ກະຊວງກະສິກຳສຳເລັດການເຝິກອົບຮົມທິດສະດີການເມືອງການປົກຄອງ 45 ວັນ, ຊຸດທີ 13
ໃນວັນທີ 10 ເມສານີ້, ກະຊວງກະສິກຳ ແລະ ປ່າໄມ້ໄດ້ຈັດພິທີປິດຊຸດເຝິກອົບຮົມທິດສະດີ ການເມືອງ-ການປົກຄອງ 45 ວັນ ຊຸດທີ 13 ແລະ ວຽກພັກ-ພະນັກງານ 5 ວັນຄັ້ງທີ 9 ໃຫ້ແກ່ສະມາຊິກພັກ-ພະນັກງານຫລັກ ແຫລ່ງອ້ອມຂ້າງກະຊວງ ແລະ ມອບໃບຢັ້ງຢືນໃຫ້ຜູ້ສຳເລັດການ ອົບຮົມດັ່ງກ່າວ.ໂດຍການເຂົ້າ ຮ່ວມຂອງ ທ່ານ ລຽນ ທີແກ້ວ ລັດຖະມົນຕີກະຊວງດັ່ງກ່າວ.
ໃນພິທີໄດ້ສັງເກດຕີລາຄາຜົນໄດ້ຮັບຈາກການເຝິກອົບຮົມຄັ້ງນີ້, ພ້ອມຍົກໃຫ້ເຫັນດ້ານດີ ດ້ານອ່ອນ ແລະ ຂໍ້ຂົງຄ້າງຕ່າງໆທີ່ຈະຕ້ອງໄດ້ນຳໄປປັບປຸງແກ້ໄຂ ແລະ ໃນໂອກາດນີ້ ທ່ານ ລຽນ ທີແກ້ວ, ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ໄດ້ໃຫ້ກຽດມອບໃບຢັ້ງຢືນການເຝິກອົບຮົມວຽກພັກ- ພະນັກງານ ພ້ອມທັງມອບໃບຊົມເຊີຍໃຫ້ແກ່ບຸກຄົນດີເດັ່ນແກ່ຊຸດເຝິກອົບຮົມໃນຄັ້ງນີ້ພ້ອມໄດ້ໂອ້ລົມໃຫ້ທິດຊີ້ນຳຕໍ່ ສຳເລັດການເຝິກອົບຮົມຄັ້ງນີ້ຈິ່ງໄດ້ນຳເອົາຄວາມຮູ້ຄວາມສາມາດ, ສະຕິປັນຍາທີ່ໄດ້ຮັບຈາກການ ເຝິກອົບຮົມໄປຜັນຂະຫຍາຍເຂົ້າໃນ ວຽກງານຕົວຈິງຂອງຕົນຮັບ ຜິດຊອບໃຫ້ມີຜົນສຳເລັດ.

