ເລື່ອງນ້ອຍໆ ທີ່ບໍ່ຄວນເບິ່ງຂ້າມ ອາດເປັນເລື່ອງໃຫຍ່ທີ່ແກ້ໄຂຍາກ ສ້າງບັນຫາໃຫ້ສັງຄົມກໍເປັນໄດ້

ປັດຈຸບັນນີ້ຈະສັງເກດເຫັນໄດ້ວ່າ ເລື່ອງນ້ອຍໆ ຫລາຍຢ່າງທີ່ມັນເກີດຂຶ້ນໃນສັງຄົມ ຕົ້ນແມ່ນ ບັນຫາບວກເປັນຂຸມນ້ອຍໆຕາມຖະໜົນຫົນທາງ, ການຖິ້ມຂີ້ເຫຍື້ອຊະຊາຍ, ສາຍໄຟ, ສາຍໂທລະສັບຂາດຫຍຸ້ງລຸງລັງ, ເຄື່ອງຂອງຕົກລົງຈາກລົດລົງໃສ່ຫົນທາງ ແລະ ອື່ນໆ ຖ້າເຮົາເບິ່ງແບບເຜີນໆອາດຈະເປັນເລື່ອງນ້ອຍແທ້ ແຕ່ບັນຫານ້ອຍໆເຫຼົ່ານີ້ລະທີ່ອາດຈະກາຍເປັນບັນຫາໃຫຍ່ໃນອະນາຄົດທີ່ແກ້ໄຂຍາກຖ້າຍັງຖືເບົາ.

ຜ່ານມາເລື່ອງນ້ອຍໆເກີດຂຶ້ນຢູ່ຫຼາຍບ່ອນ ແຕ່ຂໍຍົກຕົວຢ່າງນ້ອຍໜຶ່ງມາໃຫ້ເຫັນຄື ວັນທີ 12 ພຶດສະພາ 2023 ຜ່ານມານີ້ ມີກອງຊີມັງທີ່ປະສົມແລ້ວ ຫຼື ເອີ້ນແບບສາກົນແດ່ວ່າ: ຄອນກຣີດ ຕົກໃສ່ຫົນທາງຢູ່ໃກ້ສີ່ແຍກໄຟແດງຫໍປະຊຸມແຫ່ງຊາດກອງໃຫຍ່ສົມຄວນ, ຕາມການສັນນິຖານຂອງຫຼາຍຄົນວ່າ ອາດຕົກລົງຈາກລົດປະສົມຊີມັງຂອງພາກສ່ວນໃດໜຶ່ງປະໄວ້ໃຫ້ເບິ່ງຕາງໜ້າ ໂດຍທີ່ບໍ່ມີຜູ້ໃດອອກມາສະແດງຄວາມເປັນເຈົ້າຂອງເລີຍ, ກອງຊີມັງນີ້ເຖິງຈະບໍ່ໃຫຍ່ໂຕມະໂຫຖານແຕ່ມັນກໍສ້າງຄວາມຫຍຸ້ງຍາກໃຫ້ສັງຄົມຜູ້ໃຊ້ລົດໃຊ້ຖະໜົນພໍສົມຄວນ, ຕໍ່ມາກອງຊີມັງນີ້ກໍໄດ້ຮັບການແກ້ໄຂໄປດ້ວຍດີແຕ່ກໍໃຊ້ເວລາຂ້າມມື້ຂ້າມຄືນ ພາໃຫ້ເກີດອຸບັດເຫດຍ້ອນ ຍັງດີແຕ່ບໍ່ມີລົດຕຳກັນເປັນແຖວຍາວ ແລະ ບໍ່ທັນກໍ່ເຫດເສຍຫາຍຫຼວງຫຼາຍ ເຊິ່ງພາກສ່ວນກ່ຽວຂ້ອງຄວນຕິດຕາມເອົາບຸກຄົນຜູ້ກໍ່ເຫດມາສຶກສາອົບຮົມ ແລະ ຮັບຜິດຊອບໃນສິ່ງທີ່ເກີດຂຶ້ນ.

ນອກຈາກນັ້ນກໍແມ່ນບວກຂຸມຕາມຖະໜົນຫົນທາງ ທັງທາງໃຫຍ່ ແລະ ທາງຮ່ອມ ເວລາເປັນບວກເປັນຂຸມນ້ອຍໆພັດບໍ່ມີໃຜສົນໃຈ ແຕ່ໃນເມື່ອດົນໄປມັນກາຍເປັນບວກເປັນຂຸມໃຫຍ່ແລ້ວ  ກໍມັກຈະມີສຽງຈົ່ມວ່າ ທາງເສັ້ນນີ້ປານໃດຂັ້ນເທິງຈະມາສ້ອມແປງໃຫ້ ຫຼື ຈະປະໃຫ້ເປັນແນວນີ້ໄປເລີຍບໍ?, ຄັນແມ່ນທາງຫຼວງທາງໃຫຍ່ກະໄຄແດ່ພໍມີງົບປະມານມາສ້ອມແປງແຕ່ລະປີ ສ່ວນທາງຮ່ອມທາງຊອຍກໍຫາກອ່າວຍາກແດ່ສຳລັບທຶນຮອນ, ນອກຈາກນີ້ຍັງມີບັນເລື່ອງສາຍຟືນສາຍໄຟ, ສາຍໂທລະສັບທີ່ຫຍຸ້ງລຸງລັງ ຢັ່ງຢາຍຕາມເສົາໄຟບ່ອນຕ່າງໆ, ນ້ຳໃຊ້ຈາກເຮືອນຊານປະຊາຊົນໄຫຼລົງສູ່ເສັ້ນທາງ ກໍສົມຄວນໄດ້ຮັບການແກ້ໄຂໂດຍໄວ.

ເຖິງຢ່າງໃດກໍຕາມ ການແກ້ໄຂບັນຫາ ຕ່າງໆທີ່ເວົ້າມາ ມັນອາດເປັນຂອງພາກສ່ວນກ່ຽວຂ້ອງ ແຕ່ເບື້ອງຕົ້ນກໍຕ້ອງເລີ່ມຈາກຕົວເຮົາ, ທາງບ້ານອັນເປັນຫົວໜ້າເບື້ອງຕົ້ນເປັນຜູ້ແກ້ໄຂ ແລະ ປະຊາຊົນພາຍໃນຜູ້ປະກອບສ່ວນ, ເປັນຜູ້ເລີ່ມຕົ້ນໃນການປ້ອງກັນແຕ່ເບື້ອງຕົ້ນ, ເປັນຜູ້ສ່ອງແສງ ໃຫ້ພາກສ່ວນກ່ຽວຂ້ອງຮັບຮູ້ໂດຍໄວເພື່ອແກ້ໄຂໃຫ້ທັນການ ເພື່ອບໍ່ໃຫ້ມີຜົນກະທົບແລະມີຄວາມເສຍຫາຍເປັນຈຳນວນຫຼາຍ  ຢ່າເບິ່ງຂ້າມເລື່ອງນ້ອຍໆທີ່ເກີດຂຶ້ນເພາະອາດຈະກາຍເປັນເລື່ອງໃຫ່ຍໃນອານາຄົດແລ້ວຢາກໃນການແກ້ໄຂ ຢ່າໃຫ້ເຂົ້າໃນທຳນອງທີ່ວ່າ: ກັນໄວ້ດີກວ່າແກ້ ຢ້ານວ່າເວລາເປັນແທ້ໆຢ້ານແກ້ບໍ່ທັນ.