ຢູ່ລາວ ມີການໂພສຂາຍສິ່ງຜິດກົດໝາຍ ພາກສ່ວນໃດຮັບຜິດຊອບຄວນເລັ່ງດ່ວນກວດກາ

ຢູ່ລາວ ມີການໂພສຂາຍສິ່ງຜິດກົດໝາຍ ພາກສ່ວນໃດຮັບຜິດຊອບຄວນເລັ່ງດ່ວນກວດກາ

ສິ່ງຜິດກົດໝາຍຕ່າງໆລວມທັງພືດມີສານເສບຕິດ ເປັນພືດທີ່ກົດໝາຍຂອງສປປ ລາວ ເກືອດຫ້າມໂດຍບໍ່ອະນຸຍາດໃຫ້ປູກ, ປຸ່ງແຕ່ງ, ຜະລິດ, ຊື້-ຂາຍ, ຈຳໜ່າຍ, ຄອບຄອງ, ນຳເຂົ້າ-ສົ່ງອອກ ແລະ ຂົນສົ່ງຜ່ານສປປ ລາວ. ເຖິງວ່າມີກົດໝາຍປານແຕ່ກໍຍັງປາກົດເຫັນການຜະລິດປຸງແຕ່ງແລ້ວໂພສຊື້-ຂາຍຢູ່ຕາມສື່ອອນລາຍຢ່າງເປີດແປນ ແລະ ທ້າທາຍ ຊຶ່ງມີທັງບຸກຄົນ ແລະ ການຕັ້ງກຸ່ມຊື້-ຂາຍທົ່ວປະເທດລາວທີ່ສາມາດສ້າງຄວາມສະດວກໃຫ້ຫລາຍຄົນເຂົ້າເປັນສະມາຊິກກຸ່ມ ແລະ…

ການຈັດກິດຈະກຳ ຕ້ອງມີຄວາມຮັບຜິດຊອບຕໍ່ສະຖານທີ່ ແລະ ຜູ້ເຂົ້າຮ່ວມຄວນມີມາລະຍາດໃນການຖິ້ມສິ່ງເສດເຫລືອ

ການຈັດກິດຈະກຳ ຕ້ອງມີຄວາມຮັບຜິດຊອບຕໍ່ສະຖານທີ່ ແລະ ຜູ້ເຂົ້າຮ່ວມຄວນມີມາລະຍາດໃນການຖິ້ມສິ່ງເສດເຫລືອ

ປັດຈຸບັນເຫັນວ່າມີການຈັດງານກິດຈະກຳຕ່າງໆຫລາຍຂຶ້ນຫລາຍກິດຈະກຳ ບໍ່ວ່າຈະເປັນກິດຈະກຳເພື່ອການກຸສົນ ຫລື ກິດຈະກຳສະເຫລີມສອງຫລອງວັນສຳຄັນຕ່າງໆ ສ່ວນຫລາຍຈະເປັນກິດຈະກຳແລ່ນເພື່ອສຸຂະພາບ ຜ່ານມາມັກຈະມີຫລາຍກິດຈະກຳຈັດຂຶ້ນ ຢູ່ເຂດເສດຖະກິດ ບຶງທາດຫລວງ ນະຄອນຫລວງວຽງຈັນ ເພື່ອເປັນການສະເຫລີມສະຫລອງວັນພິເສດໃດໜຶ່ງ, ພິທີແຂ່ງຂັນກິລາແລ່ນລານ ຫລື ເປັນການກະຊັບມິດອ້າຍນ້ອງ ເພື່ອນຮ່ວມງານ ໃຫ້ມີຄວາມຮັກແພງສາມັກຄືກັນ. ແຕ່ບັນຫາທີ່ເກີດຂຶ້ນຄືມີຄົນທີ່ເຂົ້າຮ່ວມງານຈຳນວນໜຶ່ງຂາດຄວາມຮັບຜິດຊອບຕໍ່ຄວາມເປັນລະບຽບຮຽບຮ້ອຍຈົບງາມ ໂດຍສະເພາະການຖິ້ມຂີ້ເຫຍື້ອຊະຊາຍຢັ່ງຢາຍຢູ່ຕາມສະຖານທີ່ກິດຈະກຳ ທັງໆທີ່ພາຍໃນງານກໍມີການວາງຖັງຂີ້ໄວ້ເປັນຈຸດໆ ແຕ່ກໍບໍ່ພາກັນໄປຖິ້ມໃສ່ຖັງທີ່ໜ່ວຍງານກ່ຽວຂ້ອງຈັດສັນໄວ້ໃຫ້, ການຖິ້ມຂີ້ເຫຍື້ອຊະຊາຍໃນສະຖານທີ່ສາທາລະນະ…

ບຸນກິນຈຽງ ຫລື ນໍ້ເປ້ຈ້າວ ສັນຍະລັກຂອງຄວາມສາມັກຄີພົວພັນຂອງປະຊາຊົນເຜົ່າມົ້ງ

ບຸນກິນຈຽງ ຫລື ນໍ້ເປ້ຈ້າວ ສັນຍະລັກຂອງຄວາມສາມັກຄີພົວພັນຂອງປະຊາຊົນເຜົ່າມົ້ງ

ນໍ້ເປ້ຈ້າວ ປະເພນີບຸນກິນຈຽງຊົນເຜົ່າມົ້ງ ຊຶ່ງເມື່ອແປຕາມໂຕມີຄວາມໝາຍວ່າ: “ກິນ 30 ໝາຍເຖິງການ ລວມຜົນຜະລິດຈາກການທຳມາຫາກິນຕະຫລອດ 1 ປີຜ່ານມາ ແລະ ເຕົ້າໂຮມຕ້ອນຮັບຍາດມິດພີ່ນ້ອງສະເຫລີມສະຫລອງພາຍໃນເດືອນຈຽງ”. ສຳລັບປີນີ້ ໄດ້ເລີ່ມແຕ່ມື້ອອກໃໝ່ 1 ຄໍ່າເດືອນຈຽງຕາມປະຕິທິນຈັນທະລະຄະຕິ ກົງກັບວັນທີ 24 ພະຈິກ 2022 ຮອດມື້ແຮມ…

ບັນຫາຄາໃຈ ! ຢາເສບຕິດລາຍໃຫຍ່ຂ້າມດ່ານສາກົນແບບສະບາຍ, ເຈົ້າໜ້າທີ່ກ່ຽວຂ້ອງຝ່າຍລາວເຮົາຈະຊີ້ແຈງຕໍ່ສັງຄົມແນວໃດ?

ບັນຫາຄາໃຈ ! ຢາເສບຕິດລາຍໃຫຍ່ຂ້າມດ່ານສາກົນແບບສະບາຍ, ເຈົ້າໜ້າທີ່ກ່ຽວຂ້ອງຝ່າຍລາວເຮົາຈະຊີ້ແຈງຕໍ່ສັງຄົມແນວໃດ?

ຈາກກໍລະນີທີ່ເຈົ້າໜ້າທີ່ດ່ານສາກົນໜອງຄາຍ ປະເທດໄທ ຢຶດຢາເສບຕິດ ປະເພດຢາບ້າເກືອບ 4 ລ້ານເມັດ, ຢາອີ 5.000 ເມັດ ແລະ ຢາໄອສ໌ 10 ກິໂລກຣາມ ທີ່ຊຸກເຊື່ອງໃນລົດບັນທຸກນໍ້າມັນເຊື້ອໄຟຜ່ານດ່ານສາກົນຂົວມິດຕະພາບລາວ-ໄທແຫ່ງທີ 1 ວັນທີ 23 ພະຈິກ 2022 ຜ່ານມາ…

ເກມການພະນັນແມ່ນອະບາຍະມຸກ ອະນຸຍາດແລ້ວຕ້ອງໝັ່ນກວດກາ

ເກມການພະນັນແມ່ນອະບາຍະມຸກ ອະນຸຍາດແລ້ວຕ້ອງໝັ່ນກວດກາ

ຫລາຍທ່ານຊາບດີວ່າ: ອະບາຍະມຸກ ຄືຫົນທາງແຫ່ງຄວາມຈິບຫາຍທັງຫລາຍທັງປວງ ຊຶ່ງອະບາຍະມຸກນີ້ກວມເອົາທັງຢາເສບຕິດ ແລະ ການພະນັນ ໄດ້ກາຍເປັນປາກົດການຫຍໍ້ທໍ້ຕໍ່ການພັດທະນາເສດຖະກິດ-ສັງຄົມ. ແນວໃດກໍດີບັນຫາເຫລົ່ານີ້ ພວມສຸມໃສ່ແກ້ໄຂໃນວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ (2021-2023) ແລະ ໄດ້ຮັບໝາກຜົນສໍາຄັນຫລາຍປະການ. ປາກົດການຫຍໍ້ທໍ້ສັງຄົມທີ່ກົດໜ່ວງການພັດທະນາ ທີ່ຫາງສຽງສັງຄົມຢາກໃຫ້ແກ້ໄຂຄື ເກມ ທີ່ເປັນການພະນັນ ຊຶ່ງມີການໂຄສະນາຊັກຊວນຜ່ານສື່ສັງຄົມທ້າທາຍລະບຽບກົດໝາຍບ້ານເມືອງ. ຮ້ານເກມທີ່ເປີດບໍລິການຈໍານວນໜຶ່ງທີ່ໄດ້ຮັບອະນຸຍາດກໍມີຫາງສຽງສັງຄົມວ່າຄວນກວດກາຄັກແນ່ວ່າ: ບໍລິການມີລັກສະນະພະນັນ…

ປ້າຍ ແລະ ອັກສອນລາວ ຕ້ອງໄດ້ເຂັ້ມງວດກວດກາຢ່າງແທ້ຈິງ

ປ້າຍ ແລະ ອັກສອນລາວ ຕ້ອງໄດ້ເຂັ້ມງວດກວດກາຢ່າງແທ້ຈິງ

ປ້າຍທຸກປະເພດທີ່ໃຊ້ຢູ່ ສປປ ລາວ ຕ້ອງເອົາພາສາລາວເປັນຕົ້ນຕໍ ແລະ ຂຽນ ຫລື ພິມໃຫ້ຖືກຕ້ອງຕາມໄວຍາກອນລາວ, ຂຽນ ຫລື ພິມພາສາລາວຢູ່ເທິງ ຫລື ເບື້ອງຊ້າຍມື, ພາສາຕ່າງປະເທດໃດໜຶ່ງຢູ່ເບື້ອງຂວາມື, ຂຽນ ຫລື ພິມພາສາລາວໃຫຍ່ກວ່າ, ສ່ວນພາສາຕ່າງປະເທດບໍ່ໃຫ້ກາຍສອງສ່ວນສາມຂອງພາສາລາວ ຍົກເວັ້ນປ້າຍທາງລັດຖະການເຊັ່ນ ປ້າຍສະຖານທູດ,…

ຂໍ້ສັງເກດ ແລະ ຂໍ້ມູນສຳຄັນຂອງກຸ່ມຕົວມິດສາຊີບໃຊ້  ທີ່ອາດສາມາດນຳໄປສູ່ຈັບໂຕພວກເຂົາໄດ້

ຂໍ້ສັງເກດ ແລະ ຂໍ້ມູນສຳຄັນຂອງກຸ່ມຕົວມິດສາຊີບໃຊ້ ທີ່ອາດສາມາດນຳໄປສູ່ຈັບໂຕພວກເຂົາໄດ້

ວັນທີ 22 ພະຈິກ 2022 ກະຊວງການເງິນ ແຈ້ງເຕືອນສັງຄົມ, ພໍ່ແມ່ປະຊາຊົນໃນຂອບເຂດທົ່ວປະເທດຊາບວ່າ:ປັດຈຸບັນມີຄົນທີ່ບໍ່ຫວັງດີໄດ້ປອມແປງເອກະສານກ່ຽວກັບການອອກຫວຍພັດທະນາ ເພື່ອໃຊ້ໃນການຫລອກລວງປະຊາຊົນທີ່ຮູ້ເທົ່າບໍ່ເຖິງການໃຫ້ໂອນເງິນ ເພື່ອຫວັງຖືກເລກລາງວັນເລກ6ໂຕ ແລະ ມີປະຊາຊົນຫລາຍຄົນໄດ້ຫລົງເຊື່ອ ແລະ ໂອນເງິນໃຫ້ພວກກ່ຽວເປັນຈຳນວນຫລາຍ. ສະນັ້ນ, ຖ້າທ່ານພົບເຫັນບຸກຄົນ ຫລື ອົງກອນໃດທີ່ໂຄສະນາຊວນເຊື່ອ ແລະ ແຈ້ງເອກະສານປອມດັ່ງກ່າວແມ່ນບໍ່ໃຫ້ຫລົງເຊື່ອເດັດຂາດ ແລະ…

ຄວາມຈິງ! ເສັ້ນທາງບ້ານຫັດສະດີ ຮ່ອມຂ້າງຕະຫລາດເຊົ້າຕຶກໃໝ່ ເປ່ເພມາດົນແລ້ວ

ຄວາມຈິງ! ເສັ້ນທາງບ້ານຫັດສະດີ ຮ່ອມຂ້າງຕະຫລາດເຊົ້າຕຶກໃໝ່ ເປ່ເພມາດົນແລ້ວ

ເສັ້ນທາງບ້ານຫັດສະດີ ຮ່ອມຂ້າງຕະຫລາດເຊົ້າຕຶກເກົ່າ ມີສະພາບເປ່ເພຫລາຍສົມຄວນ ສ້າງຄວາມລຳບາກແກ່ຜູ້ສັນຈອນໄປມາ ທັງຜູ້ໃຊ້ລົດ ແລະ ຜູ້ຍ່າງ ເນື່ອງຈາກສະພາບທາງເປັນບວກຂຸມ ຜູ້ໃຊ້ລົດບໍ່ຢາກລົງຂຸມຈຶ່ງໃຊ້ວິທີຫລີກແລ້ວກໍໄປສວານກັບຄົນຍ່າງ ເຮັດໃຫ້ຜູ້ຍ່າງກັບຜູ້ຂີ່ລົດ ບໍ່ເຂົ້າແລວກັນ ສ້າງຄວາມໜັກໃຈບໍ່ໜ້ອຍ ທັງສ່ຽງຕໍ່ການເກີດອຸບັດເຫດ. ຕະຫລອດໄລຍະຜ່ານມາ ປະຊາຊົນໄດ້ສ່ອງແສງມາຍັງໜັງສືພິມລາວພັດທະນາ ເພື່ອຫວັງວ່າຈະໄດ້ຮັບການແກ້ໄຂ ຫລື ສ້ອມແປງໃຫ້ເປັນແລນມາກທີ່ທຽວໄປມາສະດວກສະບາຍ ທັງເປັນໃບໜ້າໃບຕາຂອງປະເທດຊາດ ເນື່ອງຈາກດັ່ງກ່າວ…

ການໂພສຂາຍສິນຄ້າຕ້ອງຫ້າມ ຫລື ສິ່ງທີ່ເປັນອັນຕະລາຍຕໍ່ຊີວິດ ຍັງປາກົດເຫັນຫລາຍໃນສື່ອອນລາຍ

ການໂພສຂາຍສິນຄ້າຕ້ອງຫ້າມ ຫລື ສິ່ງທີ່ເປັນອັນຕະລາຍຕໍ່ຊີວິດ ຍັງປາກົດເຫັນຫລາຍໃນສື່ອອນລາຍ

ປັດຈຸບັນຢູ່ໃນຍຸກເຕັກໃນໂລຊີທັນສະໄໝ ຫລື ຍຸກ 4.0 ກໍຄືຍຸກສັງຄົມອອນລາຍ ເຊິ່ງມັນມີບົດບາດສໍາຄັນໃນຊີວິດປະຈໍາວັນຂອງພວກເຮົາ ໂດຍໄດ້ກາຍເປັນຊ່ອງທາງການທໍາມາຄ້າຂາຍ ແລະ ສ້າງຄວາມສະດວກສະບາຍໃນການເລືອກຊື້ສິນຄ້າທຸກປະເພດ, ຊື້ກໍງ່າຍ ແລະ ບໍລິການກໍເຖິງສະຖານທີ່, ແຖມສິນຄ້າບາງປະເພດລາຄາຖືກກວ່າທ້ອງຕະຫລາດອີກ ຈຶ່ງສ້າງຄວາມນິຍົມຊົມຊອບໃຫ້ລູກຄ້າທັງຫລາຍໄດ້ສັ່ງສິນຄ້າຈາກຮ້ານຄ້າອອນລາຍນັບມື້ຫລາຍຂຶ້ນ. ແນວໃດກໍດີ ຍັງເຫັນດ້ານລົບຂອງມັນຍ້ອນຄວາມບໍ່ປອດໃສ ແລະ ບໍ່ປອດໄພຂອງຜູ້ເຮັດທຸລະກິດດ້ານນີ້ ໂດຍສະເພາະການໂພສຂາຍສິນຄ້າຕ້ອງຫ້າມທີ່ສົ່ງຜົນກະທົບຕໍ່ຊີວິດຂອງຜູ້ບໍລິໂພກ ເຊິ່ງປາກົດເຫັນໃນສື່ອອນລາຍເຊັ່ນວ່າການໂພສຂາຍຢາໄລ່ເລືອດທີ່ມີຄວາມຮຸນແຮງ,…

ເປັນໜີ້ແລ້ວບໍ່ໃຊ້ຄືນ ເຮັດໃຫ້ເສຍຄວາມສັດທາ ແລະ ເສຍຄົນຮັກແພງ ພ້ອມມີຄວາມຜິດທາງກົດໝາຍອາຍາ

ເປັນໜີ້ແລ້ວບໍ່ໃຊ້ຄືນ ເຮັດໃຫ້ເສຍຄວາມສັດທາ ແລະ ເສຍຄົນຮັກແພງ ພ້ອມມີຄວາມຜິດທາງກົດໝາຍອາຍາ

ການທີ່ບຸກຄົນໃດໜຶ່ງຫາກມີໜີ້ສິນບໍ່ວ່າຈະໜ້ອຍ ຫລື ຫລາຍ ກໍບໍ່ແມ່ນເປັນເລື່ອງເສຍຫາຍ ແລະ ເປັນເລື່ອງທີ່ອັບອາຍແຕ່ຢ່າງໃດ ຖ້າມີຄວາມຮັບຜິດຊອບຕໍ່ໜີ້ສິນທີ່ເຮົາກໍ່ຂຶ້ນ. ການທີ່ເຮົາສາມາດສ້າງໜີ້ສິນໄດ້ແມ່ນຍ້ອນບຸກຄົນທີ່ໃຫ້ຢືມເງິນນັ້ນເຂົາໄວ້ເນື້ອເຊື່ອໃຈໃນຕົວເຮົາ ແລະ ເຊື່ອໝັ້ນຈຶ່ງກ້າເອົາເງິນໃຫ້ຢືມ. ດັ່ງນັ້ນ, ການຢືມເງິນອາດມີຢູ່ 2 ກໍລະນີຄື: 1/. ຄົນທີ່ໃຫ້ຢືມແມ່ນຄົນໃກ້ຊິດຮັກແພງ ໃຫ້ຢືມໂດຍບໍ່ຫວັງຜົນກຳໄລ, ໃຫ້ຍ້ອນເຫັນອົກເຫັນໃຈ, ໃຫ້ການຊ່ວຍເຫລືອໃນຍາມທີ່ມີບັນຫາ. 2/….