ການວາງຂາຍສິນຄ້າກວມທາງຍ່າງ ຍັງເປັນບັນຫາທີ່ແກ້ໄຂບໍ່ທັນຂາດໂຕ
ບໍ່ວ່າຈະເປັນໜ້າທາງ, ທາງຍ່າງ, ແຄມທາງ ຫລື ຮ່ອງແຄມທາງ ລ້ວນແຕ່ເປັນເຂດສັນຈອນທີ່ໄດ້ຮັບການຄຸ້ມຄອງ ຫລື ສະຫງວນຕາມກົດໝາຍທາງຫລວງ. ກ່ອນຈະປຸກ, ຕໍ່ເຕີມ ຫລື ວາງສິ່ງຂອງໃດຢູ່ເຂດນີ້ຕ້ອງໄດ້ຮັບອະນຸຍາດຈາກໜ່ວຍງານກ່ຽວຂ້ອງກ່ອນເພາະມັນເປັນການກີດຂວາງການສັນຈອນ ຊຶ່ງນອກຈາກລະເມີດກົດໝາຍກ່ຽວຂ້ອງໂດຍຜູ້ຝ່າຝືນຕ້ອງຖືກຕັກເຕືອນ ແລະ ຖືກຖືກປັບໃໝແລ້ວຍັງເຮັດໃຫ້ຜູ້ສັນຈອນໄປມາສ່ຽງຕໍ່ການເກີດອຸບັດເຫດ ທັງສ້າງຄວາມບໍ່ເປັນລະບຽບຮຽບຮ້ອຍຄວາມງາມຕາຂອງບ້ານເມືອງຕື່ມອີກ. ການປຸກສ້າງລ່ວງລໍ້າຂອບເຂດສັນຈອນບໍ່ວ່າຈະເປັນອາຄານ, ຕູບ, ຕໍ່ເທີບ ຫລື…










