ຮູ້ຫລືບໍ່ ຕັບສາມາດຟື້ນຟູຕົວເອງໄດ້

ຮູ້ຫລືບໍ່ ຕັບສາມາດຟື້ນຟູຕົວເອງໄດ້

ຮ່າງກາຍມະນຸດ ແມ່ນສິ່ງມະຫັດສະຈັນຢ່າງໜຶ່ງທີ່ມີຫລາຍຄົນອາດຍັງບໍ່ຮູ້ວ່າມີລະບົບທີ່ເຮັດວຽກໄດ້ຢ່າງໜ້າອັດສະຈັນ ບໍ່ວ່າຈະເປັນສະໝອງ, ກະດູກ ຫລື ແມ່ນແຕ່ຕັບ ເຊິ່ງເປັນອະໄວຍະວະທີ່ສຳຄັນ ເພາະຕັບປຽບດັ່ງໂຮງງານທີ່ຄອຍຂັບເຄື່ອນຊີວິດຂອງເຮົາ. ມື້ນີ້ພວກເຮົາມີຄວາມຈິງກ່ຽວກັບເລື່ອງຂອງຕັບທີ່ສາມາດຟື້ນຟູຕົວເອງໄດ້ມາບອກເລົ່າໃຫ້ບັນດາທ່ານໄດ້ຮັບຮູ້ກັນ. ຕັບ ເປັນອະໄວຍະວະທີ່ໃຫຍ່ທີ່ສຸດໃນຮ່າງກາຍມະນຸດ ແລະ ເປັນອະໄວຍະວະໜຶ່ງທີ່ມີຄວາມສາມາດໃນການຟື້ນຟູຕົວເອງໄດ້ດີທີ່ສຸດ ເມື່ອເກີດບາດແຜທີ່ເຮັດໃຫ້ເນື້ອເຍື່ອເກີດຄວາມເສຍຫາຍໃນບໍລິເວນຕັບ ຕັບສາມາດຟື້ນຟູຕົວເອງໂດຍການແທນບ່ອນແຊນເກົ່າເຫລົ່ານັ້ນດ້ວຍແຊນໃໝ່ ເພື່ອປິ່ນປົວຄວາມຜິດປົກກະຕິຕ່າງໆໄດ້ຢ່າງໄວວາ ເຖິງວ່າຊີ້ນຕັບຖືກທຳລາຍກ່ວາ 70% ຕັບກໍຍັງສາມາດປົ່ງໃໝ່ໄດ້ພາຍໃນ 2…

ຍິ່ງມີເງິນຍິ່ງມີຄວາມສຸກ

ຍິ່ງມີເງິນຍິ່ງມີຄວາມສຸກ

ແນວຄວາມຄິດທີ່ບອກວ່າ “ເງິນຊື້ຄວາມສຸກບໍ່ໄດ້” ອາດຈະໃຊ້ບໍ່ໄດ້ອີກຕໍ່ໄປແລ້ວ ເພາະທຸກຢ່າງລ້ວນແລ້ວຕ້ອງໄດ້ອາໄສເງິນ, ຜົນການສຶກສາບອກວ່າຍ້ອນຄ່າຄອງຊີບທີ່ສູງຂຶ້ນ, ສິນຄ້າຂຶ້ນລາຄາທຸກມື້ ຈຶ່ງເຮັດໃຫ້ເປັນສິ່ງທີ່ແກ້ບັນຫາດ້ານນີ້ໄດ້ດີທີ່ສຸດ ແລະ ຍັງຊ່ວຍເພີ່ມທາງເລືອກໃນການໃຊ້ຊີວິດໄດ້ອີກຫລາກຫລາຍຢ່າງ ຈະເຮັດຫຍັງກໍໄດ້ເພາະມີເງິນຊ່ວຍ . ແຕ່ດ້ວຍເສດຖະກິດປັດຈຸບັນທີ່ປະສົບກັນທົ່ວໂລກ ອາດຈະເຮັດໃຫ້ເຮົາຕ້ອງສູ້ຊົນໃຫ້ຫລາຍຂຶ້ນ ແນວໃດກໍສູ້ງໆເດີ້ . ຂໍ້ມູນຈາກ

ເລັ່ງພັດທະນາດ້ານປູກຝັງ ແລະ ລ້ຽງສັດ ສະໜອງສິນຄ້າພາຍໃນ ເພື່ອແກ້ໄຂບັນຫາວິກິດຂອງຊາດ

ເລັ່ງພັດທະນາດ້ານປູກຝັງ ແລະ ລ້ຽງສັດ ສະໜອງສິນຄ້າພາຍໃນ ເພື່ອແກ້ໄຂບັນຫາວິກິດຂອງຊາດ

ໂດຍ: ທິດກໍ່າ ຕາມການລາຍງານຂອງສູນຂໍ້ມູນຂ່າວສານການຄ້າຂອງ ສປປ ລາວ ໃນປີ 2022 ລາວເຮົາໄດ້ລາຍຮັບຈາກການສົ່ງອອກທັງໝົດ 8.198 ລ້ານໂດລາສະຫະລັດ ໃນນີ້ມີ 10 ລາຍການສິນຄ້າທີ່ເຫັນວ່າມີລາຍຮັບສູງກວ່າໝູ່ເຊັ່ນ: ໄຟຟ້າ, ຄໍາປະສົມ ແລະ ຄໍາແທ່ງ, ເຈ້ຍ , ເຍື້ອໄມ້…

ສັງເກດຕົວເອງດ່ວນ! ເລັບມີຮອຍຊໍ້າລຸກລາມ ອາດເປັນມະເຮັງຜິວໜັງ  .

ສັງເກດຕົວເອງດ່ວນ! ເລັບມີຮອຍຊໍ້າລຸກລາມ ອາດເປັນມະເຮັງຜິວໜັງ .

ສາວເລົ່າປະສົບການ ໄປຮ້ານເລັບ ຊ່າງສັງເກດເຫັນເສັ້ນບາງໆໃນເລັບ ກ່ອນເຕືອນໃຫ້ໄປພົບແພດ ຈົນຮູ້ວ່າເປັນມະເຮັງຜິວໜັງ . ນີ້ແມ່ນລັກສະນະເລັບຂອງ ສະເຕຊີ່ ບອສ ຜູ້ຍິງໄວອາຍຸ 32 ປີ ໃນສະກ໋ອດແລນ ທີ່ມີເສັ້ນສີນໍ້າຕານອ່ອນໆໃນເລັບນິ້ວໂປ້ເບື້ອງຂວາ ແຕ່ຜູ້ຍິງຄົນນີ້ບໍ່ໄດ້ສົນໃຈ ຄິດວ່າເປັນຮອຍຊໍ້າທໍາມະດາ ເລີຍບໍ່ໄດ້ໄປພົບແພດ . ແຕ່ເມື່ອລາວໄປຮ້ານເລັບ ຊ່າງເຮັດເລົບຈຶ່ງໄດ້ເຕືອນຍິງຄົນດັ່ງກ່າວວ່າຄວນໄປຫາໝໍໂດຍດ່ວນ,…

ລະວັງ! ຍຸງລາຍຮ້າຍກວ່າເສືອ ຈົ່ງພ້ອມກັນຕ້ານແລະສະກັດກັ້ນພະພາດໄຂ້ເລືອດອອກແຕ່ດຽວນີ້ເປັນຕົ້ນໄປ

ລະວັງ! ຍຸງລາຍຮ້າຍກວ່າເສືອ ຈົ່ງພ້ອມກັນຕ້ານແລະສະກັດກັ້ນພະພາດໄຂ້ເລືອດອອກແຕ່ດຽວນີ້ເປັນຕົ້ນໄປ

ພໍຮອດຍາມຝົນໃນແຕ່ລະປີ,ຢູ່ລາວເຮົາໄດ້ມີຂ່າວລາຍງານກ່ຽວກັບຄົນຕິດເຊື້ອພະຍາດໄຂ້ເລືອດອອກ ຫຼື ພະຍາດໄຂ້ຍຸງລາຍເປັນຈຳນວນຫຼາຍພັນຄົນ ແລະເຖິງວ່າ 3 – 4 ປີມານີ້ຈຳນວນຜູ້ເສຍຊີວິດຫຼຸດໜ້ອຍຖອຍລົງກໍຕາມ ແຕ່ມັນຍັງສະແດງໃຫ້ເຫັນວ່າ ນີ້ຄືການສູນເສຍຈາກສິ່ງທີ່ພວກເຮົາສາມາດປ້ອງກັນໄດ້ ແລະ ມັນກໍ່ບໍ່ຄວນຈະເກີດຂຶ້ນຊ້ຳ, ຕາມຂໍ້ມູນຈາກພະແນກສາທາລະນະສຸກນະຄອນຫຼວງວຽງຈັນລາຍງານໃນເບື້ອງຕົ້ນວ່າ ມາຮອດ ວັນທີ 17 ພຶດສະພາ 2023ນີ້  ທົ່ວປເທດມີຜູ້ຕິດເຊື່ອພະຍາດໄຂ້ເລືອດອອກ ຫຼື…

ຄວນຖອດຖອນບົດຮຽນກິລາບານເຕະນັດຊີງຊະນະເລີດ ໃນຊີເກມ 32 ກັບເຫດການວຸ່ຍວາຍທີ່ຈາລຶກໄວ້ເປັນປະຫວັດສາດ

ຄວນຖອດຖອນບົດຮຽນກິລາບານເຕະນັດຊີງຊະນະເລີດ ໃນຊີເກມ 32 ກັບເຫດການວຸ່ຍວາຍທີ່ຈາລຶກໄວ້ເປັນປະຫວັດສາດ

ຈົບລົງແລ້ວສຳລັບການແຂ່ງຂັນເຕະບານທັງຍິງ ແລະ ຊາຍໃນງານມະຫະກຳກິລາ ຊີເກມຄັ້ງທີ 32 ທີ່ປະເທດກຳປູເຈຍ ເປັນເຈົ້າພາບ, ມີບາງປະເພດກິລາປະສົບຜົນສຳເລັດສາມາດຄວ້າຫລຽນຄຳຕາມຄວາມຫວັງທີ່ຕັ້ງໄວ້, ບາງປະເພດກິລາກໍບໍ່ສົມຫວັງ ແຕ່ກໍຖືເປັນບົດຮຽນເພື່ອປັບປຸງຕົນເອງໃນຄັ້ງຕໍ່ໄປ. ສຳລັບກິລາບານເຕະເພດຍິງ ແມ່ນຫວຽດນາມໄດ້ຄອງຫລຽນຄຳ, ມຽນມາໄດ້ຫລຽນເງິນ ແລະ ຫລຽນທອງ ແມ່ນປະເທດໄທ, ສ່ວນກິລາບານເຕະເພດຊາຍຫລຽນຄຳ ແມ່ນອິນໂດເນເຊຍ, ໄທໄດ້ຫລຽນເງິນ ແລະ…

ເລື່ອງນ້ອຍໆ ທີ່ບໍ່ຄວນເບິ່ງຂ້າມ ອາດເປັນເລື່ອງໃຫຍ່ທີ່ແກ້ໄຂຍາກ ສ້າງບັນຫາໃຫ້ສັງຄົມກໍເປັນໄດ້

ເລື່ອງນ້ອຍໆ ທີ່ບໍ່ຄວນເບິ່ງຂ້າມ ອາດເປັນເລື່ອງໃຫຍ່ທີ່ແກ້ໄຂຍາກ ສ້າງບັນຫາໃຫ້ສັງຄົມກໍເປັນໄດ້

ປັດຈຸບັນນີ້ຈະສັງເກດເຫັນໄດ້ວ່າ ເລື່ອງນ້ອຍໆ ຫລາຍຢ່າງທີ່ມັນເກີດຂຶ້ນໃນສັງຄົມ ຕົ້ນແມ່ນ ບັນຫາບວກເປັນຂຸມນ້ອຍໆຕາມຖະໜົນຫົນທາງ, ການຖິ້ມຂີ້ເຫຍື້ອຊະຊາຍ, ສາຍໄຟ, ສາຍໂທລະສັບຂາດຫຍຸ້ງລຸງລັງ, ເຄື່ອງຂອງຕົກລົງຈາກລົດລົງໃສ່ຫົນທາງ ແລະ ອື່ນໆ ຖ້າເຮົາເບິ່ງແບບເຜີນໆອາດຈະເປັນເລື່ອງນ້ອຍແທ້ ແຕ່ບັນຫານ້ອຍໆເຫຼົ່ານີ້ລະທີ່ອາດຈະກາຍເປັນບັນຫາໃຫຍ່ໃນອະນາຄົດທີ່ແກ້ໄຂຍາກຖ້າຍັງຖືເບົາ. ຜ່ານມາເລື່ອງນ້ອຍໆເກີດຂຶ້ນຢູ່ຫຼາຍບ່ອນ ແຕ່ຂໍຍົກຕົວຢ່າງນ້ອຍໜຶ່ງມາໃຫ້ເຫັນຄື ວັນທີ 12 ພຶດສະພາ 2023 ຜ່ານມານີ້…

ເງິນກີບຈະກັບມາແຂງຄ່າເມື່ອໃດ ນັ້ນມັນກໍຂຶ້ນກັບຄົນພາຍໃນຊາດ ຮ່ວມແຮງຮ່ວມໃຈກັນແກ້ໄຂຢ່າງຈິງຈັງ

ເງິນກີບຈະກັບມາແຂງຄ່າເມື່ອໃດ ນັ້ນມັນກໍຂຶ້ນກັບຄົນພາຍໃນຊາດ ຮ່ວມແຮງຮ່ວມໃຈກັນແກ້ໄຂຢ່າງຈິງຈັງ

ໂດຍ: ທິດກໍ່າ ທິດກໍ່າໄດ້ເຫັນຄລິບການສະແດງຄ້າຍຄືລະຄອນສັ້ນບົດໜຶ່ງທີ່ສະທ້ອນເຖິງສັງຄົມລາວໃນປັດຈຸບັນ ເລື່ອງການຊື້-ຂາຍສິນຄ້າດ້ວຍເງິນຕາຕ່າງປະເທດ ເລື່ອງມີຢູ່ວ່າ: ລູກຄ້າທ່ານໜຶ່ງໄປຊື້ສິ່ງຂອງທີ່ຮ້ານດັ່ງກ່າວ ຜູ້ຊື້ໄດ້ຖາມເຈົ້າຂອງຮ້ານວ່າ: ເຂົ້າໜົມຫໍ່ນີ້ລາຄາເທົ່າໃດ. ເຈົ້າຂອງຮ້ານກໍຕອບວ່າ: ລາຄາ 5 ບາດ. ທັນໃດລູກຄ້າຜູ້ນັ້ນກໍເວົ້າຂຶ້ນວ່າ: ເປັນຫຍັງເຈົ້າຄືຂາຍເປັນເງິນບາດ ເພາະທີ່ນີ້ຄືປະເທດລາວ. ຝ່າຍເຈົ້າຂອງຮ້ານກໍຕອບທັນທີວ່າ: ຍ້ອນຂ້ອຍໄປຊື້ມາເປັນເງິນບາດ ວ່າຊັ້ນ ແລະ​ ລຸກຄ້າກໍເລືອກເຄື່ອງອື່ນໆທີ່ເປັນສິນຄ້ານຳເຂົ້າຈາກປະເທດຕ່າງໆ.​…

ແຮກໝານແຕ່ຫົວປີ ຝົນຕົກພຽງ 2 ຊົ່ວໂມງ ນໍ້າຖ້ວມທາງກໍມີໃຫ້ເຫັນໂລດ

ແຮກໝານແຕ່ຫົວປີ ຝົນຕົກພຽງ 2 ຊົ່ວໂມງ ນໍ້າຖ້ວມທາງກໍມີໃຫ້ເຫັນໂລດ

“ພໍແຕ່ຝົນຕົກລົງມາສີແຮງໆຕິດຕໍ່ກັນ2-3ຊົ່ວໂມງກໍ່ເຮັດໃຫ້ເກດນ້ຳຖ້ວມນ້ຳຂັງຕາມຖະໜົນຫົນທາງຫລາຍເສັ້ນຫລາຍສາຍໃນນະຄອນຫລວງວຽງຈັນເຮັດໃຫ້ການສັນຈອນພົບກັບຄວາມຫຍຸ້ງຍາກໂລດ” ສຽງປະຊາຊົນຊາວນະຄອນຫລວງວຽງຈັນ ຈົ່ມອອອກມາແຕ່ຫົວປີ ທັງນີ້ກໍຍ້ອນວ່າ ໃນຄືນວັນທີ 12 ພຶດສະພາ 2023 ຜ່ານມາໄດ້ມີຝົນຕົກລົງມາແຕ່ຫົວຄ່ຳແກ່ຍາວຫລາຍຊົ່ວໂມງປະລິມານນ້ຳຝົນມີຫລາຍເຮັດໃຫ້ມີນ້ຳຖ້ວມຂັງຢູ່ຫລາຍຈຸດ ເຊັ່ນ: ທາງຮ່ອມໂຮງແຮມດາວຄຳ-ຂຸນຕາ, ທາງຮ່ອມບ້ານຈອມມະນີໃຕ້(ແຖວກົມພາລາກອງທັບ), ຮ່ອງແກ, ສີ່ແຍກໄຟແດງດົງໂດກ ແລະ ຈຸດອື່ນໆ..,ກວ່ານ້ຳຈະບົກແຫ້ງກໍໃຊ້ເວລາຫລາຍຊົ່ວໂມງ. ບັນຫາແບບນີ້ບໍ່ແມ່ນຫາກໍເກີດຂຶ້ນມື້ນີ້ຫລືວານນີ້ ມັນເກີດມີມາແຕ່ຫລາຍປີແລ້ວໃນເມື່ອຫາກມີຝົນຕົກແຮງ ເມື່ອເປັນແນວນີ້ແລ້ວເຮົາມາແລກປ່ຽນຄຳຄິດເຫັນນຳກັນເບິ່ງວ່າສາເຫດມາຈາກໃສ ແລ້ວຈະຊ່ວຍກັນແກ້ໄຂແນວໃດ?…

ກຽມພ້ອມຮັບມືກັບພະຍາດທີ່ອາດຈະເກີດຂຶ້ນ ຍ້ອນການປ່ຽນແປງຂອງດິນຟ້າອາກາດ

ກຽມພ້ອມຮັບມືກັບພະຍາດທີ່ອາດຈະເກີດຂຶ້ນ ຍ້ອນການປ່ຽນແປງຂອງດິນຟ້າອາກາດ

ສປປ ລາວ ເປັນໜຶ່ງໃນບັນດາປະເທດທີ່ຕັ້ງຢູ່ໃນເຂດອາກາດຮ້ອນຊຸ່ມ ແຕ່ລະປີສະພາບດິນຟ້າອາກາດມີການປ່ຽນແປງຮ້ອນກໍຮ້ອນຫລາຍ, ຍາມໜາວກໍໜາວຫລາຍທັງແກ່ຍາວຜິດປົກກະຕິນຳອີກ. ຍ້ອນແນວນັ້ນຈຶ່ງເຮັດໃຫ້ສະພາບອາກາດຢູ່ຫລາຍທ້ອງຖິ່ນຂອງປະເທດປີນີ້ຄືຈັ່ງວ່າຮ້ອນອົບເອົ້າຫລາຍເມື່ອທຽບໃສ່ຫລາຍປີຜ່ານມາ ເຮັດໃຫ້ມີຄວາມສ່ຽງເກີດພະຍາດຫລາຍຢ່າງ ຕາມມາຄື: ພະຍາດທາງເດີນອາຫານຍ້ອນຄົນເຮົາດື່ມນ້ຳຫລາຍຂຶ້ນໂດຍສະເພາະການດື່ມນ້ຳເຢັນ, ອາຫານກໍບູດເນົ່າໄວ ແມງວັນຫລາຍຂຶ້ນ ຖ້າດື່ມ ຫລື ກິນອາຫານບໍ່ສະອາດຈະເຮັດໃຫ້ເກີດພະຍາດຖອກທ້ອງ. ຍິ່ງໄລຍະນີ້ຢູ່ຫລາຍແຂວງຫລາຍທ້ອງຖິ່ນເລີ່ມມີຝົນຕົກລົງມາແດ່ແລ້ວ ພະຍາດທີ່ອາດຈະເກີດຂຶ້ນ ແລະ ລະບາດໄດ້ແມ່ນພະຍາດໄຂ້ເລືອດອອກ ຫລືໄຂ້ຍຸງລາຍ ຍ້ອນວ່າແຕ່ລະປີພາຍຫລັງມີຝົນຕົກລົງມາກໍມັກຈະມີລາຍງານກໍລະນີການເພີ່ມຂຶ້ນຂອງຜູ້ຕິດເຊື້ອພະຍາດໄຂ້ເລືອດອອກ,…