ອາຫານເຊົ້າອາດບໍ່ສໍາຄັນສະເໝີໄປ

ເຮົາເຄີຍໄດ້ຍິນພໍ່ ແມ່ ຫລື ຜູ້ໃຫຍ່ຫລາຍໆຄົນບອກມາຕະຫລອດວ່າ ອາຫານເຊົ້າເປັນສິ່ງສໍາຄັນທີ່ສຸດ, ການອົດເຂົ້າເຊົ້າອາດສົ່ງຜົນເສຍຕໍ່ສຸຂະພາບ ເຮັດໃຫ້ສ່ຽງຕໍ່ການເປັນພະຍາດຫົວໃຈ: ເບົາຫວານ ລວມທັງພະຍາດອ້ວນ, ແຕ່ເຖິງເຮົາຈະຮູ້ວ່າການບໍ່ກິນເຂົ້າເຊົ້ານັ້ນມີຜົນຫຍັງແນ່ ແຕ່ເຮົາກໍບໍ່ສາມາດເຮັດໄດ້ດ້ວຍເຫດຜົນຫລາຍໆຢ່າງເຊັ່ນ: ບໍ່ທັນ, ຕື່ນສວາຍ, ປະຢັດ, ບໍ່ຢາກ… ເຫລົ່ານີ້ເປັນຕົ້ນ

.

ເມື່ອເປັນເຊັ່ນນັ້ນໄດ້ມີການວິໄຈທາງການແພດເລື່ອງພາວະໂພຊະນາການໃນຄົນອາເມລິກາສະບັບໜຶ່ງທີ່ໃຊ້ເວລາໃນການສຶກສາເປັນເວລາ 40 ປີ ທີ່ເລີ່ມແຕ່ປີ 1971- ປີ 2010, ເຊິ່ງໄດ້ສໍາຫລວດປະຊາກອນອາເມລິກາກວ່າ 6 ໝື່ນຄົນ ທີ່ມີອາຍຸລະຫວ່າງ 20-74 ປີ ແລະ ພົບວ່າ ປະຊາກອນ 25% ທີ່ບໍ່ໄດ້ກິນເຂົ້າເຊົ້າ ແຕ່ພວກເຂົາກໍຍັງມີສຸຂະພາບທີ່ດີ, ບໍ່ເຈັບໄຂ້ໄດ້ປ່ວຍຢ່າງທີ່ຄິດ ເຮັດໃຫ້ນັກວິໄຈທາງການແພດຮຸ່ນໃໝ່ເລີ່ມມີຂໍ້ສົງໄສວ່າ ຄວາມຈິງແລ້ວການທີ່ຄົນເຮົາບໍ່ໄດ້ກິນເຂົ້າເຊົ້າມີຜົນເສຍຕໍ່ສຸຂະພາບ ແທ້ ຫລື ບໍ?

.

ການກິນເຂົ້າເຊົ້າອາດຊ່ວຍໃຫ້ເຮົາບໍ່ອ້ວນ, ອາດຫລຸດຄວາມສ່ຽງໃນການເປັນພະຍາດຕ່າງໆ ເຊັ່ນ: ເບົາຫວານ ຫລື ພະຍາດຫົວໃຈ ເພາະມີການວິໄຈອີກຫລາຍສະບັບບອກໄວ້ແບບນັ້ນ, ແຕ່ຖ້າລອງມາວິເຄາະກັນແບບເຈາະເລິກແລ້ວຈະພົບວ່າການວິໄຈເຫລົ່ານັ້ນເປັນ Observational Study ຫລືຶ ການວິໄຈແບບການເຝົ້າສັງເກດ ແລະ ບັນທຶກຂໍ້ມູນ, ບໍ່ໄດ້ເປັນການທົດລອງແບບເອົາຄົນມາອົດເຂົ້າເຊົ້າແລ້ວເຮັດການທົດລອງ ຫລື ແບບ Experimental Study ເພື່ອປຽບທຽບກັບຜູ້ທີ່ກິນເຂົ້າເຊົ້າແບບຈິງຈັງ,​ນັກວິຊາການຫລາຍຄົນຈຶ່ງບອກວ່າຍັງບໍ່ສາມາດສະຫລຸບບໍ່ໄດ້ວ່າການຮັບປະທານອາຫານເຊົ້າຈະເຮັດໃຫ້ສຸຂະພາບດີ ເພາະຄວາມຈິງແລ້ວຍັງມີປັດໄຈອື່ນໆອີກຫລາຍຢ່າງທີ່ສົ່ງຜົນຕໍ່ສຸຂະພາບຂອງຄົນເຮົາ

.

ແລະ ໃນປີ 2014 ໄດ້ມີນັກວິໄຈໂພຊະນາການຈາກປະເທດຍີ່ປຸ່ນໄດ້ສະແດງໃຫ້ເຫັນວ່າການອົດເຂົ້າເຊົ້າ ບໍ່ມີຜົນຕໍ່ການເຜົາຜານພະລັງງານໃນແຕ່ລະມື້ອີກດ້ວຍ, ເວົ້າງ່າຍໆຄື ການອົດເຂົ້າເຊົ້າ ບໍ່ໄດ້ເຮັດໃຫ້ເຮົາອ້ວນຂຶ້ນແຕ່ຢ່າງໃດ! ການວິໄຈສະບັບດຽວກັນຍັງບອກຕື່ມອີກວ່າ ການອົດເຂົ້າເຊົ້າອາດເຮັດໃຫ້ເຮົາຫິວ ແລະ ສົ່ງຜົນໃຫ້ເຮົາກິນເຂົ້າສວາຍຫລາຍຂຶ້ນ,​ ແຕ່ເຖິງເຮົາຈະກິນເຂົ້າສວາຍຫລາຍຂຶ້ນ ແຕ່ກໍກິນຫລາຍຂຶ້ນບໍ່ຮອດ 30% ແລະ ຈໍານວນພະລັງງານແຄລໍລີ່ທີ່ເພີ່ມຂຶ້ນກໍບໍ່ເທົ່າກັບການກິນສອງຄາບ (ເຊົ້າ+ສວາຍ)

.

ແລະ ສໍາລັບຄົນທີ່ບໍ່ໄດ້ກິນເຂົ້າເຊົ້າມາເປັນເວລາດົນແລ້ວ ກໍບໍ່ຕ້ອງກັງວົນວ່າຮ່າງກາຍຈະຮັບໄດ້ ຫລື ບໍ່? ເພາະເລື່ອງນີ້ Mayo Clinic ປະເທດອາເມລິກາ ໄດ້ສຶກສາແລ້ວວ່າຄົນເຮົາຢູ່ໃນສະພາວະອົດອາຫານໄດ້ດົນ 16 ຊົ່ວໂມງ, ຜູ້ຍິງ 14 ຊົ່ວໂມງ ໂດຍບໍ່ສົ່ງຜົນຕໍ່ສຸຂະພາບແຕ່ຢ່າງໃດ ນັ້ນໝາຍຄວາມວ່າຖ້າເຮົານອນຕອນ 22:00 ແລະ ໃຊ້ເວລານອນ 8 ຊົ່ວໂມງ ກໍຈະຕື່ນຕອນ 6:00 ໂມງ ແລະ ເລີ່ມກິນເຂົ້າສວາຍໄດ້ແບບສະບາຍ ໂດຍທີ່ຮ່າງກາຍບໍ່ຮູ້ສຶກສູນເສຍພະລັງງານອີກດ້ວຍ

.

ໃນ Wellness Clinic ບາງບ່ອນຍັງຈັດໃຫ້ຜູ້ທີ່ໄປຟື້ນຟູຮ່າງກາຍງົດອາຫານເຊົ້າອີກດ້ວຍ ເພາະພົບວ່າຮ່າງກາຍໄດ້ພັກຜ່ອນ, ງົດການເຜົາຜານອາຫານເປັນເວລາ 14-16 ຊົ່ວໂມງ ຈະຊ່ວຍປັບສົມດຸນຂອງລະບົບຮໍໂມນ, ລະບົບໝູນວຽນເລືອດ,ລະບົບຂັບຖ່າຍຂອງເສຍໃຫ້ກັບມາເຮັດວຽກເປັນປົກກະຕິດີ

.

ສະຫລຸບແລ້ວການອົດເຂົ້າເຊົ້າອາດຈະບໍ່ໄດ້ສົ່ງຜົນເສຍສະເໝີໄປ ເພາະມີການວິໄຈຫລາຍບົດໄດ້ອອກມາບອກໄວ້ ແລະ ອາດມີຜົນດີອີກດ້ວຍ

.

ອ່ານມາຮອດນີ້ຫລາຍທ່ານອາດຈະເລີ່ມກັງວົນແລ້ວວ່າ ເຮົາຄວນກິນເຂົ້າເຊົ້າ ຫລື ບໍ່? ຄໍາຕອບຄື ‘ເອົາທີ່ສະບາຍໃຈ’ ເພາະຄວາມສໍາຄັນຂອງສານອາຫານບໍ່ໄດ້ຂຶ້ນກັບຄາບອາຫານ ແຕ່ຂຶ້ນກັບສານອາຫານທີ່ເຮົາກິນເຂົ້າໄປໃນແຕ່ລະຄາບຫລາຍກວ່າ.

 

ສ່ວນອາຫານເຊົ້າທີ່ມີຄຸນນະພາບ ຜູ້ຊ່ຽວຊານແນະນໍາວ່າຄວນເປັນອາຫານທີ່ມີໂປຣຕີນສູງຈາກສັດ ແລະ ຍ່ອຍງ່າຍ ເຊັ່ນ: ປາ, ໄກ່, ໄຂ່, ຊີສ, ນົມ ແລະ ພືດທັນຍາຫານຕ່າງໆ, ຜັກໃບຂຽວ ລ້ວນແລ້ວແຕ່ເປັນອາຫານທີ່ມີປະໂຫຍດຕໍ່ຮ່າງກາຍຢ່າງແທ້ຈິງ.