ກົມອາຫານ ແລະ ຢາ ສະຫະລັດອາເມລິກາ ອະນຸມັດ ຊີ້ນໄກ່ສັງເຄາະຈາກຫ້ອງວິທະຍາສາດ “ປອດໄພສໍາລັບຜູ້ບໍລິໂພກ”

ໃນຫລາຍປີທີ່ຜ່ານມາເຕັກໂນໂລຊີ “ຊີ້ນສັດທາງເລືອກ” ໄດ້ກາຍເປັນອີກໜຶ່ງໃນອາຫານທີ່ໄດ້ຮັບຄວາມນິຍົມຫລາຍຂຶ້ນເລື້ອຍໆ, ຄວາມນິຍົມຂອງອາຫານໃນຮູບແບບນີ້ອາດຈະມີການພັດທະນາຂຶ້ນມາອີກເລື້ອຍໆ ເພາະລ່າສຸດອົງການອາຫານ ແລະ ຢາ ຂອງສະຫະລັດກໍໄດ້ອອກມາປະກາດວ່າ ພວກເຂົາໄດ້ອະນຸມັດຜະລິດຕະພັນ “ຊີ້ນສັດສັງເຄາະໃນຫ້ອງວິທະຍາສາດ”

ກົມອາຫານ ແລະ ຢາ ຂອງສະຫະລັດອາເມລິກາ (USFDA) ໄດ້ປະກາດໃຫ້ຊີ້ນໄກ່ສັງເຄາະ ຂອງບໍລິສັດ Upside Foods ປອດໄພສໍາລັບຜູ້ບໍລິໂພກ ຫລັງຈາກຜ່ານການປະເມີນຢ່າງຮອບຄອບ

.

ອຢ. ສະຫະລັດໃຫ້ຮູ້ວ່າ “ໂລກກໍາລັງຈະປະສົບກັບການປະຕິວັດດ້ານອາຫານ ແລະ ເຮົາກໍຕັ້ງໃຈທີ່ຈະສະໜັບສະໜຸນວັດຕະກໍາໃນການຈັດຫາອາຫານ”

ເຊິ່ງການຕັດສິນໃຈໃນເທື່ອນີ້ ມີພຽງຊີ້ນສັດສັງເຄາະຂອງບໍລິສັດ Upside Foods ເທົ່ານັ້ນທີ່ສາມາດວາງຂາຍໄດ້, ແຕ່ເຖິງຢ່າງໃດກໍຕາມ ມັນໄດ້ສະແດງໃຫ້ເຫັນວ່າ ອຢ. ຂອງປະເທດໃຫຍ່ໆແບບນີ້ ໄດ້ສະໜັບສະໜຸນຜະລິດຕະພັນຊີ້ນສັດສັງເຄາະ ແລະ ໃນອະນາຄົດອາດຈະມີບໍລິສັດຄ້າຍໆກັນເກີດຂຶ້ນໃນອະນາຄົດ

.

ຖືໄດ້ວ່າເປັນເລື່ອງດີ ເພາະແຕ່ກຕ່າງຈາກຊີ້ນສັດທີ່ເຮັດຈາກພືດທີ່ຫລາຍຄົນມັກເບິ່ງວ່າເປັນ “ຂອງກ໋ອບ” ແຕ່ສໍາລັດຊີ້ນສັດສັງເຄາະເທື່ອນີ້ແມ່ນໄດ້ສັງເຄາະມາຈາກຊີ້ນສັດແທ້

.

ຊີ້ນສັດສັງເຄາະນີ້ອາດຈະສາມາດເຂົ້າເຖິງໄດ້ຫລາຍກຸ່ມຄົນ ເພາະມີຂໍ້ຈໍາກັດໜ້ອຍກວ່າ ພ້ອມດຽວກັນນັ້ນຍັງຊ່ວຍຫລຸດການຂ້າສັດ ແລະ ຫລຸດຕົ້ນທຶນໄດ້ອີກດ້ວຍ