ອາເມລິກາ ຂວໍ້າບາດເຄືອຂ່າຍຄ້າຂາຍນໍ້າມັນອີຣານ-ກຸ່ມແຮັດໂບລາ

         ລັດຖະບານອາເມລິກາ ປະກາດມາດຕະການຂວໍ້າບາດຮອບໃໝ່ໃນວັນທີ 3 ກໍລະກົດ ຕັ້ງເປົ້າໃສ່ເຄືອຂ່າຍລັກລອບຄ້າຂາຍນໍ້າມັນອີຣານ ແລະ ສະຖາບັນການເງິນທີ່ຄວບຄຸມໂດຍກຸ່ມແຮັດໂບລາ.

          ກະຊວງການເງິນອາເມລິກາ ເປີດເຜີຍວ່າ: ໜຶ່ງໃນເປົ້າໝາຍສໍາຄັນຄືເຄືອຂ່າຍບໍລິສັດທີ່ບໍລິຫານໂດຍທ່ານ ຊາລິມ ອາເມດ ຊາອິດ ນັກທຸລະກິດສອງສັນຊາດອີຣັກອັງກິດ ເຊິ່ງດໍາເນີນການຊື້ນໍ້າມັນດິບຈາກອີຣານແລ້ວນຳໄປປະສົມ ຫລື ປອມແປງວ່າເປັນນໍ້າມັນອີຣັກ ເພື່ອຫລີກລ່ຽງມາດຕະການຂວໍ້າບາດ ໂດຍກິດຈະກໍາດັ່ງກ່າວດໍາເນີນຕໍ່ເນື່ອງມາແຕ່ປີ 2020 ແລະ ມີມູນຄ່າຫລາຍພັນລ້ານໂດລາ.

          ທ່ານ ສະກ໊ອດ ເບສເຊນ ລັດຖະມົນຕີກະຊວງການເງິນຂອງອາເມລິກາ ກ່າວວ່າ: ກະຊວງຈະເດີນໜ້າປິດຊ່ອງທາງລາຍໄດ້ຂອງລັດຖະບານອີຣານ ແລະ ເພີ່ມແຮງກົດດັນທາງເສດຖະກິດ ເພື່ອຂັດຂວາງການເຂົ້າເຖິງແຫລ່ງເງິນທຶນທີ່ຫລໍ່ລ້ຽງກິດຈະກໍາຄຸກຄາມສະຖຽນລະພາບ.

          ທັງນີ້, ອາເມລິກາ ອອກມາດຕະການຂວໍ້າບາດຕໍ່ການສົ່ງອອກນໍ້າມັນຂອງອີຣານມາຢ່າງຕໍ່ເນື່ອງ ໂດຍອ້າງເຫດຜົນກ່ຽວກັບໂຄງການນິວເຄຼຍຂອງອີຣານ ແລະ ການສະໜັບສະໜູນກຸ່ມຕິດອາວຸດໃນຕາເວັນອອກກາງ.

         ນອກຈາກນີ້, ຍັງມີລາຍງານຈາກສື່ອາເມລິກາວ່າ: ທ່ານ ສະຕີບ ວິດຄອບ ຜູ້ແທນພິເສດຂອງອາເມລິກາ ກຽມເດີນທາງໄປນະຄອນຫລວງອອສໂລ ປະເທດນອກແວ ເພື່ອຫາລືກັບທ່ານ ອັບບາສ ອາຣັກຊີ ລັດຖະມົນຕີກະຊວງການຕ່າງປະເທດອີຣານ ໃນອາທິດໜ້າ ຖ້າເກີດຂຶ້ນແທ້ ການພົບປະຄັ້ງນີ້ຈະຖືເປັນການເຈລະຈາໂດຍກົງຄັ້ງທໍາອິດນັບແຕ່ອາເມລິກາ ແລະ ອິດສະລາແອນ ຮ່ວມໂຈມຕີເປົ້າໝາຍນິວເຄຼຍຂອງອີຣານໃນເດືອນຜ່ານມາ.