ການຈັດອັນດັບ ທັກສະພາສາອັງກິດ ຂອງປະເທດແລະ ເຂດແຄວ້ນ ທີ່ບໍ່ໄດ້ໃຊ້ພາສາອັງກິດເປັນຫຼັກ

ເວັບໄຊ EF English Proficiency Index ຊຶ່ງເປັນແພລັດຟອມ ທີ່ໃຫຍ່ທີ່ສຸດຂອງໂລກ ໃນການຈັດອັນດັບ ທັກສະພາສາອັງກິດ ຂອງປະເທດ ແລະ ເຂດແຄວ້ນ ທີ່ບໍ່ໄດ້ໃຊ້ພາສາອັງກິດເປັນຫຼັກ ດ້ວຍການວັດຄະແນນຜົນເສັງ ຈາກຜູ້ໃຫຍ່ ຈໍານວນ 2.1 ລ້ານຄົນ ໃນ 111 ປະເທດ ແລະ ເຂດແຄວ້ນ ປະຈໍາປີ 2022
ການຈັດລະດັບ ທັກສະພາສາອັງກິດອາຊຽນ ມີຄື:
1. 🇸🇬 ສິງກະໂປ  #2 ຂອງໂລກ
2. 🇵🇭 ຟິລິປິນ #22 ຂອງໂລກ
3. 🇲🇾 ມາເລເຊຍ #24 ຂອງໂລກ
4. 🇻🇳 ຫວຽດນາມ #60 ຂອງໂລກ
5. 🇮🇩 ອິນໂດເນເຊຍ #81 ຂອງໂລກ
6. 🇲🇲 ມຽນມາ #93 ຂອງໂລກ
7. 🇰🇭 ກໍາປູເຈຍ #94 ຂອງໂລກ
8. 🇹🇭 ໄທ #97 ຂອງໂລກ
9. 🇱🇦 ລາວ #111 ຂອງໂລກ
ບຣູໄນ (ບໍ່ມີຂໍ້ມູນ)
ການຈັດອັນດັບ ແມ່ນອີງໃສ່ຄະແນນຈາກການສອບເສັງ EF Standard English Test (EF SET) ຊຶ່ງເປັນເຄື່ອງມື ທົດສອບ ການໃຊ້ພາສາອັງກິດ ທີ່ນິຍົມໃຊ້ ໃນທົ່ວໂລກ.
ອັນດັບ 1 ທີ່ມີທັກສະ ການໃຊ້ພາສາອັງກິດ ດີທີ່ສຸດ ແມ່ນປະເທດ Netherlands 🇳🇱
ເບິ່ງຂໍ້ມູນເພີ່ມຕື່ມທີ່ລິ້ງ https://www.ef-czech.cz