ຄວາມເຊື່ອ-ວັດທະນະທຳ, ກິດຈະກຳມ່ວນຊື່ນ ແລະ ການຈຳກັດຂອບເຂດບາງບໍລິບົດ ທີ່ສະແດງອອກເພື່ອພັດທະນາ ຫລື ການເສື່ອມໂຊມ

ສັງຄົມລາວ ມີຄວາມເຊື່ອເລື່ອງຜີຫລາກຫລາຍຢ່າງເຊັ່ນ ເທວະດາອາຮັກ, ຜີນາງໄມ້, ຜີຕາແຮກ, ຜີບັນພະບູລຸດ, ຜີເຜດ… ຍ້ອນເຫັນວ່າໂລກນີ້ບໍ່ໄດ້ມີແຕ່ເຮົາ ແລະ ຜີເຫລົ່ານັ້ນກໍຄືໂລກຫລັງຄວາມຕາຍທີ່ພົວພັນກັບສາສະໜາທີ່ຢຶດຖື ແລະ ກາຍເປັນຮີດຄອງຕ່າງໆ.
ໄລຍະໃໝ່ມານີ້ ນອກຈາກລາວເຮົາຈະມີຜີຢ່າງມາກມາຍກ່າຍກອງແລ້ວ ຍັງມີວັນຜີສາກົນ ຫລື ຜີຊາວຕາເວັນຕົກເຂົ້າມາອີກ ນັ້ນກໍຄື “ວັນຮາໂລວີນ Halloween” ອັນເປັນຄວາມເຊື່ອຂອງຊາວຕາເວັນຕົກ ວ່າ ວັນທີ 31 ຕຸລາ ເປັນມື້ຍົມມະທຸດ ຫລື ຊາຕານໄດ້ປ່ອຍຜີອອກມາສູ່ໂລກມະນຸດ ເພື່ອໃຫ້ຄົນໄດ້ຮູ້ເຫັນເຖິງໂລກຫລັງຄວາມຕາຍ ຈຶ່ງໄດ້ມີການຈັດສະເຫລີມສະຫລອງ ເປັນກິດຈະກຳໜຶ່ງ ກ່ອນຈະເຖິງວັນສະເຫລີມສະຫລອງລະນຶກເຖິງນັກບຸນໃນຄຣິສຕະສາສະໜາ ຫລື ຊາວຄຣິສຕຽນ.
ວັນຮາໂລວີນ ຖືກເຜີຍແຜ່ໄປໂດຍກຸ່ມຄົນຖືສາສະໜາຄຣິສ ແລະ ຖືກຈັດກິດຈະກຳນັ້ນໆໃນວັນທີ 31 ຕຸລາຂອງທຸກໆປີ ໂດຍມີກິດຈະກຳເດັກນ້ອຍ ແຕ່ງຊຸດຜີເພື່ອໄປເຄາະປະຕູແຕ່ລະເຮືອນ ວ່າຈະໃຫ້ຫລອກ ຫລື ເອົາເຂົ້າໜົມມາລ້ຽງເດັກນ້ອຍນັ້ນ.
ໃນສັງຄົມລາວບໍ່ມີການບັນທຶກແນ່ນອນວ່າ ຖືກນຳມາເຜີຍແຜ່ ແລະ ແພ່ຫລາຍໃນປີໃດ ແຕ່ທີ່ແນ່ນອນທີ່ສຸດຄືຍຸກແຫ່ງການນຳໃຊ້ສື່ສັງຄົມອອນລາຍ ຫລື ໂຊຊຽວເນັດເວີກ ເປັນຕົວຂັບເຄື່ອນກິດຈະກຳນີ້ໃຫ້ເປັນທີ່ຮູ້ຈັກກັນ ເຊິ່ງປີ 2022 ນີ້ກໍມີກິດຈະກຳຢ່າງຍິ່ງໃຫຍ່ ແລະ ຈັດການປະກວດແຕ່ງຜີ ຂຶ້ນຢູ່ນະຄອນຫລວງວຽງຈັນ.
ການປະກວດດັ່ງກ່າວ ຜູ້ໄດ້ຮັບລາງວັນທີ 1 ຫລື ຊະນະເລີດແມ່ນ ແຕ່ງກາຍເປັນຜີເນນ ຫລື ຜີພະສົງ ອູ້ມບາດ ແລ້ວກໍຈົກອາຫານດິບອອກມາກິນ ດ້ວຍຄວາມສະຫຍອງຂວັນ.
ພາບຖືກເຜີຍແຜ່ອອກໄປຫລາຍຄົນຕ່າງກໍເຮັດໃຫ້ຜູ້ຄົນຕ່າງກໍເຫັນພາບແປກໃໝ່ໃນວົງການຜີຂອງລາວ ວ່າແປກໃໝ່ ແຕ່ມັນອາດແປກເກີນໄປທີ່ເປັນຜີພະສົງ ກິນອາຫານດິບ ເຊິ່ງເຮັດໃຫ້ມີຫລາຍມຸມມອງເກີດຂຶ້ນ.
- ໃນແງ່ຄວາມຫລາກຫລາຍທາງຄວາມເຊື່ອ ເຮົາສາມາດມອງໄດ້ວ່າ ສັງຄົມລາວ ຫລື ສັງຄົມໂລກ ກໍມີຄວາມເຊື່ອຜີ ເຊິ່ງບໍ່ໄດ້ຈຳກັດວ່າຜີຂອງຄົນທຳມະດາ ຫລື ນັກບວດ ເຊິ່ງເປັນຄວາມເໜືອຊັ້ນທີ່ຜີຂອງນັກບວດນັ້ນຄວາມໜ້າຢ້ານກົວກວ່າຜີຄົນທຳມະດາ.
- ມອງໃນແງ່ສິລະປະ ຄືການສະແດງອອກເຖິງຄວາມສາມາດໃນການແຕ່ງໃຫ້ເໝືອນ ແລະ ເໜືອຈິນຕະນາການ ເຮັດໃຫ້ເບິ່ງແລ້ວຄ້ອຍຕາມ ແລະ ໜ້າຢ້ານ ອັນເປັນພາບທີ່ຫລອກຫລອນ ສະເທືອນໃຈຕໍ່ຜູ້ໄດ້ເຫັນ.
- ມອງໃນແງ່ ຂອງຄະຕິທຳ ຫລື ຄະຕິເຕືອນໃຈ ຄື ເຫັນໄດ້ວ່າທຸກຄົນ ໂລກແຫ່ງຄວາມຕາຍ ເປັນສິ່ງທີ່ເຮົາເບິ່ງບໍ່ເຫັນ ຈະເຊື່ອເລື່ອງໃດ, ນັບຖືແນວໃດ ຫາກກະທຳຊົ່ວ ເມື່ອຕາຍໄປກໍເປັນຜີທີ່ຕ້ອງຮັບວິບາກກຳນັ້ນໆ ບໍ່ວ່າພະສົງອົງເນນ ຫລື ຊາວບ້ານທົ່ວໄປ.
- ເບິ່ງໃນຄວາມເໝາະສົມ ຄົນສ່ວນຫລາຍເບິ່ງຂ້າມເລື່ອງນີ້ໄປ ສ່ວນຫລາຍເຫັນແຕ່ວ່າຜີແປກໜ້າຢ້ານກົວ ແຕ່ຄວາມຈິງແລ້ວມັນມີສິ່ງທີ່ຊ້ອນຢູ່ ຜູ້ເຂົ້າປະກວດບໍ່ຄວນສ້າງໃຫ້ມີຜີອັນຕົວແທນຂອງສາສະໜາໃດໜຶ່ງອັນຈະກະທົບຈິດໃຈ ໂດຍສະເພາະຜີພະສົງທີ່ສະແດງອອກເປັນຜີດິບກິນເລືອດ, ກິນຕັບໃຕໄສ້ພຸງດິບໆ ໄປເປື້ອນກັບຜ້າສະບົງ ແລະ ບາດອັນເປັນພາຊະນະທີ່ໃຊ້ອາຫານບໍລິສຸດຈາດຊາວບ້ານ ມັນເບິ່ງແລ້ວບໍ່ເຂົ້າກັບບໍລິບົດ, ບໍ່ເຂົ້າກັບຄວາມເປັນຈິງເທົ່າໃດ ເຊິ່ງອາດຈະເຮັດໃຫ້ໄດ້ຮັບການຕຳໜິຕິຕຽນໄດ້ ວ່າເປັນການກະທຳທີ່ເກີນເລີຍ.
ເຖິງຢ່າງໃດກໍຕາມ ຖ້າຫາກເຮົາເບິ່ງໃນແງ່ຂອງຄວາມສິລະປະ ແລະ ຄວາມເທົ່າທຽມ ໃນໂລກຫລັງຄວາມຕາຍ ກໍຖືວ່າເປັນທຳມະດາຂອງສັດໂລກທີ່ຕ້ອງຮັບກຳທີ່ຕົນເອງກໍ່ ແຕ່ຖ້າຫາກເບິ່ງໃນບໍລິບົດຂອງສັງຄົມ ຕ້ອງພິຈາລະນາຄືນວ່າ ສິ່ງທີ່ເຮັດໄປນັ້ນໄດ້ຮັບຜົນກະທົບທາງດີ ສ້າງສີສັນໃຫ້ກັບສັງຄົມ ແລະ ເໝາະສົມໜ້ອຍຫລາຍພຽງໃດ ແລະ ສ້າງຄວາມເສື່ອມຖອຍຕໍ່ສັງຄົມຄືແນວໃດ ? ເຊິ່ງຕ້ອງອາໄສແນວຄວາມຄິດທີ່ຫລາກຫລາຍເພື່ອປັບປຸງແກ້ໄຂ ແລະ ສົ່ງເສີມກັນຕໍ່ໄປ.

