ການແກ້ໄຂບັນຫາເສັ້ນທາງໃນນະຄອນຫລວງວຽງຈັນຍັງຊັກຊ້າ ແຕ່ປະຊາຊົນຍັງເຊື່ອໝັ້ນ ແລະ ລໍຄອຍດ້ວຍຄວາມຫວັງ

ນັບແຕ່ລະດູຝົນເປັນຕົ້ນມາ ຫລາຍເສັ້ນທາງໃນນະຄອນຫລວງວຽງຈັນ ໄດ້ຮັບຜົນກະທົບຈາກຝົນຕົກໜັກ, ນໍ້າຖ້ວມຂັງ ເຮັດໃຫ້ການສັນຈອນໃນໄລຍະລະດູຝົນຫຍຸ້ງຍາກ ແລະ ການແກ້ໄຂບັນຫາເສັ້ນທາງເປ່ເພກໍຫຍຸ້ງຍາກເຊັ່ນກັນ.

ຕາມການຖະແຫລງຂອງຫົວໜ້າພະແນກ ຍທຂ ນະຄອນຫລວງວຽງຈັນ ໃນໄລຍະຜ່ານມາວ່າ “ການສ້ອມແປງເສັ້ນທາງຢູ່ໃນນະຄອນຫລວງວຽງຈັນ ໃນໄລຍະລະດູຝົນນັ້ນມີຄວາມຫຍຸ້ງຍາກຫລາຍ ແລະ ຈະເຮັດໃຫ້ໄດ້ມາດຕະຖານກໍເປັນໄປໄດ້ຍາກ ຕ້ອງລໍໃຫ້ໝົດລະດູຝົນກ່ອນ ຈຶ່ງຈະແກ້ໄຂໄດ້. ນອກນີ້, ຍັງພົບບັນຫາເລື່ອງງົບປະມານໃນການສ້ອມແປງອີກດ້ວຍ”.

ນະຄອນຫລວງວຽງຈັນ ບໍ່ມີຝົນຟ້າຕົກລົງມາໄດ້ເກືອບ 2 ເດືອນ ນັບແຕ່ທ້າຍເດືອນກັນຍາ ເປັນຕົ້ນມາ ທີ່ບໍ່ມີຝົນຕົກເລີຍ ແຕ່ສະພາບການສັນຈອນຫລາຍແຫ່ງຍັງບໍ່ໄດ້ຮັບການແກ້ໄຂໂດຍສະເພາະດົງປ່າແຫລບ, ເສັ້ນທາງຮ່ອງໄກ່ແກ້ວ, ໜອງດ້ວງ… ບໍ່ໄດ້ຮັບການແກ້ໄຂ ເປັນເວລາດົນນານແລ້ວ.  

ເຖິງແມ່ນວ່າເສັ້ນທາງບາງແຫ່ງ ເຊັ່ນ ໜອງໜ້ຽວ, ທົ່ງປົ່ງ, ນາແຮ່ ແລະ ທາງຫລັກ21-ຫລັກ 27 ເລກທີ 13 ໃຕ້ ຈະໄດ້ຮັບການແກ້ໄຂດ້ວຍການເກດ ແລະ ຖົມດິນແດງໃສ່ແລ້ວກໍຕາມ ແຕ່ບັນຫາຂີ້ຝຸ່ນກໍຍັງເປັນບັນຫາກະທົບຕໍ່ຜູ້ໃຊ້ລົດໃຊ້ຖະໜົນ, ບັນຫາເສັ້ນທາງເປ່ເພທີ່ວ່ານີ້ ບໍ່ໄດ້ລວມເຖິງຈຸດແຕກແຫງ, ເປັນບວກຂຸມຕາມຮອຍຕໍ່ຕາມເສັ້ນທາງຕ່າງໆທົ່ວນະຄອນຫລວງ.

ຖ້າທຽບໃສ່ເຫດຜົນ ແລະ ຮຽກຮ້ອງຕ້ອງການຈາກຄວາມເປັນຈິງຂອງສັງຄົມ ທີ່ເປັນຜູ້ໄດ້ຮັບຜົນກະທົບ ຖືວ່າພາກສ່ວນກ່ຽວຂ້ອງຍັງປະຕິບັດວຽກງານດ້ານການແກ້ໄຂເສັ້ນທາງເປ່ເພນີ້ຊັກຊ້າຫລາຍ ເຊິ່ງຕະຫລອດໄລຍະ 1 ເດືອນຜ່ານມານ ປະຊາຊົນໄດ້ສ່ອງແສງຢູ່ເປັນປະຈຳແຕ່ກໍໄດ້ແຕ່ສ່ອງແສງ ໂດຍສະເພາເສັ້ນທາງດົງປ່າແຫລບ.

ເຖິງຢ່າງໃດກໍຕາມ ປະຊາຊົນຍັງເຊື່ອໝັ້ນ ແລະ ຝາກຄວາມຫວັງໄວ້ກັບພາກສ່ວນກ່ຽວຂ້ອງທີ່ຮັບຜິດຊອບວຽການແກ້ໄຂບັນຫາຕົວຈິງ ຈະເອົາໃຈໃສ່ ເຫັນອົກເຫັນໃຈປະຊາຊົນ,  ເພື່ອຄວາມສະດວກ ແລະ ເປັນໃບໜ້າໃບຕາໃຫ້ກັບປະເທດຊາດບ້ານເມືອງ ຊ່ວຍກັນແກ້ບັນຫາດສັ້ໜທາງເປ່ເພນີ້ໃຫ້ໝົດໄປໂດຍໄວ.