ຫົວສີໄຄບ້ານ ກັບ ຫົວສີໄຄຫອມ ຕ່າງກັນແນວໃດ?

ຫົວສີໄຄບ້ານ ກັບ ຫົວສີໄຄຫອມ ຕ່າງກັນແນວໃດ?

  ຫົວສີໄຄເປັນພືດຊະນິດໜຶ່ງທີ່ເຮົາຄຸ້ນເຄີຍກັນມາດົນ ແລະ ມັກຈະເຫັນໃນອາຫານລາວພື້ນບ້ານຫລາຍຊະນິດທີ່ມັກໃສ່ຫົວສີໄຄ ເພື່ອເຮັດໃຫ້ອາຫານມີກິ່ນຫອມ, ເຊິ່ງມື້ນີ້ພວກເຮົາຈະພາທຸກທ່ານມາເບິ່ງຄວາມແຕກຕ່າງລະຫວ່າງຫົວສີໄຄຫອມ ກັບ ຫົວສີໄຄບ້ານວ່າຈະມີຄວາມແຕກຕ່າງກັນແນວໃດ . – ຫົວສີໄຄຫອມ ຫລື Citronella grass ສາມາດພົບເຫັນໄດ້ທົ່ວທຸກພາກຂອງລາວ ມີລັກສະນະລໍາຕົ້ນຍາວເປັນຟຸ່ມ, ຜິວລຽບແຂງ, ມີສີມ້ວງປົນແດງ ແລະ ມີກິ່ນຫອມຮຸນແຮງ,…

ຄົນທີ່ມີໝູ່ໜ້ອຍ ເປັນຄົນສະຫລາດ

ຄົນທີ່ມີໝູ່ໜ້ອຍ ເປັນຄົນສະຫລາດ

ຖ້າທ່ານມີໝູ່ໜ້ອຍ ໝາຍຄວາມວ່າທ່ານເປັນຄົນສະຫຼາດ? . ເປັນຫຍັງຄົນສະຫຼາດ ຈຶ່ງມີໝູ່ໜ້ອຍ? ເຊິ່ງນັກຂຽນທີ່ມີຊື່ວ່າ Christopher Ingraham ໄດ້ຍົກການວິໄຈໃນວາລະສານກ່ຽວກັບຈິດຕະວິທະຍາ British Journal of Psychology ມາ, ເຊິ່ງການວິໄຈດັ່ງກ່າວຈະມຸ່ງເນັ້ນໄປທີ່ການ ໃຊ້ຊີວິດແນວໃດ? ໃຫ້ມີຄວາມເປັນຢູ່ທີ່ດີ, ການສຶກສາວິເຄາະຂໍ້ມູນຈາກແບບສອບຖາມຂອງອາສາສະໝັກທີ່ເຂົ້າຮ່ວມການວິໄຈກວ່າ 15,000 ຄົນ…

ເຕັກນິກການຟັງ ເພື່ອເປັນຜູ້ຟັງທີ່ດີ

ເຕັກນິກການຟັງ ເພື່ອເປັນຜູ້ຟັງທີ່ດີ

  ຕັ້ງສະຕິ ສົນໃຈໃນເລື່ອງດຽວ ມີສະມາທິຢູ່ກັບຄົນທີ່ກໍາລັງເວົ້າ ຫລື ກຸ່ມຄົນ ເບິ່ງໜ້າກັບຄູ່ສົນທະນາທຸກຄົນຢ່າງຈິງຈັງ ຊຶມຊັບອາລົມຄວາມຮູ້ສຶກຮ່ວມກັນ ພິຈາລະນາຂໍ້ມູນທີ່ຟັງ ຕ້ອງບໍ່ມີແນວຄິດດ້ານລົບ ບໍ່ເວົ້າຂັດຈັງຫວະ ຖາມ ຫລື ສະແດງຄວາມຄິດເຫັນເມື່ອມີໂອກາດ ຈັບປະເດັນຄົນເວົ້າ ສະຫລຸບປະເດັນທີ່ສໍາຄັນ ແລະ ເວົ້າຄືນຄວາມເຂົ້າໃຈ

ຕັ້ງລະຫັດຜ່ານແບບນີ້ ງ່າຍຕໍ່ການຖືກໂຈລະກໍາຂໍ້ມູນ

ຕັ້ງລະຫັດຜ່ານແບບນີ້ ງ່າຍຕໍ່ການຖືກໂຈລະກໍາຂໍ້ມູນ

ໃນຍຸກທີ່ຂໍ້ມູນໃນໂລກອອນລາຍມີຄວາມສໍາຄັນຈົນການຖືກແຮັກ ມີຄວາມຮ້າຍແຮງເກືອບຈະເທົ່າກັບການປຸ້ນຈີ້ໃນສັງຄົມປັດຈຸບັນ, ເຊິ່ງຫລາຍຄົນອາດຈະຄິດວ່າມະນຸດເຮົາຈະໄດ້ຮັບບົດຮຽນທີ່ກ່ຽວກັບການເລືອກໃຊ້້ລະຫັດດີໆ ທີ່ມີຄວາມປອດໄພສູງແລ້ວ . ແຕ່ຈາກລາຍງານຂອງນັກວິໄຈດ້ານຄວາມປອດໄພທາງໄຊເບີຈາກ Cybernews ແລະ ບໍລິສັດຈັດການລະຫັດຜ່ານ NordPass ເບິ່ງວ່າໃນປັດຈຸບັນຍັງມີກຸ່ມຄົນຫລາຍກຸ່ມທີ່ຍັງໃຊ້ລະຫັດທີ່ບໍ່ມີຄວາມປອດໄພຢູ່ . ແລະ ລະຫັດຍອດນິຍົມອັນດັບຕົ້ນໆຂອງໂລກໄດ້ແກ່ “admin”, “password”, “123456”, “root”, “guest” ເຫລົ່ານີ້ເປັນຕົ້ນ…

ການຈັດອັນດັບ ທັກສະພາສາອັງກິດ ຂອງປະເທດແລະ ເຂດແຄວ້ນ ທີ່ບໍ່ໄດ້ໃຊ້ພາສາອັງກິດເປັນຫຼັກ

ການຈັດອັນດັບ ທັກສະພາສາອັງກິດ ຂອງປະເທດແລະ ເຂດແຄວ້ນ ທີ່ບໍ່ໄດ້ໃຊ້ພາສາອັງກິດເປັນຫຼັກ

ເວັບໄຊ EF English Proficiency Index ຊຶ່ງເປັນແພລັດຟອມ ທີ່ໃຫຍ່ທີ່ສຸດຂອງໂລກ ໃນການຈັດອັນດັບ ທັກສະພາສາອັງກິດ ຂອງປະເທດ ແລະ ເຂດແຄວ້ນ ທີ່ບໍ່ໄດ້ໃຊ້ພາສາອັງກິດເປັນຫຼັກ ດ້ວຍການວັດຄະແນນຜົນເສັງ ຈາກຜູ້ໃຫຍ່ ຈໍານວນ 2.1 ລ້ານຄົນ ໃນ 111…

ນອນກອດກັນກັບຄົນຮັກຊ່ວຍໃຫ້ສຸຂະພາບຮ່າງກາຍ ແລະ ສຸຂະພາບຈິດດີຂຶ້ນ

ນອນກອດກັນກັບຄົນຮັກຊ່ວຍໃຫ້ສຸຂະພາບຮ່າງກາຍ ແລະ ສຸຂະພາບຈິດດີຂຶ້ນ

ສໍາລັບຜູ້ທີ່ເປັນຄົນຮັກກັນ ມັນກໍເປັນເລື່ອງປົກກະຕິທີ່ບໍ່ດົນກໍໄວ ທັງສອງຈະກ້າວເຂົ້າສູ່ຂັ້ນຫລັບນອນໃນຕຽງດຽວກັນ ເຊິ່ງໃນຈຸດນີ້ຄົນທີ່ຍັງບໍ່ລຶ້ງເຄີຍກັບຄົນຮັກ ບາງຄົນກໍອາດຈະກັງວົນເລື່ອງບັນຫາຢ່າງການນອນໂກນ ຫລື ການເໜັງຈະໄປລົບກວນອີກຝ່າຍ . ແຕ່ເຊື່ອບໍ່ວ່າສຽງໂກນ, ການດຶງຜ້າຫົ່ມ ຫລື ການກະແທກກັນຂອງແຂນຂາ ໂດຍທົ່ວໄໄປແລ້ວ ບໍ່ໄດ້ລົບກວນການນອນຂອງເຮົາຂະໜາດນັ້ນ ແຕ່ກົງກັນຂ້າມການນອນກັບຄົນທີ່ເຮົາຮັກຍັງອາດມີປະໂຫຍດຕໍ່ການນອນກວ່າທີ່ເຮົາຄິດອີກດ້ວຍ . ນັກວິທະຍາສາດຄົ້ນພົບຂໍ້ດີຂອງການນອນກັບຄົນຮັກຂອງຄົນອາເມລິກາໃນໄວເຮັດວຽກຈໍານວນ 1,007 ຄົນ ແລະ…

ກົມອາຫານ ແລະ ຢາ ສະຫະລັດອາເມລິກາ ອະນຸມັດ ຊີ້ນໄກ່ສັງເຄາະຈາກຫ້ອງວິທະຍາສາດ “ປອດໄພສໍາລັບຜູ້ບໍລິໂພກ”

ກົມອາຫານ ແລະ ຢາ ສະຫະລັດອາເມລິກາ ອະນຸມັດ ຊີ້ນໄກ່ສັງເຄາະຈາກຫ້ອງວິທະຍາສາດ “ປອດໄພສໍາລັບຜູ້ບໍລິໂພກ”

ໃນຫລາຍປີທີ່ຜ່ານມາເຕັກໂນໂລຊີ “ຊີ້ນສັດທາງເລືອກ” ໄດ້ກາຍເປັນອີກໜຶ່ງໃນອາຫານທີ່ໄດ້ຮັບຄວາມນິຍົມຫລາຍຂຶ້ນເລື້ອຍໆ, ຄວາມນິຍົມຂອງອາຫານໃນຮູບແບບນີ້ອາດຈະມີການພັດທະນາຂຶ້ນມາອີກເລື້ອຍໆ ເພາະລ່າສຸດອົງການອາຫານ ແລະ ຢາ ຂອງສະຫະລັດກໍໄດ້ອອກມາປະກາດວ່າ ພວກເຂົາໄດ້ອະນຸມັດຜະລິດຕະພັນ “ຊີ້ນສັດສັງເຄາະໃນຫ້ອງວິທະຍາສາດ” ກົມອາຫານ ແລະ ຢາ ຂອງສະຫະລັດອາເມລິກາ (USFDA) ໄດ້ປະກາດໃຫ້ຊີ້ນໄກ່ສັງເຄາະ ຂອງບໍລິສັດ Upside Foods ປອດໄພສໍາລັບຜູ້ບໍລິໂພກ…

6 ພະຍາດທີ່ມາພ້ອມໄພໜາວ

6 ພະຍາດທີ່ມາພ້ອມໄພໜາວ

ເມື່ອເຂົ້າສູ່ລະດູໜາວ ຈະເປັນຊ່ວງທີ່ອາກາດເຢັນລົງເລັກໜ້ອຍ, ສະພາບອາກາດມີການປ່ຽນແປງ ເຮັດໃຫັ້ຮ່າງກາຍຂອງເຮົາຕ້ອງປັບອຸນຫະພູມເພື່ອຮັບມືກັບອາກາດພາຍນອກ ແລະ ການປ່ຽນແປງສະພາບອາກາດຈະເຮັດໃຫ້ຮ່າງກາຍນັ້ນເກີດພະຍາດໄດ້ງ່າຍກວ່າປົກກະຕິ ໂດຍສະເພາະໃນເດັກນ້ອຍທີ່ສະພາບຮ່າງກາຍປັບຕົວໄດ້ບໍ່ດີພໍ ແລະ ນີ້ແມ່ນ 6 ພະຍາດທີ່ພໍ່ແມ່ຄວນລະວັງໃນຊ່ວງຍາມໜາວ:   ພະຍາດໄຂ້ຫວັດ ແລະ ໄຂ້ຫວັດໃຫຍ່. ໄຂ້ຫວັດ: ຕັນດັງ, ນ້ຳມູກໄຫຼ, ໄອ,ຈາມ ໄຂ້ຫວັດໃຫຍ່:…

ອາຫານເຊົ້າອາດບໍ່ສໍາຄັນສະເໝີໄປ

ອາຫານເຊົ້າອາດບໍ່ສໍາຄັນສະເໝີໄປ

ເຮົາເຄີຍໄດ້ຍິນພໍ່ ແມ່ ຫລື ຜູ້ໃຫຍ່ຫລາຍໆຄົນບອກມາຕະຫລອດວ່າ ອາຫານເຊົ້າເປັນສິ່ງສໍາຄັນທີ່ສຸດ, ການອົດເຂົ້າເຊົ້າອາດສົ່ງຜົນເສຍຕໍ່ສຸຂະພາບ ເຮັດໃຫ້ສ່ຽງຕໍ່ການເປັນພະຍາດຫົວໃຈ: ເບົາຫວານ ລວມທັງພະຍາດອ້ວນ, ແຕ່ເຖິງເຮົາຈະຮູ້ວ່າການບໍ່ກິນເຂົ້າເຊົ້ານັ້ນມີຜົນຫຍັງແນ່ ແຕ່ເຮົາກໍບໍ່ສາມາດເຮັດໄດ້ດ້ວຍເຫດຜົນຫລາຍໆຢ່າງເຊັ່ນ: ບໍ່ທັນ, ຕື່ນສວາຍ, ປະຢັດ, ບໍ່ຢາກ… ເຫລົ່ານີ້ເປັນຕົ້ນ . ເມື່ອເປັນເຊັ່ນນັ້ນໄດ້ມີການວິໄຈທາງການແພດເລື່ອງພາວະໂພຊະນາການໃນຄົນອາເມລິກາສະບັບໜຶ່ງທີ່ໃຊ້ເວລາໃນການສຶກສາເປັນເວລາ 40 ປີ…

ເລື່ອງໃຈດີເລັກໆນ້ອຍໆທີ່ທ່ານສາມາດເຮັດໄດ້ໃນຊີວິດປະຈໍາວັນ

ເລື່ອງໃຈດີເລັກໆນ້ອຍໆທີ່ທ່ານສາມາດເຮັດໄດ້ໃນຊີວິດປະຈໍາວັນ

ເປັນຫຍັງຄົນເຮົາຈຶ່ງລັງເລທີ່ຈະເປັນຄົນໃຈດີ? ເພາະທ່າມກາງສັງຄົມທີ່ທຸກຢ່າງຟ້າວໄປໝົດ ເຮົາຕ້ອງເອົາຕົວເອງໃຫ້ລອດຈາກບັນຫາສະເພາະໜ້າໃນແຕ່ລະມື້ ຈົນຈະບໍ່ມີເວລາສົນໃຈຜູ້ອື່ນ ຂາດຄວາມເຫັນອົກເຫັນໃຈ (Empathy) ແລະ ເມື່ອເຮົາເມີນເສີຍແບບນີ້ຕໍ່ໄປດົນໆ ມັນຈະກາຍເປັນນິໄສທີ່ເຮົາບໍ່ມັກເຊັ່ນກັນ, ດັ່ງນັ້ນ ການເຝິກຕົວເອງໃຫ້ກາຍເປັນຄົນໃຈດີຂຶ້ນ, ການພັດທະນານິໄສຈາກສິ່ງເລັກໆນ້ອຍໆນັ້ນ ສາມາດສ້າງຄວາມປ່ຽນແປງໄປໃນທາງບວກໃຫ້ຜູ້ອື່ນ ແລະ ຕົວເອງໄດ້ມີຄວາມຮູ້ສຶກດີໆໄດ້ເຊັ່ນດຽວກັນ ຕົວຢ່າງເຊັ່ນ 5 ເລື່ອງໃຈດີເລັກໆນ້ອຍໆ ທີ່ທ່ານເຮັດໄດ້ໃນຊີວິດປະຈໍາວັນ ເຊິ່ງຄວາມໃຈດີເຫລົ່ານັ້ນບໍ່ຈໍາເປັນຕ້ອງເປັນເລື່ອງໃຫຍ່ກໍໄດ້….