ໄທ-ກຳປູເຈຍ ເລີ່ມເຈລະຈາຢຸດຍິງ ທີ່ປະເທດມາເລເຊຍ

ສຳນັກຂ່າວ Ch7HD News ຂອງໄທ ລາຍງານວ່າ: ວັນທີ 28 ກໍລະກົດ 2025 ທ່ານ ພູມທຳ ເວດໄຊຍະໄຊ ຮອງນາຍົກລັດຖະມົນ ແລະ ລັດຖະມົນຕີກະຊວງມະຫາດໄທ ຮັກສາລາຊະການແທນນາຍົກລັດຖະມົນຕີໄທ ພ້ອມດ້ວຍຄະນະການປະຊຸມຫາລືກ່ຽວກັບສະຖານະການຊາຍແດນໄທ-ກຳປູເຈຍ ແລະ ທ່ານ ຮຸນມາເນດ ນາຍົກລັດຖະມົນຕີ ກຳປູເຈຍ ພ້ອມດ້ວຍຄະນະ ເດີນທາງເຂົ້າຮ່ວມຫາລືແນວທາງສັນຕິພາບໃນພູມມິພາກ ທີ່ປະເທດ ມາເລເຊຍ.

ການພົບກັນຄັ້ງນີ້ ໄທ-ກຳປູເຈຍ ມາຕາມຄຳເຊີນຂອງທ່ານ ອັນວາ ອິບບາຮິມ ນາຍົກລັດຖະມົນຕີ ມາເລເຊຍ ໃນຖານະປະທານອາຊຽນ ໂດຍເຂົ້າຮ່ວມຫາລື ທີ່ສຳນັກງານນາຍົກລັດຖະມົນຕີ ມາເລເຊຍ.

ທີ່ມາ: Ch7HD News