ເບິ່ງບານເດິກ ຕິດຕໍ່ກັນຫລາຍມື້  ອາດເຮັດໃຫ້ເກີດ “ພາວະຕາແຫ້ງ” ໄດ້ງ່າຍ

ເບິ່ງບານເດິກ ຕິດຕໍ່ກັນຫລາຍມື້ ອາດເຮັດໃຫ້ເກີດ “ພາວະຕາແຫ້ງ” ໄດ້ງ່າຍ

ຊ່ວງນີ້ເປັນຊ່ວງທີ່ຢູ່ໃນລະຫວ່າງການແຂ່ງຂັນບານໂລກ ຫລາຍຄົນອາດຈະນອນເດິກ ເພື່ອເບິ່ງທີມທີ່ຕົນເອງມັກ, ແຕ່ສິ່ງທີ່ຕາມມາຫລັງຈາກເບິ່ງຈໍ ຫລື ນອນເດິກຕະຫລອດແມ່ນ ພາວະຕາແຫ້ງ (Dry Eyes) ເປັນອາການແສບຕາ ຕາແຫ້ງ, ເຄືອງຕາ, ຄັນຕາ ຮູ້ສຶກຄືມີຂີ້ຝຸ່ນຢູ່ໃນຕາຕະຫລອດເວລາ, ຕາແດງ, ອາການຕາແຫ້ງສ່ວນຫລາຍຈະບໍ່ຮ້າຍແຮງຈົນເຖິງຂັ້ນຕາບອດຮ້າຍແຮງ, ແຕ່ສາມາດເຮັດໃຫ້ແກ້ວຕາອັກເສບ, ແກ້ວຕາບໍ່ລຽບນຽນ ແລະ ເຮັດໃຫ້ເກີດຄວາມລໍາຄານໄດ້,…

ຜົນການວິໄຈພົບວ່າ ການແຕ່ງໜ້າບໍ່ພຽງແຕ່ເຮັດໃຫ້ດູດີຂຶ້ນ ແຕ່ຍັງເພີ່ມລະດັບຄວາມໜ້າເຊື່ອຖືໄດ້ອີກດ້ວຍ

ຜົນການວິໄຈພົບວ່າ ການແຕ່ງໜ້າບໍ່ພຽງແຕ່ເຮັດໃຫ້ດູດີຂຶ້ນ ແຕ່ຍັງເພີ່ມລະດັບຄວາມໜ້າເຊື່ອຖືໄດ້ອີກດ້ວຍ

ເຊື່ອວ່າສໍາຫລັບໃຜຫລາຍໆຄົນ “ເຄື່ອງສໍາອາງ” ອາດຈະເປັນອຖປະກອນເວດມົນທີ່ສາມາດປ່ຽນທຸກຄົນໃຫ້ເປັນຄົນທີ່ດູດີໄດ້ ຖ້າຜູ້ໃຊ້ມີສີມືຫລາຍພໍ . ແຕ່ເຊື່ອບໍ່ວ່າຄວາມຈິງແລ້ວ ເຄື່ອງສໍາອາງນັ້ນບໍ່ພຽງແຕ່ເຮັດໃຫ້ຄົນງາມ ຫລື ຫລໍ່ ຂຶ້ນເທົ່ານັ້ນ, ເພາະການວິໄຈໃໝ່ຂອງວິທະຍາໄລເກດຕິສເບີກ ສະຫະລັດອາເມລິກາ ນັກວິໄຈໄດ້ຄົ້ນພົບວ່າ ການໃຊ້ເຄື່ອງສໍາອາງຍັງສາມາດສ້າງ ຄວາມໜ້າເຊື່ອຖື ໄດ້ອີກດ້ວຍ . ນັກວິໄຈຄົ້ນພົບເລື່ອງລາວທີໜ້າສົນໃຈນີ້ຈາກການທົດລອງ 6 ຢ່າງກັບອາສາສະໝັກກວ່າ…

5 ເຄັດລັບຕື່ມພະລັງບວກສຳລັບຄົນເຮັດວຽກຢູ່ເຮືອນ.

5 ເຄັດລັບຕື່ມພະລັງບວກສຳລັບຄົນເຮັດວຽກຢູ່ເຮືອນ.

     ເຄັດລັບງ່າຍໆທີ່ຈະຊ່ວຍໃຫ້ຄົນທີ່ຕ້ອງເຮັດວຽກຢູ່ກັບເຮືອນມີຄວາມຄິດດ້ານບວກ ແລະ ມີຄວາມສຸກກັບວຽກທີ່ເຮັດໄດ້ທຸກມື້ ເຊິ່ງເສດຖະກິດຍຸກນີ້ ຫລາຍຄົນອາດມີການປ່ຽນວຽກ, ລາອອກມາເຮັດທຸລະກິດສ່ວນຕົວ ຫລື ຮັບວຽກມາເຮັດຢູ່ເຮືອນ ລວມເຖິງກະສຽນອາຍຸ ແລ້ວອອກມາຢູ່ເຮືອນ, ຕ້ອງປ່ຽນບົດບາດການໃຊ້ຊີວິດຮູບແບບໃໝ່ ເປັນຕົ້ນ ແລະ ຕໍ່ໄປນີ້ກໍແມ່ນບາງແນວທາງທີ່ຈະຊ່ວຍຕື່ມພະລັງບວກໃຫ້ແກ່ທ່ານໃນການເຮັດວຽກຢູ່ກັບເຮືອນ. ຕື່ມພະລັງໃຈ, ຝຶກເບິ່ງໂລກໃນດ້ານດີ ເມື່ອເຮົາມີທັດສະນະຄະຕິທີ່ດີ ທຸກຢ່າງກໍຈະດີຕາມໄປນຳ…

ໃຈສັ່ນແມ່ນຫຍັງ ?

ໃຈສັ່ນແມ່ນຫຍັງ ?

ໃຈສັ່ນແມ່ນຄວາມຮູ້ສຶກທີ່ຫົວໃຈເຕັ້ນບໍ່ສະໝໍ່າສະເໝີ ບໍ່ວ່າຈະຊ້າ ຫລື ໄວ, ກະຕຸກ ຫລື ສະດຸດ ຜົນຂອງໃຈສັ່ນເປັນໄດ້ຕັ້ງແຕ່ມີອາການລຳຄານ, ເມື່ອຍງ່າຍ, ອຳມະພາດ ໄປຈົນເຖິງເສຍຊີວິດກະທັນຫັນ. ອາການໃຈສັ່ນພົບໄດ້ຫລາຍ ໂດຍສະເພາະໃນຄົນປ່ວຍພະຍາດຫົວໃຈ. ອາການໃຈສັ່ນອາດພົບຮ່ວມກັບອາການອື່ນໆ ເຊັ່ນ : ເຈັບໜ້າເອິກ, ເມື່ອຍງ່າຍ, ວິນຫົວ ຫລື…

ສາລະວັນ ກຽມພ້ອມພັດທະນາການທ່ອງທ່ຽວໃຫ້ມີຄວາມຍືນຍົງ ເພື່ອດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວແຂວງຫລາຍຂຶ້ນ

ສາລະວັນ ກຽມພ້ອມພັດທະນາການທ່ອງທ່ຽວໃຫ້ມີຄວາມຍືນຍົງ ເພື່ອດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວແຂວງຫລາຍຂຶ້ນ

ວັນທີ 23 ພະຈິກ 2022 ຜ່ານມາ, ພະແນກຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແຂວງສາລະວັນ ຮ່ວມກັບກົມໂຄສະນາການທ່ອງທ່ຽວ ກະຊວງ ຖວທ ໄດ້ຈັດກອງປະຊຸມສໍາມະນາເພື່ອປຶກສາຫາລື, ແລກປ່ຽນທັດສະນະ, ວິທີການໆພັດທະນາ ແລະ ສົ່ງເສີມການທ່ອງທ່ຽວຂອງແຂວງ ແນໃສ່ປັບປຸງສິ່ງອໍານວຍຄວາມສະດວກ…

ສາເຫດທີ່ເຮັດໃຫ້ອ່ານໜັງສືແລ້ວເຫງົານອນ.

ສາເຫດທີ່ເຮັດໃຫ້ອ່ານໜັງສືແລ້ວເຫງົານອນ.

ເຊື່ອວ່າບັນຫານີ້ເປັນບັນຫາທີ່ໃຜຫລາຍຄົນເຄີຍພໍ້ມາແລ້ວ ເມື່ອຈັບໜັງສືມາອ່ານຍາມໃດກໍຈະເກີດອາການງ່ວງນອນຕາມມາຕະຫລອດ ເຊິ່ງສາເຫດຂອງອາການງ່ວງນອນຕອນອ່ານໜັງສືນັ້ນ ຈາກການສຶກສາພົບວ່າ ເມື່ອເຮົາອ່ານໜັງສື ດວງຕາຈະເຄື່ອນໄຫວໄປມາໃນຂະນະທີ່ກຳລັງອ່ານໜັງສື ແລະ ໃນຂະນະດຽວກັນ ສະໝອງກໍຕ້ອງເຮັດວຽກໄປນຳ ໂດຍການແປໂຕອັກສອນ ແລະ ແປຄວາມໝາຍຕາມທີ່ເຮົາເບິ່ງເຫັນ ເພາະທັງສອງອະໄວຍະວະເປັນສິ່ງທີ່ຈະຕ້ອງໃຊ້ເຮັດວຽກໜັກ ຈຶ່ງເກີດຄວາມຮູ້ສຶກອິດເມື່ອຍອ່ອນເພຍ ນັ້ນຈຶ່ງເປັນສາເຫດທີ່ເຮັດໃຫ້ຮ່າງກາຍສົ່ງສັນຍານເຕືອນວ່າຄວນໄດ້ຮັບການພັກຜ່ອນ ຈຶ່ງເຮັດໃຫ້ຕາຂອງເຮົາຄ່ອຍໆປິດລົງ ແລະ ເຂົ້າສູ່ສະພາບຂອງການນອນຫລັບນັ້ນເອງ. ແຕ່ກໍອາດມີປັດໄຈອື່ນຮ່ວມນຳ ເຊັ່ນ…

ອາການຫິວຕະຫລອດເວລາເກີດຈາກຫຍັງ ?

ອາການຫິວຕະຫລອດເວລາເກີດຈາກຫຍັງ ?

ອາການຫິວເປັນເລື່ອງທຳມະຊາດທີ່ເກີດຂຶ້ນຫລັງຈາກການເຮັດກິດຈະກຳຕ່າງໆໃນຊີວິດປະຈຳວັນ, ແຕ່ຫາກຫາກໍກິນເຂົ້າບໍ່ພໍເທົ່າໃດນາທີ ກໍເກີດອາການຫິວຂຶ້ນມາອີກແລ້ວ ເປັນຫຍັງຄືຮູ້ສຶກຫິວຕະຫລອດເວລາແບບນີ້ ເກີດຈາກຫຍັງໄດ້ແດ່ ມື້ນີ້ພວກເຮົາມີຄຳຕອບກ່ຽວກັບອາການດັ່ງກ່າວມາບອກ. ພັກຜ່ອນບໍ່ພຽງພໍ : ການພັກຜ່ອນໜ້ອຍຈະສົ່ງຜົນກະທົບຕໍ່ການຫລັ່ງຮໍໂມນຂອງຮ່າງກາຍທີ່ມີຄວາມກ່ຽວຂ້ອງກັບຄວາມຢາກອາຫານ ເພາະຈະໄປກະຕຸ້ນໃຫ້ຮ່າງກາຍເພີ່ມລະດັບຮໍໂມນເກຣລິນທີ່ຄວບຄຸມຄວາມຢາກອາຫານໃຫ້ສູງຂຶ້ນ. ຄວາມເຄັ່ງຄຽດ : ອາການເຄັ່ງຄຽດ ຫລື ວິຕົກກັງວົນ ຈະສົ່ງຜົນໃຫ້ຮ່າງກາຍຫລັ່ງຮໍໂມນຄໍຕິໂຊລ ຮໍໂມນແຫ່ງຄວາມເຄັ່ງຄຽດ ແລະ ອະດຣີນາລີນ ເພີ່ມສູງຂຶ້ນ…

ເມືອງເຟືອງ ແຂວງວຽງຈັນ ກຽມຈັດງານບຸນເທສະການ ສາມໝື່ນຕູບເຟືອງ ເພື່ອສົ່ງເສີມຮີດຄອງປະເພນີ ແລະ ການທ່ອງທ່ຽວທໍາມະຊາດ ໃນວັນທີ 4-15 ທັນວາ 2022

ເມືອງເຟືອງ ແຂວງວຽງຈັນ ກຽມຈັດງານບຸນເທສະການ ສາມໝື່ນຕູບເຟືອງ ເພື່ອສົ່ງເສີມຮີດຄອງປະເພນີ ແລະ ການທ່ອງທ່ຽວທໍາມະຊາດ ໃນວັນທີ 4-15 ທັນວາ 2022

ເພື່ອເປັນການອະນຸລັກຮັກສາ ແລະ ສົ່ງເສີມຮີດຄອງປະເພນີອັນດີງາມ ຕະຫລອດຮອດຕຳນານ ຫລື ເລື່ອງເລົ່າລືຊາຂອງຄົນຮຸ່ນກ່ອນກ່ຽວກັບປະຫວັດຄວາມເປັນມາຂອງເມືອງເຟືອງ (ຜາທໍ່ໜໍ່ຄຳ) ໃຫ້ຢູ່ຄຽງຄູ່ກັບຊາວເມືອງເຟືອງໄປຕະຫລອດການ ແລະ ເພື່ອເປັນການຈັດກິດຈະກໍາສົ່ງເສີມການທ່ອງທ່ຽວທໍາມະຊາດ ຕິດພັນກັບການທ່ອງທ່ຽວວັດທະນາທໍາ ຢູ່ພາຍໃນເມືອງເຟືອງໃຫ້ມີຂະບວນຟົດຟື້ນ, ທາງເປັນການໂຄສະນາກິດການທ່ອງທ່ຽວທີ່ຫລາກຫລາຍໃຫ້ນັກທ່ຽວທ່ອງທັງພາຍໃນ ແລະ ຕ່າງປະເທດໃຫ້ມາທ່ອງທ່ຽວເມືອງເຟືອງໃຫ້ນັບມື້ຫລາຍຂຶ້ນ. ດັ່ງນັ້ນ, ຫົວໜ້າຫ້ອງວ່າການເມືອງເຟືອງຈຶ່ງໄດ້ກໍານົດເອົາການຈັດງານບຸນເທສະການ ສາມໝື່ນຕູບເຟືອງ ຂຶ້ນໃນວັນທີ 4-15…

WHO ແນະນໍາໃຫ້ບໍລິໂພກນໍ້າຕານບໍ່ເກີນມື້ລະ 6 ບ່ວງກາເຟເພື່ອຫລຸດຄວາມສ່ຽງໃນການເປັນພະຍາດຕ່າງໆ

WHO ແນະນໍາໃຫ້ບໍລິໂພກນໍ້າຕານບໍ່ເກີນມື້ລະ 6 ບ່ວງກາເຟເພື່ອຫລຸດຄວາມສ່ຽງໃນການເປັນພະຍາດຕ່າງໆ

. ເຊື່ອວ່າມີຫລາຍຄົນຕິດໃຈໃນການບໍລິໂພກນໍ້າຕານທີ່ຢູ່ໃນຮູບແບບຂອງອາຫານ ເຄື່ອງດື່ມ ຫລື ຂອງຫວານ, ແຕ່ຮູ້ບໍ່ວ່າອາຫານທີ່ມີສ່ວນປະກອບນໍ້າຕານນັ້ນອາດຈະມີດີຕໍ່ໃຈ ກິນເຂົາໄປແລ້ວຮູ້ສຶກມີຄວາມສຸກ, ແຕ່ຜົນທີ່ໄດ້ຈາກການກິນຫວານຕໍ່ເນື່ອງກັນເປັນເວລາດົນ ຈະເຮັດໃຫ້ຮ່າງກາຍເພີ່ມຄວາມສ່ຽງໃນການເປັນພະຍາດໄດ້ຫລາກຫລາຍ ແລະ ຍັງເປັນສານເລັ່ງຄວາມແຫ່ວຍານໃຫ້ຜິວໜັງ ຍິ່ງກິນຫວານຍິ່ງເຮັດໃຫ້ໜ້າເຖົ້າໄວ ເພາະນໍ້າຕານຈະເຮັດປະຕິກິລິຍາປ່ຽນໂຄງສ້າງຄໍລາເຈນ ເຮັດໃຫ້ອີລາສຕິນທີ່ເປັນໂປຣຕີນເຮັດໃຫ້ຜິວກະຊັບ ແລະ ເຄັ່ງຕຶງນັ້ນ ມີໜ້ອຍລົງ ກໍຈະເຮັດໃຫ້ຜິວແຫ້ງ,​ ມີຮອຍ ແລະ…

ຄວາມຈິງ! ເສັ້ນທາງບ້ານຫັດສະດີ ຮ່ອມຂ້າງຕະຫລາດເຊົ້າຕຶກໃໝ່ ເປ່ເພມາດົນແລ້ວ

ຄວາມຈິງ! ເສັ້ນທາງບ້ານຫັດສະດີ ຮ່ອມຂ້າງຕະຫລາດເຊົ້າຕຶກໃໝ່ ເປ່ເພມາດົນແລ້ວ

ເສັ້ນທາງບ້ານຫັດສະດີ ຮ່ອມຂ້າງຕະຫລາດເຊົ້າຕຶກເກົ່າ ມີສະພາບເປ່ເພຫລາຍສົມຄວນ ສ້າງຄວາມລຳບາກແກ່ຜູ້ສັນຈອນໄປມາ ທັງຜູ້ໃຊ້ລົດ ແລະ ຜູ້ຍ່າງ ເນື່ອງຈາກສະພາບທາງເປັນບວກຂຸມ ຜູ້ໃຊ້ລົດບໍ່ຢາກລົງຂຸມຈຶ່ງໃຊ້ວິທີຫລີກແລ້ວກໍໄປສວານກັບຄົນຍ່າງ ເຮັດໃຫ້ຜູ້ຍ່າງກັບຜູ້ຂີ່ລົດ ບໍ່ເຂົ້າແລວກັນ ສ້າງຄວາມໜັກໃຈບໍ່ໜ້ອຍ ທັງສ່ຽງຕໍ່ການເກີດອຸບັດເຫດ. ຕະຫລອດໄລຍະຜ່ານມາ ປະຊາຊົນໄດ້ສ່ອງແສງມາຍັງໜັງສືພິມລາວພັດທະນາ ເພື່ອຫວັງວ່າຈະໄດ້ຮັບການແກ້ໄຂ ຫລື ສ້ອມແປງໃຫ້ເປັນແລນມາກທີ່ທຽວໄປມາສະດວກສະບາຍ ທັງເປັນໃບໜ້າໃບຕາຂອງປະເທດຊາດ ເນື່ອງຈາກດັ່ງກ່າວ…