ຮົງກົງອອກປະກາດເຕືອນໄພພາຍຸຝົນລະດັບສີດໍາຄັ້ງທໍາອິດຂອງປີ

            ຫໍສັງເກດການສະພາບອາກາດຮົງກົງ ອອກປະກາດເຕືອນພາຍຸຝົນລະດັບສີດໍາຄັ້ງທໍາອິດຂອງປີນີ້ໃນເຊົ້າວັນທີ 29 ກໍລະກົດ ເຊິ່ງຍັງມີຜົນບັງຄັບໃຊ້ໃນປັດຈຸບັນ.

            ສໍານັກຂ່າວຊິນຮົວລາຍງານວ່າ: ສັນຍານເຕືອນຝົນຕົກໜັກໃນລະດັບສີດໍາໝາຍຄວາມວ່າ: ທົ່ວພື້ນທີ່ຮົງກົງມີປະລິມານນໍ້າຝົນເກີນ 70 ມິນລີແມັດຕໍ່ຊົ່ວໂມງ ຫລື ຄາດວ່າຈະພົບຝົນທີ່ໜັກໃນລະດັບນັ້ນ ແລະ ຝົນອາດຈະຍັງຕົກໜັກຕໍ່ເນື່ອງໄປອີກ.

            ຫໍສັງເກດການລະບຸວ່າ: ສາເຫດມາຈາກພາຍຸຝົນຟ້າຄະນອງຮຸນແຮງທີ່ກ່ຽວຂ້ອງກັບຮ່ອງຄວາມກົດອາກາດຄວາມກົດດັນອາກາດຕໍ່າກໍາລັງແຮງ ເຮັດໃຫ້ເກີດຝົນຕົກໜັກເປັນພິເສດໃນເກາະລໍາາມາ ເຊິ່ງບາງຈຸດມີປະລິມານນໍ້າຝົນສູງເຖິງ 100 ມິນລີແມັດຕໍ່ຊົ່ວໂມງ.

            ຫລັງຈາກມີການປະກາດອອກມາ ທາງການເຂດບໍລິຫານພິເສດຮົງກົງ (HFSAR) ໄດ້ເປີດສູນປະສານງານສຸກເສີນພາຍໃຕ້ກົມກິດຈະການພາຍໃນ ໂດຍກົມດັ່ງກ່າວຈະເປີດສູນອາໄສຊົ່ວຄາວສໍາລັບຜູ້ທີ່ຕ້ອງການການຊ່ວຍເຫລືອດ້ານທີ່ພັກສຸກເສີນ. ຂະນະດຽວກັນ ສໍານັກງານການສຶກສາໄດ້ແນະນໍາໃຫ້ໂຮງຮຽນຕ່າງໆກຽມມາດຕະການຮັບມືເພື່ອຄວາມປອດໄພຂອງນັກຮຽນ.

            ດ້ານໜ່ວຍງານບໍລິຫານໂຮງໝໍຮົງກົງປະກາດວ່າ: ຄລີນິກເຂດນອກ ລວມທັງບໍລິການສຸຂະພາບທີ່ກ່ຽວຂ້ອງ, ໂຮງໝໍຜູ້ສູງອາຍຸແບບລາຍວັນ ແລະ ໂຮງໝໍຈິດຕະເວດແບບລາຍວັນ ຈະປິດໃຫ້ບໍລິການ. ເຖິງຢ່າງໃດກໍຕາມ, ຄົນເຈັບທີ່ຢູ່ໃນຄລີນິກເວລານີ້ຈະຍັງໄດ້ຮັບບໍລິການຕາມປົກກະຕິ. ຂະນະທີ່ບໍລິການອຸປະຕິເຫດ ແລະ ສຸກເສີນໃນໂຮງໝໍຂອງລັດຍັງເປີດໃຫ້ບໍລິການຕາມປົກກະຕິ.