ແພດໝໍແນະນໍາໃຫ້ຜູ້ທີ່ສູບຢາ ຫລື ເຄີຍສູບ ຄວນກວດມະເຮັງປອດ ແລະ ຫລອດເລືອດຫົວໃຈທຸກໆ 5 ປີ

ທ່ານໝໍ ຊາດທະນົງ ຍອດວຸດ ໝໍພະຍາດຫົວໃຈ ໂຮງໝໍຫົວໃຈກຸງເທບ ແຫ່ງປະເທດໄທ ໃຫ້ຄວາມຮູ້ສໍາລັບຜູ້ທີ່ກໍາລັງສູບຢາ ຫລື ເຄີຍສູບຢາໄລຍະເວລາຫລາຍກວ່າ 30 ປີ ແລະ ຫລາຍກວ່າ 1 ຊອງຕໍ່ມື້ ( ຫລື ເທົ່າກັບ 30 ປີຊອງ Pack-Year) ໃນຊ່ວງອາຍຸ 55-75 ປີ ຫລື ສູບຢາໄລຍະເວລາຫລາຍກວ່າ 20 ປີຊອງ ທີ່ລວມກັບປັດໄຈອື່ນໆເຊັ່ນ ກໍາມະພັນ ມີຄວາມສ່ຽງສູງທີ່ເປັນມະເຮັງປອດໄດ້ ເຊິ່ງສານອະນຸມູນອິດສະຫລະທີ່ເກີດຈາກຄວັນຢາສູບທີ່ເປັນຕົວການສໍາຄັນທີ່ເຂົ້າໄປທໍາລາຍໂຄງສ້າງປ້ອງກັນຕົວເອງຂອງຫລອດເລືອດ ເຮັດໃຫ້ຫລອດເລືອດເສື່ອມສະພາບ ໂດຍສະເພາະຫລອດເລືອດທີ່ໄປລ້ຽງອະໄວຍະວະສໍາຄັນຕ່າງໆຂອງຮ່າງກາຍເຊັ່ນ: ຫລອດເລືອດສະໝອງ, ຫລອດເລືອດຫົວໃຈ ແລະ ສ່ວນອື່ນໆ, ລວມທັງເຮັດໃຫ້ຜະໜັງຫລອດເລືອດແດງແຂງ ນໍາໄປສູ່ພະຍາດຫລອດເລືອດຫົວໃຈຕີບຊໍາເຮື້ອ, ກ້າມຊີ້ນຫົວໃຈຂາດເລືອດກະທັນຫັນ, ພະຍາດຫລອດເລືອດສະໝອງ, ປວດຂາຈາກຫລອດເລືອດແດງ ເຈັບຂາຈາກຫລອດເລືອດແດງສ່ວນປາຍຕີບ, ການບວມໂພງຂອງຫລອດເລືອດໃຫຍ່ໃນທ້ອງ

.

ຍິ່ງເວລາທີ່ເປົ່າຄວັນຢາສູບອອກມາ ຜູ້ທີ່ດົມຄວັນຢາສູບຈະໄດ້ຮັບສານເຫລົ່ານີ້ເທົາກັບຜູ້ທີ່ສູບຢາ ແລະ ສານພິດທີ່ຢູ່ໃນຢາສູບຍັງກະຕຸ້ນໃຫ້ມີພາວະຄວາມດັນເລືອດສູງ ເຊິ່ງຜູ້ທີ່ສູບຢາຈະມີຄວາມດັນເລືອດສູງຫລາຍກວ່າຜູ້ທີ່ບໍ່ໄດ້ສູບ ໂດຍສະເພາະຜູ້ທີ່ມີຄວາມດັນເລືອດສູງແຕ່ອາຍຸຍັງນ້ອຍທີ່ບໍ່ໄດ້ເກີດມາຈາກກໍາມະພັນ ປັດຈຸບັນພົບໄດ້ຫລາຍຂຶ້ນ ເມື່ອຄວາມດັນເລືອດສູງກໍຍິ່ງເພີມຄວາມສ່ຽງຫລອດເລືອດຕີບຕາມອະໄວຍະວະຕ່າງໆ ເຮັດໃຫ້ການກວດເຊັກສຸຂະພາບເປັນເລື່ອງສໍາຄັນ

ການສູບຢາທຽບເທົ່າກັບການດູດຝຸ່ນ PM2.5 ເຂົ້າໄປໃນຮ່າງກາຍ ທີ່ສົ່ງຜົນຕໍ່ປອດ ພະຍາດຫອບຫືດ, ຖົງລົມໂພງທັງໄລຍະເລີ່ມຕົ້ນ ແລະ ໄລຍະຮຸນແຮງ ແພດຈຶ່ງແນະນໍາໃຫ້ຜູ້ທີ່ສູບຢາ ຫລື ເຄີຍສູບ ຄວນກວດ ມະເຮັງປອດ ແລະ ຫລອດເລືອດຫົວໃຈທຸກໆ 5 ປີ ສ່ວນກຸ່ມທີ່ສ່ຽງຄວນກວດມະເຮັງປອດທຸກໆປີ