ທ່ານ ຮຸນ ມາເນດ ກຽມເຈລະຈາກັບໄທຢູ່ມາເລເຊຍ ອາເມລິກາເປັນຄົນກາງ-ຜູ້ແທນຈີນເຂົ້າຮ່ວມ

ທ່ານ ຮຸນ ມາເນດ ນາຍົກລັດຖະມົນຕີກໍາປູເຈຍ ລະບຸວ່າ: ວັນທີ 28 ກໍລະກົດ ທ່ານຈະເປັນຜູ້ນໍາຄະນະຜູ້ແທນກໍາປູເຈຍເຂົ້າຮ່ວມກອງປະຊຸມພິເສດ ຢູ່ນະຄອນຫລວງກົວລາລໍາເປີ ປະເທດມາເລເຊຍ ເຊິ່ງເປັນເຈົ້າພາບຈັດງານ ຮ່ວມກັບອາເມລິກາ ທີ່ສະເໜີເປັນຄົນກາງເຈລະຈາໄກ່ເກ່ຍຂໍ້ຂັດແຍ່ງລະຫວ່າງ ໄທ-ກໍາປູເຈຍ ໂດຍມີຜູ້ແທນຈາກຈີນເຂົ້າຮ່ວມການເຈລະຈາໃນຄັ້ງນີ້.
ຈຸດປະສົງຂອງກອງປະຊຸມຄັ້ງນີ້ຄື: ການບັນລຸຂໍ້ຕົກລົງຢຸດຍິງທັນທີ ຕາມຂໍ້ສະເໜີຂອງທ່ານ ໂດນັລ ທຣໍາ ປະທານາທິບໍດີອາເມລິກາ ເຊິ່ງຜູ້ນໍາຂອງກໍາປູເຈຍ ແລະ ໄທຕ່າງເຫັນພ້ອມເຖິງແນວທາງດັ່ງກ່າວ.
ທ່ານ ຮຸນ ມາເນດ ຍັງໄດ້ສະແດງຄວາມຂອບໃຈຕໍ່ທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີມາເລເຊຍ ໃນຖານະປະທານອາຊຽນ 2025 ທີ່ໄດ້ມີບົດບາດເປັນແກນນໍາໃນການປະສານງານຈັດກອງປະຊຸມຄັ້ງນີ້.
ສ່ວນທ່ານ ມາໂກ ຣູບິໂອ ລັດຖະມົນຕີວ່າການກະຊວງການຕ່າງປະເທດອາເມລິກາ ລະບຸວ່າ: ກໍາປູເຈຍ ແລະ ໄທ ມີກໍານົດຈະເລີ່ມການເຈລະຈາລະດັບສູງຢູ່ປະເທດມາເລເຊຍ ໂດຍເນັ້ນເຖິງເປົ້າໝາຍເພື່ອບັນລຸການຢຸດຍິງໂດຍທັນທີ.
ຂະນະທີ່ເຈົ້າໜ້າທີ່ກະຊວງການຕ່າງປະເທດອາເມລິກາທີ່ຢູ່ມາເລເຊຍຈະຊ່ວຍສະໜັບສະໜູນຄວາມພະຍາຍາມໃນການສ້າງສັນຕິພາບຄັ້ງນີ້ ທັງທ່ານ ທຣໍາ ແລະ ທ່ານ ຣູບິໂອ ຍັງມີສ່ວນຮ່ວມໃນການເຈລະຈາກັບຄູ່ເຈລະຈາຂອງແຕ່ລະປະເທດ ແລະ ຕິດຕາມສະຖານະການຢ່າງໃກ້ຊິດ ໂດຍສະເພາະຕ້ອງການໃຫ້ຄວາມຂັດແຍ່ງນີ້ຢຸດຕິໂດຍໄວ.
ອ້າງອີງ:

