ຕັ້ງລະຫັດຜ່ານແບບນີ້ ງ່າຍຕໍ່ການຖືກໂຈລະກໍາຂໍ້ມູນ

ໃນຍຸກທີ່ຂໍ້ມູນໃນໂລກອອນລາຍມີຄວາມສໍາຄັນຈົນການຖືກແຮັກ ມີຄວາມຮ້າຍແຮງເກືອບຈະເທົ່າກັບການປຸ້ນຈີ້ໃນສັງຄົມປັດຈຸບັນ, ເຊິ່ງຫລາຍຄົນອາດຈະຄິດວ່າມະນຸດເຮົາຈະໄດ້ຮັບບົດຮຽນທີ່ກ່ຽວກັບການເລືອກໃຊ້້ລະຫັດດີໆ ທີ່ມີຄວາມປອດໄພສູງແລ້ວ
.
ແຕ່ຈາກລາຍງານຂອງນັກວິໄຈດ້ານຄວາມປອດໄພທາງໄຊເບີຈາກ Cybernews ແລະ ບໍລິສັດຈັດການລະຫັດຜ່ານ NordPass ເບິ່ງວ່າໃນປັດຈຸບັນຍັງມີກຸ່ມຄົນຫລາຍກຸ່ມທີ່ຍັງໃຊ້ລະຫັດທີ່ບໍ່ມີຄວາມປອດໄພຢູ່
.
ແລະ ລະຫັດຍອດນິຍົມອັນດັບຕົ້ນໆຂອງໂລກໄດ້ແກ່ “admin”, “password”, “123456”, “root”, “guest” ເຫລົ່ານີ້ເປັນຕົ້ນ
.
ດັ່ງນັ້ນ ຜູ້ຊ່ຽວຊານຈຶ່ງໄດ້ອອກມາເຕືອນວ່າລະຫັດທີ່ດີຄວນມີຄວາມຍາວຫລາຍກວ່າ ຄໍາໜຶ່ງຄໍາ ແລະ ຄວນມີຕົວອັກສອນຢ່າງໜ້ອຍ 12 ຕົວ ທີ່ມີຕໄວພິມໃຫຍ່ ແລະ ພິມນ້ອຍ ແລະ ສັນຍາລັກ, ຄວນຫລີກລ່ຽງຄໍາ ຫລື ຊື່ທົ່ວໄປ. ບໍ່ດັ່ງນັ້ນຂໍ້ມູນທີ່ສໍາຄັນຂອງເຮົາອາດຈະຖືກເຂົ້າເຖິງຈາກຜູ້ບໍ່ຫວັງດີ
.
ເບິ່ງ 200 ອັນດັບລະຫັດຜ່ານທີ່ພົບເຫັນໄດ້ຫລາຍທີ່ສຸດ
nordpass.com/most-common-passwords-list/
ທີ່ມາ

