ບາແກດຝຣັ່ງ (baguette) ກາຍເປັນມໍລະດົກທາງວັດທະນະທໍາທີ່ຈັບຕ້ອງບໍ່ໄດ້ຂອງ UNESCO
ອາຫານປະຈໍາຊາດຂອງແຕ່ລະປະເທດລ້ວນແລ້ວແຕ່ມີເອກະລັກທີ່ແຕກຕ່າງກັນ ເມື່ອເວົ້າເຖິງຝຣັ່ງກໍຄົງຈະເປັນ ເຂົ້າຈີ່ບາແກດ(baguette) ອາຫານຍອດນິຍົມຂອງຄົນຝຣັ່ງ, ຫລ້າສຸດ UNESCO ໄດ້ຍົກໃຫ້ເປັນມໍລະດົກທາງວັດທະນະທໍາທີ່ຈັບຕ້ອງບໍ່ໄດ້ . UNESCO ທີ່ເປັນໜ່ວຍງານດ້ານວັດທະນະທໍາຂອງ UN ໃຫ້ນິຍາມມໍລະດົກທາງວັດທະນະທໍາທີ່ຈັບຕ້ອງບໍ່ໄດ້ວ່າ “ເປັນປະເພນີ ຫລື ການສະແດງອອກເຖິງການດໍາລົງຊີວິດທີ່ສືບເນື່ອງມາຈາກບັນພະບູລຸດ ທີ່ຖືກສົ່ງຕໍ່ໃຫ້ລູກຫລານ” . ແນ່ນອນວ່າບາແກດສາມາດກິນໄດ້ທັນທີ ຫລື ນໍາໄປປະສົມປະສານກັບອາຫານ…










