ECB ເຕືອນວິກິດຄື້ນຄວາມຮ້ອນໃນເອີຣົບສ່ຽງກະທົບເສດຖະກິດ-ເງິນເຟີ້

ທ່ານ ແຟຣງ ເອລເດິສັນ ກົມການບໍລິຫານຂອງທະນາຄານກາງເອີຣົບ (ECB) ກ່າວວ່າ: ການເຊື່ອມໂຍງກັນລະຫວ່າງສະພາບອາກາດທີ່ຮ້ອນອົບເອົ້າໃນເອີຣົບກັບຕົວບົ່ງຊີ້ທີ່ສໍາຄັນທາງເສດຖະກິດເຊັ່ນ: ອັດຕາເງິນເຟີ້ ແລະ ລວມຍອດຜະລິດຕະພັນພາຍໃນ (GDP) ນັ້ນ ເປັນເລື່ອງທີ່ມີຄວາມສໍາຄັນເກີນກວ່າຈະລະເລີຍໄດ້.
ການສະແດງຄວາມເຫັນດັ່ງກ່າວເກີດຂຶ້ນໃນຂະນະທີ່ເອີຣົບກໍາລັງຜະເຊີນຄື້ນຄວາມຮ້ອນຮອບໃໝ່ ໂດຍຫລາຍພື້ນທີ່ຜະເຊີນອຸນຫະພູມທີ່ສູງຜິດປົກກະຕິ ເປັນຜົນມາຈາກການປ່ຽນແປງຂອງສະພາບອາກາດ. ຂະນະທີ່ນັກວິທະຍາສາດພົບວ່າ: ສະພາບໂລກຮ້ອນແບບນີ້ອາດສົ່ງຜົນກະທົບຕໍ່ສະຖຽນລະພາບຂອງລາຄາ ເຊິ່ງສ່ວນໜຶ່ງເກີດຈາກການທີ່ຊາວກະສິກອນຜະເຊີນຄວາມຍາກລໍາບາກໃນການເບິ່ງແຍງຜົນຜະລິດ ແລະ ລາຄາອາຫານທີ່ສູງຂຶ້ນ.
ທ່ານ ເອລເດິສັນ ກ່າວວ່າ: ECB ມີຄວາມເຂົ້າໃຈເພີ່ມຂຶ້ນວ່າ ວິກິດສະພາບອາກາດ ແລະ ທໍາມະຊາດມີສ່ວນກ່ຽວຂ້ອງຕໍ່ເສດຖະກິດ ໂດຍອ້າງອີງເຖິງລະດູຮ້ອນທີ່ສະພາບອາກາດຮ້ອນອົບເອົ້າເປັນພິເສດໃນປີ 2025 ເຊິ່ງໃນເວລານັ້ນອັດຕາເງິນເຟີ້ລາຄາອາຫານປັບເພີ່ມຂຶ້ນ 0.4-0.9% ແລະ ສົ່ງຜົນກະທົບຕໍ່ຕົວເລກລວມຍອດຜະລິດຕະພັນພາຍໃນ (GDP) ຂອງເຢຍລະມັນ.
ທັງນີ້, ເພື່ອເປັນການຮັບມືຕໍ່ສະຖານະການດັ່ງກ່າວ ECB ກໍາລັງເພີ່ມຄວາມພະຍາຍາມໃນການແກ້ໄຂຄວາມສ່ຽງທາງເສດຖະກິດທີ່ກ່ຽວຂ້ອງກັບສະພາບອາກາດ ເຊິ່ງລວມທັງການເປີດເຜີຍລາຍງານສະບັບປັບປຸງໃນອາທິດນີ້ ໂດຍລາຍງານດັ່ງກ່າວສະແດງໃຫ້ເຫັນວ່າ ECB ບໍ່ພຽງແຕ່ຈະນໍາເອົາຜົນກະທົບຂອງການປ່ຽນແປງສະພາບອາກາດມາປະກອບການພິຈາລະນາໃນການກໍານົດນະໂຍບາຍການເງິນເທົ່ານັ້ນ, ແຕ່ຍັງລວມເຖິງປັດໄຈກ່ຽວກັບການເຊື່ອມໂຊມຂອງທໍາມະຊາດນໍາອີກ.

