ອາເມລິກາ-ຈີນ ກຽມຂະຫຍາຍເວລາສະຫງົບເສິກສົງຄາມພາສີອອກໄປອີກ 90 ວັນ

             ສໍານັກຂ່າວ South China Morning Post (SCMP) ລາຍງານອ້າງອີງແຫລ່ງຂ່າວລະບຸວ່າ: ອາເມລິກາ ແລະ ຈີນ ກຽມຈະຂະຫຍາຍໄລຍະເວລາສະຫງົບເສິກສົງຄາມພາສີອອກໄປອີກ 90 ວັນ ໃນການເຈລະຈາການຄ້າທີ່ຈະຈັດຂຶ້ນຢູ່ນະຄອນຫລວງສະຕ໋ອກໂຮມ ຂອງສະວີເດັນ ໃນວັນທີ 28 ກໍລະກົດ ຕາມເວລາທ້ອງຖິ່ນ.

             ໂດຍມະຫາອໍານາດທັງສອງປະເທດໄດ້ຕົກລົງກັນໃນເດືອນພຶດສະພາຈະຍົກເລີກພາສີສ່ວນຫລາຍທີ່ເກັບຕໍ່ສິນຄ້າຂອງກັນ ແລະ ກັນເປັນເວລາ 90 ວັນ ຂະນະດໍາເນີນການເຈລະຈາການຄ້າຕໍ່ໄປ ເຊິ່ງການສະຫງົບເສິກພາສີດັ່ງກ່າວມີກໍານົດຈະສິ້ນສຸດລົງໃນວັນທີ 12 ສິງຫານີ້.

             ແຫລ່ງຂ່າວລະບຸວ່າ: ໃນການເຈລະຈາການຄ້າຮອບທີສາມລະຫວ່າງອາເມລິກາ ແລະ ຈີນ ເຊິ່ງມີຂະໜາດເສດຖະກິດໃຫຍ່ທີ່ສຸດເປັນອັນດັບຕົ້ນໆຂອງໂລກ ໂດຍທັງສອງຝ່າຍຈະຂະຫຍາຍມຸມມອງຂອງຕົນຕໍ່ບັນຫາຕ່າງໆທີ່ຍັງເປັນອຸປະສັກສໍາຄັນເຊັ່ນ: ຄວາມກັງວົນຂອງອາເມລິກາກ່ຽວກັບບັນຫາການຜະລິດຫລາຍຈົນເກີນໄປຂອງຂະແໜງອຸດສາຫະກໍາຈີນ.

            ໜຶ່ງໃນແຫລ່ງຂ່າວຂອງ SCMP ຍັງເປີດເຜີຍອີກວ່າ: ໃນໄລຍະຂະຫຍາຍເວລາ 90 ວັນດັ່ງກ່າວ ທັງສອງປະເທດຈະໃຫ້ຄໍາໝັ້ນຈະບໍ່ເກັບພາສີເພີ່ມອີກຕໍ່ກັນ ແລະ ຈະບໍ່ເພີ່ມຄວາມເຄັ່ງຕຶງທາງການຄ້າໃນຮູບແບບອື່ນໆທີ່ອາດເຮັດໃຫ້ສົງຄາມການຄ້າທະວີຄວາມຮຸນແຮງຂຶ້ນໄດ້.

           ການເຈລະຈາຄັ້ງກ່ອນຢູ່ເຈນີວາ ແລະ ລອນດອນເນັ້ນໃສ່ການຫລຸດລະດັບຄວາມເຄັ່ງຕຶງ (De-escalation) ໃນຂະນະທີ່ຄັ້ງນີ້ ຜູ້ແທນຈີນຈະເນັ້ນທວງຖາມທີມຜູ້ແທນການຄ້າຂອງທ່ານ ທຣໍາ ໃນບັນຫາພາສີທີ່ກ່ຽວຂ້ອງກັບຢາເຟນທານິລ (Fentanyl).

           ທ່ານ ໂດນັລ ທຣໍາ ປະທານາທິບໍດີອາເມລິກາ ໄດ້ເກັບພາສີເພີ່ມອີກ 20% ຕໍ່ສິນຄ້ານໍາເຂົ້າຈາກຈີນໃນເດືອນມີນາຜ່ານມາ ໂດຍອ້າງວ່າປັກກິ່ງຍັງບໍ່ໄດ້ດໍາເນີນງານພຽງພໍໃນການຢຸດ “ການໄຫລເຂົ້າຂອງເຟນທານິລ” ເຂົ້າສູ່ອາເມລິກາ ໂດຍລັດຖະບານ ທຣໍາ 2.0 ບໍ່ໄດ້ສະແດງຈຸດຢືນໃດໆວ່າຄວາມຄືບໜ້າດ້ານເຟນທານິລລະດັບໃດຈຶ່ງຈະພຽງພໍສໍາລັບການຫລຸດຜ່ອນພາສີ ຝ່າຍຈີນຈຶ່ງອາດພະຍາຍາມຫາຄວາມຊັດເຈນໃນບັນຫານີ້ເພີ່ມຂຶ້ນລະຫວ່າງການເຈລະຈາຮອບສາມກັບອາເມລິກາ ເຊິ່ງຈັດຂຶ້ນຢູ່ສະຕ໊ອກໂຮມ.

ອ້າງອີງ: