6 ພະຍາດທີ່ມາພ້ອມໄພໜາວ

ເມື່ອເຂົ້າສູ່ລະດູໜາວ ຈະເປັນຊ່ວງທີ່ອາກາດເຢັນລົງເລັກໜ້ອຍ, ສະພາບອາກາດມີການປ່ຽນແປງ ເຮັດໃຫັ້ຮ່າງກາຍຂອງເຮົາຕ້ອງປັບອຸນຫະພູມເພື່ອຮັບມືກັບອາກາດພາຍນອກ ແລະ ການປ່ຽນແປງສະພາບອາກາດຈະເຮັດໃຫ້ຮ່າງກາຍນັ້ນເກີດພະຍາດໄດ້ງ່າຍກວ່າປົກກະຕິ ໂດຍສະເພາະໃນເດັກນ້ອຍທີ່ສະພາບຮ່າງກາຍປັບຕົວໄດ້ບໍ່ດີພໍ ແລະ ນີ້ແມ່ນ 6 ພະຍາດທີ່ພໍ່ແມ່ຄວນລະວັງໃນຊ່ວງຍາມໜາວ:

 

  1. ພະຍາດໄຂ້ຫວັດ ແລະ ໄຂ້ຫວັດໃຫຍ່.

ໄຂ້ຫວັດ: ຕັນດັງ, ນ້ຳມູກໄຫຼ, ໄອ,ຈາມ

ໄຂ້ຫວັດໃຫຍ່: ເຈັບຫົວແຮງ, ມີໄຂ້ສູງ, ປວດເມື່ອຍຕາມຕົນໂຕ, ອາດມີອາການປຸ້ນທ້ອງ ແລະ ຈາມ

ວິທີຮັກສາ: ໄຂ້ຫວັດ: ນອນຜັກຜ່ອນຫຼາຍໆ, ເຊັດໂຕ ແລະ ກິນຢາຫຼຸດໄຂ້.

  1. ພະຍາດປອດບວມ.

ອາການ: ໄອ, ແໜ້ນເອິກ, ມີໄຂ້ສູງ ແລະ ຫາຍໃຈຫອບ. ມັກພົບຫຼັງຈາກເປັນໄຂ້ຫວັດຊ້ຳເຮື້ອ ຫຼື ຮຸນແຮງ.

ວິທີຮັກສາ: ຄວນໄປພົບແພດ.

  1. ພະຍາດ ຫັດ.

ອາການ: ມີໄຂ້, ນ້ຳມູກໄຫຼ, ໄອ, ຕາແດງ, ມີຜື່ນຂື້ນຫຼັງມີໄຂ້ປະມານ 4 ມື້.

ວິທີ່ຮັກສາ: ພົບແພດ ແລະ ກິນຢາຫຼຸດໄຂ້.

  1. ພະຍາດ ຫັດ ເຢຍລະມັນ.

ອາການ: ມີໄຂ້ຕ່ຳ-ປານກາງ ມີຜື່ນກະຈາຍທົ່ວໄປ.

ວິທີຮັກສາ: ກິນຢາຫຼຸດໄຂ້, ທາຢາແກ້ຜື່ນຄັນ ຫາກພົບໃນຜູ້ຍິງຖືພາໄລຍະ 3 ເດືອນທຳອິດຄວນໄປພົບແພດ.

  1. ພະຍາດອີສຸກອີໃສ.

ອາການ: ເລີ່ມຈາກມີໄຂ້ຕ່ຳໆ ຕໍ່ມາຈະມີຜື່ນແດງ, ຕຸ່ມນູນໃສໆ ຈາກນັ້ນຈະເປັນຕຸ່ມໜອງ.

ວິທີຮັກສາ: ຮັກສາຕາມອາການຄົນປ່ວຍ ສ່ວນໃຫຍ່ຈະເຊົາຈາກອາການດັ່ງກ່າວໃນເວລາບໍ່ດົນ.

  1. ພະຍາດຖອກທ້ອງ.

ອາການ: ຖ່າຍເປັນນ້ຳ ຮ່ວມກັບອາການໄຂ້ ແລະ ປວດຮາກ.

ວິທີຮັກສາ: ດື່ມນໍ້າໃຫ້ຫລາຍໆ ຖ້າບໍ່ດີຂຶ້ນຄວນໄປພົບແພດ.