ການແກ້ໄຂບັນຫາເສັ້ນທາງໃນນະຄອນຫລວງວຽງຈັນຍັງຊັກຊ້າ ແຕ່ປະຊາຊົນຍັງເຊື່ອໝັ້ນ ແລະ  ລໍຄອຍດ້ວຍຄວາມຫວັງ

ການແກ້ໄຂບັນຫາເສັ້ນທາງໃນນະຄອນຫລວງວຽງຈັນຍັງຊັກຊ້າ ແຕ່ປະຊາຊົນຍັງເຊື່ອໝັ້ນ ແລະ ລໍຄອຍດ້ວຍຄວາມຫວັງ

ນັບແຕ່ລະດູຝົນເປັນຕົ້ນມາ ຫລາຍເສັ້ນທາງໃນນະຄອນຫລວງວຽງຈັນ ໄດ້ຮັບຜົນກະທົບຈາກຝົນຕົກໜັກ, ນໍ້າຖ້ວມຂັງ ເຮັດໃຫ້ການສັນຈອນໃນໄລຍະລະດູຝົນຫຍຸ້ງຍາກ ແລະ ການແກ້ໄຂບັນຫາເສັ້ນທາງເປ່ເພກໍຫຍຸ້ງຍາກເຊັ່ນກັນ. ຕາມການຖະແຫລງຂອງຫົວໜ້າພະແນກ ຍທຂ ນະຄອນຫລວງວຽງຈັນ ໃນໄລຍະຜ່ານມາວ່າ “ການສ້ອມແປງເສັ້ນທາງຢູ່ໃນນະຄອນຫລວງວຽງຈັນ ໃນໄລຍະລະດູຝົນນັ້ນມີຄວາມຫຍຸ້ງຍາກຫລາຍ ແລະ ຈະເຮັດໃຫ້ໄດ້ມາດຕະຖານກໍເປັນໄປໄດ້ຍາກ ຕ້ອງລໍໃຫ້ໝົດລະດູຝົນກ່ອນ ຈຶ່ງຈະແກ້ໄຂໄດ້. ນອກນີ້, ຍັງພົບບັນຫາເລື່ອງງົບປະມານໃນການສ້ອມແປງອີກດ້ວຍ”. ນະຄອນຫລວງວຽງຈັນ…

ສະຫລອງບຸນປະເພນີໃຫ້ ມີຄວາມປະທັບໃຈ

ສະຫລອງບຸນປະເພນີໃຫ້ ມີຄວາມປະທັບໃຈ

ອີກບໍ່ເທົ່າໃດມື້ກໍຈະຮອດບຸນນະມັດສະການພະທາດຫລວງວຽງຈັນແລ້ວ ຊຶ່ງປີນີ້ກໍບໍ່ຕ່າງກັບຊຸມປີຜ່ານມາໂດຍຕົ້ນຕໍແມ່ນພວກເຮົາຈະເນັ້ນການສົ່ງເສີມ ແລະ ຮັກສາຮີດຄອງປະເພນີອັນດີງາມຂອງຊາດລາວເຮົາທີ່ສືບທອດກັນມາແຕ່ບູຮານນະກາດ,ພ້ອມໃຫ້ຕິດພັນກັບການສົ່ງເສີມການຜະລິດ ຂອງປະຊາຊົນ ແລະ ຕິດພັນກັບການທ່ອງທ່ຽວທີ່ໂດດເດັ່ນຂອງຊາດ. ຈາກບົດຮຽນຫລາຍປີຜ່ານມາຜູ້ອ່ານຫລາຍທ່ານໄດ້ມີຄຳເຫັນສ່ອງແສງມາວ່າ: ເລື່ອງການຈັດງານບຸນປະເພນີຂອງຊາດ ໄລຍະຜ່ານມານີ້ຖືວ່າມີຫລາຍອັນ ໄດ້ ຮັບການປັບປຸງດີຂຶ້ນໃຫ້ສອດຄ່ອງກັບສະພາບຂອງຍຸກສະໄໝ ເປັນຕົ້ນການຮັກສາໄດ້ຮີດຄອງປະເພນີ ດັ້ງ ເດີມທີ່ປະທັບໃຈ, ເປັນການເຕົ້າໂຮມຄວາມສາມັກຄີ,ສົ່ງເສີມການຜະລິດແລະ ການທ່ອງທ່ຽວທີ່ແທ້ຈິງ,ແຕ່ຄຽງຄູ່ກັນນັ້ນກໍຍັງມີປາກົດ ການຫຍໍ້ທໍ້ຈຳນວນຫນຶ່ງທີ່ແກ້ໄຂຍາກນັ້ນກໍຄື: ການຄວາມຮັກສາອະນາໄມ ,…

ການ​​ຕີຄີ ກິລາພື້ນເມືອງທີ່ຂາດບໍ່ໄດ້ໃນບຸນພະທາດຫລວງວຽງຈັນ

ການ​​ຕີຄີ ກິລາພື້ນເມືອງທີ່ຂາດບໍ່ໄດ້ໃນບຸນພະທາດຫລວງວຽງຈັນ

ການ​​ຕີຄີ ​ແມ່ນກິລາ​ພື້ນ​ເມືອງ ​​ເປັນ​ກິ​ດຈະ​ກຳ​ໜຶ່ງ​ທີ່​ຈັດ​ຂຶ້ນໃນ​ຕອນ​ບ່າຍມື້​ສຸດ​ທ້າຍ​ຂອງ​ບຸນ​ນະມັດສະການ​ ພະທາດ​ຫລວງ ​ເພື່ອ​ເຕົ້າ​ໂຮມ​ຄວາມ​ສາມັກຄີ​ລະຫວ່າງບ້ານຕໍ່​ບ້ານ ​ແລະ ​ສ້າງ​ຄວາມ​ສາມັກຄີຮັກ​ແພງ​ລະ ຫວ່າງພະນັກງານ​ ​ກັບປະຊາຊົນທັງຍັງ​ເປັນກິດຈະກຳ​ທີ່​ສາມາດ​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ມວນ​ຊົນທັງ​ລາວ ​ແລະ ຕ່າງປະ​ເທດ. ພາຍຫລັງ​ສຳ​ເລັດ​ພິທີ​ຕັກບາດຖວາຍ​ສັງຄະ​ທານຕອນເຊົ້າມື້ຂຶ້ນ 15 ຄ່ຳເດືອນ 12 ລາວໂດຍໃນຕອນ ບ່າຍມື້ດຽວກັນກໍໄດ້ມີການແຂ່ງຂັນຕາມປະເພນີ. ກ່ອນການແຂ່ງຂັນ ໄດ້ມີພິທີນຳເອົາລູກຄີ ແຫ່ອ້ອມລານພະທາດຫລວງ…

ແພດໝໍແນະນໍາໃຫ້ຜູ້ທີ່ສູບຢາ ຫລື ເຄີຍສູບ ຄວນກວດມະເຮັງປອດ ແລະ ຫລອດເລືອດຫົວໃຈທຸກໆ 5 ປີ

ແພດໝໍແນະນໍາໃຫ້ຜູ້ທີ່ສູບຢາ ຫລື ເຄີຍສູບ ຄວນກວດມະເຮັງປອດ ແລະ ຫລອດເລືອດຫົວໃຈທຸກໆ 5 ປີ

ທ່ານໝໍ ຊາດທະນົງ ຍອດວຸດ ໝໍພະຍາດຫົວໃຈ ໂຮງໝໍຫົວໃຈກຸງເທບ ແຫ່ງປະເທດໄທ ໃຫ້ຄວາມຮູ້ສໍາລັບຜູ້ທີ່ກໍາລັງສູບຢາ ຫລື ເຄີຍສູບຢາໄລຍະເວລາຫລາຍກວ່າ 30 ປີ ແລະ ຫລາຍກວ່າ 1 ຊອງຕໍ່ມື້ ( ຫລື ເທົ່າກັບ 30 ປີຊອງ…

ເດືອນ 12 ລາວ ມີບຸນກະຖິນ ແລະ ບຸນໄຫວ້ພະທາດ

ເດືອນ 12 ລາວ ມີບຸນກະຖິນ ແລະ ບຸນໄຫວ້ພະທາດ

ນັບແຕ່ມື້ແຮມ 1 ຄໍ່າ ເດືອນ 11 ຈົນຮອດວັນເພັງເດືອນ 12 ຊຶ່ງເປັນເວລາ 1 ເດືອນພໍດີ ໂດຍໄລຍະນີ້ທາງວິໄນສົງ ຮຽກວ່າ ” ຈີວະຣະກາລະສະໄໝ ” ແປວ່າ ໄລຍະເວລາເຮັດຜ້າຈີວອນ ຫລື ຮຽກວ່າ ”…

ແຫ່ຜາສາດເຜິ້ງ ເປັນການສ້າງບຸນກຸສົນ ເຊື່ອຕາຍໄປແລ້ວຈະໄດ້ຂຶ້ນສະຫວັນຊັ້ນຟ້າ

ແຫ່ຜາສາດເຜິ້ງ ເປັນການສ້າງບຸນກຸສົນ ເຊື່ອຕາຍໄປແລ້ວຈະໄດ້ຂຶ້ນສະຫວັນຊັ້ນຟ້າ

ບຸນພະທາດຫລວງວຽງຈັນແຕ່ລະປີມີຫລາຍກິດຈະກຳມ່ວນຊື່ນ ແລະ ຕິດພັນກັບສາສະໜາ ກາຍເປັນວັດ ທະນະທຳທີ່ດີງາມທັງປະເພນີທັງເປັນການສະແດງອອກເຖິງຄວາມພາກພຽນພະຍາຍາມ, ການປະດິດຄິດສ້າງ ທັງເປັນການເຕົ້າໂຮມຄວາມສາມັກຄີລະຫວ່າງຄອບຄົວ, ບ້ານ ແລະ ເມືອງ ໜຶ່ງໃນນີ້ທີ່ຂາດບໍ່ໄດ້ກໍຄືການ​ແຫ່​ຜາສາດ​ເຜິ້ງ ​ໂດຍຈັດ​ຂຶ້ນ​​ໃນມື້​ທີ​ສອງ​ຂອງ​ບຸນນະມັດສະການພະທາດຫລວງ​ຂຶ້ນ 14 ຄໍ່າ ​ເດືອນ​ ສິບ​ສອງ​ລາວ. ​ ການ​ແຫ່​ຜາສາດ​ເຜິ້ງ ​ເປັນ​ປະ​ເພນີ​ທີ່ສືບທອດກັນມາແຕ່ດົນນານ ຕາມຄວາມເຊື່ອ…

ເລັ່ງສົ່ງເສີມການທ່ອງທ່ຽວເພື່ອຄວາມຍືນຍົງຮັ່ງມີຂອງປະເທດ

ເລັ່ງສົ່ງເສີມການທ່ອງທ່ຽວເພື່ອຄວາມຍືນຍົງຮັ່ງມີຂອງປະເທດ

ໂດຍ: ທິດກໍ່າ ດັ່ງທີ່ເຫັນນຳກັນມາແລ້ວວ່າ: ພາຍຫລັງພັກ ແລະ ລັດຖະບານເຮົາໄດ້ເປີດປະເທດມາແຕ່ກາງເດືອນພຶດສະພາ 2022 ເປັນຕົ້ນມາ ເຫັນວ່າຂະແໜງການທ່ອງທ່ຽວກໍເລີ່ມມີບັນຍາກາດໃໝ່ ແລະ ຄຶກຄັກ. ບັນດານັກທ່ອງທ່ຽວທີ່ໄດ້ເຂົ້າມາທ່ຽວລາວສ່ວນຫລາຍກໍແມ່ນພີ່ນ້ອງຊາວໄທທີ່ເປັນເພື່ອນບ້ານໃກ້ຄຽງທີ່ມີຊາຍແດນຕິດຈອດກັນແຕ່ເໜືອສຸດໃຕ້. ນອກຈາກມີນັກທ່ອງທ່ຽວຈາກປະເທດໄທແລ້ວ ກໍມີຫລາຍໆປະເທດຈາກອາຊີ-ເອີຣົບໄດ້ເລີ່ມທະຍອຍເຂົ້າມານັບມື້ຫລາຍຂຶ້ນ. ຄາດວ່ານັບຈາກນີ້ໄປ ຖ້າບໍ່ມີໂຣຄາພະຍາດ, ໂຣກລະບາດ, ໄພທຳມະຊາດ ຕະຫລອດເສິກສົງຄາມບໍ່ມາບຸກລຸກຮາວີ ປະເທດຂາດຂອງພວກເຮົາກໍຈະມີການພັດທະນາຢ່າງວ່ອງໄວກ້າວກະໂດດຂັ້ນ…

ພະນັກງານລັດເຮັດຈິງ ເສຍສະລະແທ້ ຄວາມທຸກຍາກຂອງປະຊາຊົນຈຶ່ງແກ້ໄຂໄດ້

ພະນັກງານລັດເຮັດຈິງ ເສຍສະລະແທ້ ຄວາມທຸກຍາກຂອງປະຊາຊົນຈຶ່ງແກ້ໄຂໄດ້

ເສດຖະກິດ-ສັງຄົມ ໄດ້ຮັບການພັດທະນາໄປຕາມຍຸກສະໄໝ ສະພາບຈຸດພິເສດ ແລະ ເງື່ອນໄຂຕົວຈິງຊຶ່ງເປັນສ່ວນສຳຄັນຕໍ່ການຫລຸດຜ່ອນຄວາມທຸກຍາກ ເປັນຂັ້ນໄດກ້າວຂຶ້ນສູ່ການລຶບລ້າງຄວາມທຸກຍາກຢູ່ປະເທດເຮົາສຳເລັດໂດຍພື້ນຖານ ຊຶ່ງຜ່ານມາ, ພັກ-ລັດ ໄດ້ສຸມທຸກຄວາມພະຍາຍາມແກ້ໄຂໂດຍການເອົາຄວາມທຸກຍາກຂອງປະຊາຊົນສອດຫ້ອຍຢູ່ນຳທຸກວຽກ ແລະ ເຮັດຢ່າງມີການຈັດຕັ້ງເປັນລະບົບຄັກແນ່ສົ່ງຜົນເຮັດໃຫ້ຄວາມທຸກຍາກຂອງປະຊາຊົນນັບມື້ຫລຸດລົງຢ່າງຈະແຈ້ງ. “ຈົ່ງອາຍ ຈົ່ງຊັງຄວາມທຸກ” ວະລີນີ້ຍັງຄົງຕິດຫູຜູ້ຂຽນມາຈົນເຖິງທຸກມື້ນີ້ ແລະ ກາຍເປັນພະລັງໃຈ ພະ ລັງກາຍໃຫ້ແກ່ປະຊາຊົນທີ່ຫາເຊົ້າກິນຄໍ່າ ຫລື ຜູ້ບໍ່ມີທາງອອກສ້າງເນື້ອສ້າງໂຕໄດ້ເປັນຢ່າງດີທີ່ສຸດ…

ຄວາມເຊື່ອ-ວັດທະນະທຳ, ກິດຈະກຳມ່ວນຊື່ນ ແລະ ການຈຳກັດຂອບເຂດບາງບໍລິບົດ ທີ່ສະແດງອອກເພື່ອພັດທະນາ ຫລື ການເສື່ອມໂຊມ

ຄວາມເຊື່ອ-ວັດທະນະທຳ, ກິດຈະກຳມ່ວນຊື່ນ ແລະ ການຈຳກັດຂອບເຂດບາງບໍລິບົດ ທີ່ສະແດງອອກເພື່ອພັດທະນາ ຫລື ການເສື່ອມໂຊມ

ສັງຄົມລາວ ມີຄວາມເຊື່ອເລື່ອງຜີຫລາກຫລາຍຢ່າງເຊັ່ນ ເທວະດາອາຮັກ, ຜີນາງໄມ້, ຜີຕາແຮກ, ຜີບັນພະບູລຸດ, ຜີເຜດ… ຍ້ອນເຫັນວ່າໂລກນີ້ບໍ່ໄດ້ມີແຕ່ເຮົາ ແລະ ຜີເຫລົ່ານັ້ນກໍຄືໂລກຫລັງຄວາມຕາຍທີ່ພົວພັນກັບສາສະໜາທີ່ຢຶດຖື ແລະ ກາຍເປັນຮີດຄອງຕ່າງໆ. ໄລຍະໃໝ່ມານີ້ ນອກຈາກລາວເຮົາຈະມີຜີຢ່າງມາກມາຍກ່າຍກອງແລ້ວ ຍັງມີວັນຜີສາກົນ ຫລື ຜີຊາວຕາເວັນຕົກເຂົ້າມາອີກ ນັ້ນກໍຄື “ວັນຮາໂລວີນ Halloween”…

ຜູ້ຫວັງດີເຕືອນສາຍຄວັນ ! ກ່ອນຈະຊ້າເກີນໄປ

ຜູ້ຫວັງດີເຕືອນສາຍຄວັນ ! ກ່ອນຈະຊ້າເກີນໄປ

ວັນທີ 31 ຕຸລາ 2022 ນີ້ ຜູ້ໃຊ້ເຟສບຸກ Mexai Dexlao ໂພສໃນເຟສສ່ວນຕົວວ່າ: “ໃຜທີ່ເປັນສາຍປາຕີ້ ຫຼື ສາຍມັກລອງ ມື້ນີ້ຂ້ອຍຢາກຂໍເຕືອນ ໃຜທີ່ສູບຢາສູບໄຟຟ້າແລ້ວໃສ່ນ້ຳຢາ CBD ຢາກຝາກເຕືອນໃຫ້ເຊົາສູບ ມື້ວານນີ້ (ວັນທີ 30 ຕຸລາ)…