) ປະກາດແຕ່ງຕັ້ງຄະນະລັດຖະບານຊົ່ວຄາວ ຊຶ່ງມີສະເດັດເຈົ້າສຸພານຸວົງ ເປັນລັດ ຖະມົນຕີວ່າການກະຊວງການຕ່າງປະເທດ ແລະ ຕໍ່ມາໄດ້ດໍາລົງຕໍາແໜ່ງເປັນຜູ້ບັນຊາການທະຫານສູງສຸດອີກ…ການປະກາດເອກະລາດວັນທີ 12 ຕຸລາ 1945 ເຮັດໃຫ້ຊາວໂລກຮັບຮູ້ຄວາມເປັນຊາດລາວຂອງພວກເຮົາ, ຮັບຮູ້ອະທິປະໄຕ ແລະ ເຂດນໍ້າແດນດິນຂອງລາວ, ຮັບຮູ້ລັດຖະບານຊົ່ວຄາວຂອງລາວ ແລະ ຮັບຮູ້ວ່າຊາດລາວ-ຄົນລາວເປັນຄົນທີ່ມີກຽດສັກສີເໝືອນຄົນຊາດອື່ນໆ ແລະ ຢາກມີອິດສະລະພາບ, ເປັນເຈົ້າຊະຕາກໍາຂອງຕົນເອງ ແລະ ຢາກພັດທະນາຕົນເພື່ອຄວາມຢູ່ດີກິນດີ ແລະ ຄວາມຈະເລີນວັດທະນາ, ຍ້ອນແນວນັ້ນພວກເຮົາຈຶ່ງຖືເອົາວັນປະກາດເອກະລາດ 12 ຕຸລາ 1945 ເປັນວັນປະຫວັດສາດທີ່ສໍາຄັນຂອງຊາດ, ເປັນວັນແຫ່ງຄວາມເອກອ້າງທະນົງໃຈ ຕໍ່ຄວາມອາດຫານຊານໄຊ ໃນການຕໍ່ສູ້ບົນຈິດໃຈຍອມຕາຍດີກວ່າເປັນຂ້ອຍຂ້າ; ຕາຍເພື່ອເອກະລາດດີກວ່າຢູ່ພາຍໃຕ້ແອກປົກຄອງຂອງຕ່າງຊາດ; ຈາກນັ້ນມານໍ້າໃຈວັນທີ 12 ຕຸລາ ຈຶ່ງກາຍເປັນມູນເຊື້ອແຫ່ງການຕໍ່ສູ້ມີໄຊຂອງຄົນລາວຜູ້ຮັກຊາດ ພາຍໃຕ້ການນໍາພາຂອງພັກ, ສາມາດປົດປ່ອຍຊາດໄດ້ຢ່າງສົມບູນ ແລະ ໄດ້ສະຖາປະນາເປັນສາທາລະນະລັດ ປະຊາທິປະ ໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975.
ເພື່ອສືບຕໍ່ເສີມຂະຫຍາຍມູນເຊື້ອ 12 ຕຸລາມະຫາໄຊ, ຄະນະພັກ-ຄະນະນໍາທຸກຂັ້ນຕ້ອງເອົາໃຈໃສ່ໂຄສະ ນາສຶກສາອົບຮົມການເມືອງ-ແນວຄິດພະນັກງານ ສະມາຊິກພັກ ແລະ ປະຊາຊົນບັນດາຊັ້ນຄົນທີ່ຂຶ້ນກັບການນໍາພາ-ຄຸ້ມຄອງຂອງຕົນ ເຊີດຊູນ້ໍາໃຈຮັກຊາດຕິດພັນກັບການຊຸກຍູ້ການພັດທະນາໃຫ້ດໍາເນີນໄປຢ່າງຕັ້ງໜ້າ ແລະ ເປັນຂະບວນການຕໍ່ເນື່ອງໂດບການສືບຕໍ່ຈັດຕັ້ງການຮຽນ, ຄົ້ນຄວ້າເຊື່ອມຊຶມມະຕິກອງປະ ຊຸມໃຫຍ່ຂອງພັກ ໃຫ້ເລິກເຊິ່ງທົ່ວເຖິງທຸກເປົ້າໝາຍ; ຫັນຄວາມຮັບຮູ້-ເຂົ້າໃຈໃຫ້ກາຍເປັນການກະທໍາຕົວຈິງນັ້ນຄື ການຜັນຂະຫຍາຍເປັນແຜນງານ-ເປັນໂຄງການເຄື່ອນໄຫວລະອຽດແຕ່ລະໄລຍະໂດຍຄະນະພັກນໍາພາ-ຊີ້ນໍາເຮັດໃຫ້ສອດຄ່ອງກັບໜ້າທີ່ການເມືອງ, ໜ້າທີ່ວິຊາສະເພາະຂອງແຕ່ລະກົມກອງຂະແໜງການໜ່ວຍງານທັງແບ່ງງານມອບໝາຍຄວາມຮັບຜິດຊອບຈັດຕັ້ງປະຕິບັດໃຫ້ຈະແຈ້ງ, ເພີ່ມທະວີຄວາມສາມັກຄີປອງດອງຂອງປະຊາຊົນບັນດາເຜົ່າພາຍໃຕ້ການນໍາພາຂອງພັກ, ເອົາໃຈໃສ່ຈໍາກັດ ແກ້ໄຂປາກົດການຫຍໍ້ ທໍ້ຕ່າງໆໃນສັງຄົມ, ສ້າງບັນຍາກາດເບີກບານມ່ວນຊື່ນເຮັດໃຫ້ປະເທດຊາດມີຄວາມສະຫງົບປອດໄພ ເປັນ ລະບຽບຮຽບຮ້ອຍ, ເປັນປະເທດທີ່ໜ້າທ່ຽວໜ້າຊົມ, ເອົາໃຈໃສ່ກໍ່ສ້າງຮາກຖານການເມືອງ ແລະ ພັດທະ ນາຊົນນະບົດຮອບດ້ານ, ເພີ່ມທະວີການຄຸ້ມຄອງເສດຖະກິດ-ສັງຄົມໂດຍສະເພາະການຄຸ້ມຄອງຕະຫລາດ,ລາຄາສິນຄ້າ ແລະ ຄ່າບໍລິການບໍ່ໃຫ້ມີການສວຍໂອກາດກອບໂກຍກໍາໄລ, ຮັບປະກັນໃຫ້ຄ່າຄອງຊີບແລະ ຊີວິດການເປັນຢູ່ຂອງພະນັກງານ, ທະຫານ, ຕໍາຫລວດ ແລະ ພໍ່ແມ່ປະຊາຊົນເປັນປົກກະຕິ. ເພີ່ມທະວີຄວາມສັກສິດຄຸ້ມຄອງສັງຄົມຕາມລະບຽບກົດໝາຍ ໂດຍການແກ້ໄຂບັນຫາໄພສັງຄົມ ແລະ ປາກົດການຫຍໍ້ທໍ້ຕ່າງໆດ້ວຍມາດຕະການສັງລວມ ແລະ ດ້ວຍກໍາລັງແຮງຂອງທົ່ວສັງຄົມທັງຍູ້ແຮງການສຶກສາ ແລະ ສາທາລະນະສຸກ ແລະ ການປະຕິບັດນະໂຍບາຍຕໍ່ຜູ້ມີຄຸນງາມຄວາມດີ ຕໍ່ປະເທດຊາດ ແລະ ການປະຕິ ວັດ; ເສີມສ້າງຄວາມເປັນທໍາ ແລະ ຄຸນນະທໍາໃນສັງຄົມ, ປະຕິບັດແນວທາງການຕ່າງປະເທດສັນຕິພາບ, ເອກະລາດ, ມິດຕະພາບ ແລະ ຮ່ວມມືຢ່າງຕັ້ງໜ້າ; ເສີມຂະຫຍາຍຄວາມຮັບຜິດຊອບ ແລະອຄວາມເປັນເຈົ້າການພົວພັນຮ່ວມມືກໍຄືການຈັດຕັ້ງປະຕິບັດແຜນການ ແລະ ຂໍ້ຕົກລົງວ່າດ້ວຍການຮ່ວມມືກັບບັນດາປະເທດເພື່ອນມິດຍຸດທະສາດ, ບັນດາປະເທດໃນອາຊຽນ, ປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາ ກົນ ລວມທັງຂອບການຮ່ວມມືອື່ນໆ.

