ອິນໂດເນເຊຍຕັ້ງເປົ້າຜະລິດນໍ້າມັນ 1 ລ້ານບາເຣລຕໍ່ວັນ

ທ່ານ ຢູລິອອດ ຕັນຈຸງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ຊັບພະຍາກອນບໍ່ແຮ່ຂອງອິນໂດເນເຊຍ ກ່າວໃນວັນທີ 2 ກໍລະກົດວ່າ: ລັດຖະບານອິນໂດເນເຊຍໄດ້ຕັ້ງເປົ້າໝາຍຄັ້ງໃຫຍ່ຈະເພີ່ມກໍາລັງການຜະລິດນໍ້າມັນໃນປະເທດໃຫ້ເຖິງ 1 ລ້ານບາເຣລຕໍ່ວັນ ພາຍໃນປີ 2029 ຫລື 2030 ເພື່ອເພີ່ມຄວາມໝັ້ນຄົງທາງພະລັງງານຂອງປະເທດໃຫ້ແຂງແຮງຂຶ້ນ.
ເພື່ອໃຫ້ບັນລຸເປົ້າໝາຍນີ້ ລັດຖະບານມີແຜນຈະເພີ່ມປະສິດທິພາບການຜະລິດນໍ້າມັນໃນປະເທດໃຫ້ໄດ້ຫລາຍທີ່ສຸດ ເຊິ່ງປັດຈຸບັນມີປະມານ 580,000 ເຖິງ 600,000 ບາເຣລຕໍ່ວັນ ເຊິ່ງທ່ານ ຕັນຈຸງ ລະບຸວ່າ: ຕ້ອງໃຊ້ປະສິດທິພາບທັງໝົດທີ່ມີຢູ່ໃນແຫລ່ງນໍ້າມັນພາຍໃນປະເທດໃຫ້ເກີດປະໂຫຍດສູງສຸດ.
ສໍານັກຂ່າວຊິນຮົວລາຍງານວ່າ: ລັດຖະບານຍັງໄດ້ເລັ່ງບໍລິສັດຜູ້ຮັບສໍາປະທານທີ່ມີພື້ນທີ່ສໍາຫລວດ ແລະ ຜະລິດໃຫ້ເລັ່ງເພີ່ມກໍາລັງການຜະລິດ ແລະ ທ່ານ ຕັນຈຸງ ຍັງແນະນໍາໃຫ້ບໍລິສັດເຫລົ່ານີ້ຮ່ວມມືກັບບໍລິສັດເຕັກໂນໂລຊີເພື່ອເພີ່ມປະສິດທິພາບການດໍາເນີນງານ ແລະ ຜົນຜະລິດ.
ທ່ານ ຕັນຈຸງ ກ່າວວ່າ: “ຄວາມພະຍາຍາມຂອງເຮົາໃນການເພີ່ມການຜະລິດນໍ້າມັນ ແລະ ແກັສນັ້ນ ມຸ້ງເປົ້າໃສ່ການຜະລິດນໍ້າມັນໃນປະເທດໃຫ້ເກີນ 1 ລ້ານບາເຣລຕໍ່ວັນ ພາຍໃນປີ 2029 ຫລື 2023”.
ປັດຈຸບັນ, ອິນໂດເນເຊຍມີການໃຊ້ນໍ້າມັນເຖິງ 1.6 ລ້ານບາເຣລຕໍ່ວັນ ເຊິ່ງເຮັດໃຫ້ເຫັນຈະແຈ້ງເຖິງຄວາມຈໍາເປັນຮີບດ່ວນທີ່ຈະຕ້ອງເພີ່ມການຜະລິດໃນປະເທດ ເພື່ອຫລຸດການອາໄສການນໍາເຂົ້າໃຫ້ໄດ້ຫລາຍທີ່ສຸດ.

