ສະຫລອງບຸນປະເພນີໃຫ້ ມີຄວາມປະທັບໃຈ

ອີກບໍ່ເທົ່າໃດມື້ກໍຈະຮອດບຸນນະມັດສະການພະທາດຫລວງວຽງຈັນແລ້ວ ຊຶ່ງປີນີ້ກໍບໍ່ຕ່າງກັບຊຸມປີຜ່ານມາໂດຍຕົ້ນຕໍແມ່ນພວກເຮົາຈະເນັ້ນການສົ່ງເສີມ ແລະ ຮັກສາຮີດຄອງປະເພນີອັນດີງາມຂອງຊາດລາວເຮົາທີ່ສືບທອດກັນມາແຕ່ບູຮານນະກາດ,ພ້ອມໃຫ້ຕິດພັນກັບການສົ່ງເສີມການຜະລິດ ຂອງປະຊາຊົນ ແລະ ຕິດພັນກັບການທ່ອງທ່ຽວທີ່ໂດດເດັ່ນຂອງຊາດ.
ຈາກບົດຮຽນຫລາຍປີຜ່ານມາຜູ້ອ່ານຫລາຍທ່ານໄດ້ມີຄຳເຫັນສ່ອງແສງມາວ່າ: ເລື່ອງການຈັດງານບຸນປະເພນີຂອງຊາດ ໄລຍະຜ່ານມານີ້ຖືວ່າມີຫລາຍອັນ ໄດ້ ຮັບການປັບປຸງດີຂຶ້ນໃຫ້ສອດຄ່ອງກັບສະພາບຂອງຍຸກສະໄໝ ເປັນຕົ້ນການຮັກສາໄດ້ຮີດຄອງປະເພນີ ດັ້ງ ເດີມທີ່ປະທັບໃຈ, ເປັນການເຕົ້າໂຮມຄວາມສາມັກຄີ,ສົ່ງເສີມການຜະລິດແລະ ການທ່ອງທ່ຽວທີ່ແທ້ຈິງ,ແຕ່ຄຽງຄູ່ກັນນັ້ນກໍຍັງມີປາກົດ ການຫຍໍ້ທໍ້ຈຳນວນຫນຶ່ງທີ່ແກ້ໄຂຍາກນັ້ນກໍຄື: ການຄວາມຮັກສາອະນາໄມ , ການບໍລິການຝາກລົດ ແລະ ຂາຍ ສິນຄ້າລາຄາແພງກ່ວາປົກກະຕິ…
ບຸນນະມັດສະການພະທາຫລວງປີນີ້ ຫວັງວ່າຈະບໍ່ໄດ້ເຫັນປາກົດການຫຍໍ້ທໍ້ແບບສວຍໂອກາດດັ່ງກ່າວອີກແລ້ວ.
