UN ສະແດງຄວາມກັງວົນ ກໍລະນີອີຣານຢຸດການຮ່ວມມືກັບ IAEA

ໂຄສົກແຫ່ງສະຫະປະຊາຊາດ (UN) ໄດ້ກ່າວໃນວັນທີ 2 ກໍລະກົດວ່າ: ການຕັດສິນໃຈຂອງອີຣານທີ່ຈະຢຸດການຮ່ວມມືກັບອົງກອນພະລັງງານປະລະມານູສາກົນ (IAEA) ນັ້ນ ຖືເປັນເລື່ອງທີ່ໜ້າເປັນຫ່ວງຫລາຍ.
“ເຮົາໄດ້ຮັບຮູ້ເຖິງການຕັດສິນໃຈຢ່າງເປັນທາງການດັ່ງກ່າວແລ້ວ ເຊິ່ງເປັນເລື່ອງທີ່ໜ້າກັງວົນ” ທ່ານ ສເຕຟານ ດູຈາຣິກ ໂຄສົກຂອງທ່ານ ອັນໂຕນິໂອ ກູເຕີເຣສ ເລຂາທິການ UN ກ່າວ ເມື່ອຖືກຖາມເຖິງປະຕິກິລິຍາຂອງທ່ານ ກູເຕີເຣສ ຕໍ່ປະກາດຂອງລັດຖະບານອີຣານທີ່ຈະຢຸດການຮ່ວມມືກັບ IAEA.
ທ່ານ ດູຈາຣິກ ກ່າວວ່າ: ທ່ານ ກູເຕີເຣສ ໄດ້ສະແດງຈຸດຢືນທີ່ສະໝໍ່າສະເໝີມາໂດຍຕະຫລອດໃນການຮຽກຮ້ອງໃຫ້ອີຣານໃຫ້ການຮ່ວມມືກັບໜ່ວຍງານກວດສອບດ້ານນິວເຄຼຍຂອງ UN ແລະ ຮຽກຮ້ອງໃຫ້ທຸກປະເທດຮ່ວມມືກັບ IAEA ໃນບັນຫາທີ່ກ່ຽວຂ້ອງກັບກິດຈະການນິວເຄຼຍເຊັ່ນກັນ.

