ກູ້ເງິນອອນລາຍງ່າຍ ບໍ່ມີຈິງ ລະວັງມິດສາຊີບລໍ້ລວງເອົາຂໍ້ມູນສ່ວນຕົວ

ກູ້ເງິນອອນລາຍງ່າຍ ບໍ່ມີຈິງ ລະວັງມິດສາຊີບລໍ້ລວງເອົາຂໍ້ມູນສ່ວນຕົວ

ໃນໄລຍະຜ່ານມາປາກົດເຫັນຫລາຍຄົນໄດ້ຮັບຄວາມເດືອດຮ້ອນຍ້ອນຫລົງເຊື່ອກຸ່ມມິດສາຊີບທີ່ຕັ້ງເພຈໃຫ້ເຊົ່າສິນເຊື່ອ ດ້ວຍການປ່ອຍເງິນກູ້ ຜ່ານອອນລາຍ ດ້ວຍແຄັບຊັນຊວນເຊື່ອວ່າ “ກູ້ງ່າຍ ສະດວກ ວ່ອງໄວ ບໍ່ຫຍຸ້ງຍາກເອກະສານ ແລະ ການມັດຈຳ” ມີຄົນຕົກເປັນເຫຍື່ອຂອງພວກເຂົາໂດຍບໍ່ຮູ້ໂຕແລ້ວຈຳນວນຫລາຍ. ກໍລະນີຫລ້າສຸດທີ່ເກີດຂຶ້ນ ຫວ່າງທ້າຍເດືອນ ເມສາ 2023 ຜ່ານມາ ໂດຍຜູ້ໃຊ້ເຟສບຸກ Daaylio Paseutkoun ໄດ້ໃຫ້ຂໍ້ມູນກັບທີມຂ່າວໜັງສືພິມລາວພັດທະນາວ່າ: …

ບານເຕະທີມຊາດລາວໄປບໍ່ເຖິງ ຕາມທີ່ປວງຊົນລາວຕັ້ງເປົ້າໝາຍ ເຊິ່ງມີຫລາຍຢ່າງຕ້ອງພັດທະນາ

ບານເຕະທີມຊາດລາວໄປບໍ່ເຖິງ ຕາມທີ່ປວງຊົນລາວຕັ້ງເປົ້າໝາຍ ເຊິ່ງມີຫລາຍຢ່າງຕ້ອງພັດທະນາ

ໂດຍ: ທິດກໍ່າ ຈາກຜົນງານການໄປຮ່ວມແຂ່ງຂັນປະເພດກິລາບານເຕະຊາຍອາຍຸບໍ່ເກີນ 22 ປີຢູ່ທີ່ງານມະຫະກໍາກິລາຊີເກມຄັ້ງທີ 32 ທີ່ກໍາປູເຈຍເປັນເຈົ້າພາບ, ທີມຊາດຖືກຈັດຢູ່ໃນກຸ່ມ B ຮ່ວມກັບ ຫວຽດນາມ, ມາເລເຊຍ, ສິງກະໂປ ແລະ ໄທ  ຜົນການແຂ່ງຂັນທີມຊາດລາວຕົກລາວຕົກຮອບທໍາອິດ ໂດຍ ເສຍໃຫ້ທີມຊາດຫວຽດນາມ 0 ຕໍ່…

ມີແຕ່ຂັບລົດເປັນ ແຕ່ພັດຍັງມີຜູ້ບໍ່ຊ່າງຂັບຂີ່ລົດ ເລີຍແຫກກົດນຳມາສູ່ອຸບັດເຫດ

ມີແຕ່ຂັບລົດເປັນ ແຕ່ພັດຍັງມີຜູ້ບໍ່ຊ່າງຂັບຂີ່ລົດ ເລີຍແຫກກົດນຳມາສູ່ອຸບັດເຫດ

ອຸບັດເຫດ ເປັນສິ່ງທີ່ສັງຄົມລາວພົບພໍ້ຢູ່ເປັນປະຈຳ ເກືອບບໍ່ເວັ້ນແຕ່ລະມື້ ເຊິ່ງມີຜູ້ໃຊ້ເຟສບຸກ ຫລາຍທ່ານລວມທັງ ເຈົ້າໜ້າທີ່ກູ້ໄພ ໄດ້ລົງຂ່າວລົງຄລິບ ອຸບັດເຫດທີ່ເກີດຂຶ້ນຕາມທ້ອງຖະໜົນຫລວງ ທັງຢູ່ນະຄອນຫລວງວຽງຈັນ ແລະ ແຂວງຕ່າງໆທົ່ວປະເທດກ່ຽວກັບເຫດລົດຕຳກັນ, ລົດປີ້ນ, ລົດຕຳຄົນ,ລົດຢຽບຄົນ ແລະ ອື່ນໆ ໃຫ້ສັງຄົມໄດ້ຮັບຮູ້ ຊຶ່ງໄດ້ສົ່ງຜົນເສຍຫາຍທາງດ້ານຊີວິດ ແລະ ຊັບສິນເປັນຈຳນວນຫລາຍ. ອຸບັດເຫດທີ່ເກີດຂຶ້ນນີ້ກໍມີທັງສາເຫດໃນຕົວ…

ທາງການສັ່ງປິດຮ້ານແລກປ່ຽນເງິນຕາແລ້ວກໍຈິງ ແຕ່ຍັງປາກົດມີການລັກແລກປ່ຽນນອກລະບົບແບບຜິດກົດໝາຍຢູ່

ທາງການສັ່ງປິດຮ້ານແລກປ່ຽນເງິນຕາແລ້ວກໍຈິງ ແຕ່ຍັງປາກົດມີການລັກແລກປ່ຽນນອກລະບົບແບບຜິດກົດໝາຍຢູ່

ໂດຍ: ທິດກໍ່າ ໃນອາທິດຜ່ານມາ, ມີໝູ່ຂອງທິດກໍ່າໄດ້ມາເລົ່າສູ່ຟັງວ່າ: ລາວໄດ້ເອົາເງິນບາດໄປແລກປ່ຽນເອົາເງິນກີບຢູ່ຮ້ານທີ່ເຄີຍປ່ຽນ ຫລື ເອີ້ນຢ່າງໜຶ່ງວ່າ: ຮ້ານຂາປະຈໍາ. ໃນຂະນະທີ່ລາວໄປຮອດ ເຫັນຮ້ານອັດປະຕູປິດແຈບ ແຕ່ກໍໄດ້ຍິນສຽງຄົນລົມກັນຢູ່ຂ້າງໃນຈຶ່ງຕັດສິນໃຈເຄາະປະຕູ ທັນໃດກໍມີຄົນມາໄຂປະຕູສ່ອງເບິ່ງ ລາວຈຶ່ງຖາມທັນທີວ່າ: “ຮ້ານເຮົາຍັງຮັບປ່ຽນເງິນຢູ່ບໍ່” ທັນໃດກໍໄດ້ຍິນຄໍາຕອບຈາກຄົນນັ້ນວ່າ “ຍັງປ່ຽນຢູ່” ລາວຈຶ່ງຟ້າວຈົກເງິນອອກມາຍື່ນໃຫ້ເຂົາປ່ຽນໃຫ້ແລ້ວກໍຟ້າວກັບ. ສ່ວນວ່າຮ້ານຢູ່ໝ້ອງໃດແຈໃດ ທິດກໍ່າຂໍເອົາໄວ້ໃນບັ້ງອົດກ່ອນ ຖ້າມື້ໃດບັ້ງອົດແຕກຈຶ່ງຄ່ອຍວ່າກັນ,…

ຍຸກຂໍ້ມູນຂ່າວສານທັນສະໄໝ ຢ່າໃຫ້ຕົກເປັນເຫຍື່ອກຸ່ມຕົ້ມຕຸນຂາຍຝັນລໍ້ລວງໃຫ້ເກີດຄວາມໂລບ

ຍຸກຂໍ້ມູນຂ່າວສານທັນສະໄໝ ຢ່າໃຫ້ຕົກເປັນເຫຍື່ອກຸ່ມຕົ້ມຕຸນຂາຍຝັນລໍ້ລວງໃຫ້ເກີດຄວາມໂລບ

ຍຸກນີ້ ເປັນຍຸກຂໍ້ມູນຂ່າວສານ ແລະ ເທັກໂນໂລຊີ ທີ່ບໍ່ມີພົມແດນ, ແອັບ, ເພຈຕ່າງໆ ໄດ້ກາຍເປັນເຄື່ອງມືຊ່ວຍໃຫ້ຜູ້ຄົນມີຄວາມສະດວກສະບາຍຂຶ້ນນັບມື້, ໂດຍສະເພາະ ແມ່ນສື່ສັງຄົມອອນລາຍ ໄດ້ກາຍເປັນເຄື່ອງມືທີ່ບໍ່ສາມາດຂາດໄດ້ຂອງຄົນໃນຍຸກນີ້. ຈຸດປະສົງຂອງການນຳໃຊ້ສື່ ໃຊ້ເພຈ ແລະ ແອັບຕ່າງໆຂອງແຕ່ລະຄົນກໍມີຈຸດສົງເປົ້າໝາຍທີ່ແຕກຕ່າງກັນອອກໄປ. ມີບາງຄົນກໍໃຊ້ເພື່ອຕິດຕາມຂ່າວຄາວດ້ານຕ່າງໆ ເພື່ອຄວາມຮູ້, ຄວາມເຂົ້າໃຈ, ບາງຄົນກໍໃຊ້ໄປໃນແງ່ບັນເທີງ, ກິລາ…

ກົມປູກຝັງ ກະຊວງກະສິກຳ ແລະ ປ່າໄມ້ ສູ້ຊົນເຮັດໃຫ້ຕົວເລກຄາດໝາຍຜົນຜະລິດເຂົ້າ3.810.000ໂຕນໃນປີ 2023 ນີ້ໃຫ້ເປັນຈິງ

ກົມປູກຝັງ ກະຊວງກະສິກຳ ແລະ ປ່າໄມ້ ສູ້ຊົນເຮັດໃຫ້ຕົວເລກຄາດໝາຍຜົນຜະລິດເຂົ້າ3.810.000ໂຕນໃນປີ 2023 ນີ້ໃຫ້ເປັນຈິງ

ທ່ານບຸນຈັນ ກົມບຸນຍະສິດ ຫົວໜ້າກົມປູກຝັງ ກະຊວງກະສິກຳ ແລະ ປ່າໄມ້ກ່າວວ່າ: ປີ2023ນີ້ກະຊວງກະສິກຳ ແລະ ປ່າໄມ້ໄດ້ວາງຄາດໝາຍສູ້ຊົນໄວ້ ທົ່ວປະເທດຕ້ອງຜະລິເຂົ້າເປືອກຕາມລະດູການ ລວມທັງເຂົ້ານາແຊງ,ນາປີ ແລະເຂົ້າໄຮ່ ໄວ້ທີ່ 3.810.000ໂຕນເພື່ອຮັບປະກັນໄດ້ການບໍລິໂພກຢູ່ພາຍໃນ ແລະ ເປັນສິນຄ້າສົ່ງອອກໃນນັ້ນ ເຂົ້ານາປິ 3.189.000ໂຕນ, ນາແຊງ 441.850…

ໂຊເຟີໂດຍສານ ຕ້ອງມີຄວາມຮັບຜິດຊອບສູງ ເພາະເຮົາຄົນດຽວຮັບຜິດຊອບຫລາຍຊີວິດ

ໂຊເຟີໂດຍສານ ຕ້ອງມີຄວາມຮັບຜິດຊອບສູງ ເພາະເຮົາຄົນດຽວຮັບຜິດຊອບຫລາຍຊີວິດ

ອຸບັດຕິເຫດລົດເມໂດຍສານ (ຈກ 9929 ກຳແພງນະຄອນ) ທີ່ແລ່ນອອກຈາກຄິວລົດທ່າແຂກ ແຂວງຄຳມ່ວນ ມຸ່ງໜ້າສູ່ນະຄອນຫລວງວຽງຈັນ ຕຳຢ່າງຮຸນແຮງ ກັບລົດບັນທຸກ (ກກ 2359 ອຸດົມໄຊ) ທີ່ອອກຈາກນະຄອນຫລວງວຽງຈັນມຸ່ງໜ້າໄປທາງແຂວງບໍລິຄຳໄຊ ຢູ່ເສັ້ນທາງເລກທີ 13 ໃຕ້ ຈຸດບ້ານນາໄຊ ເມືອງທ່າພະບາດ ແຂວງບໍລິຄຳໄຊ, ໃນເວລາ  …

ບັ້ງໄຟໃຜບໍ່ຂຶ້ນຫາມຜູ້ນັ້ນລົງໜອງ ຮັກສາຮີດຄອງຕັ້ງແຕ່ບູຮານ ແຕ່ກໍຕ້ອງປະຍຸກໃຫ້ເຂົ້າຍຸກສະໄໝ

ບັ້ງໄຟໃຜບໍ່ຂຶ້ນຫາມຜູ້ນັ້ນລົງໜອງ ຮັກສາຮີດຄອງຕັ້ງແຕ່ບູຮານ ແຕ່ກໍຕ້ອງປະຍຸກໃຫ້ເຂົ້າຍຸກສະໄໝ

ມາຮອດໄລຍະນີ້ ມັກຈະໄດ້ຍິນຂ່າວກ່ຽວກັບບຸນບັ້ງໄຟຫຼືບຸນເດືອນຫົກຢູ່ບ້ານນັ້ນ ເມືອງນີ້ອ່າວຖີ່ຂຶ້ນ  ນີ້ກໍຍ້ອນວ່າບຸນເດືອນຫົກ ຫຼື ບຸນບັ້ງໄຟແມ່ນໜຶ່ງໃນຮີດ12ຄອງສິບສີ່ຂອງລາວເຮົາທີ່ສືບທອດກັນມາແຕ່ດົນນານ ເຊິ່ງໃນປັດຈຸບັນພວມໄດ້ຮັບການປົກປັກຮັກສາແລະເສີມຂະຫຍາຍສິ່ງທີ່ເປັນເອກະລັກທາງດ້ານຮີດຄອງປະເພນີອັນດີງາມຂອງລາວໃຫ້ຄົງຢູ່ຄູ່ກັບຄົນລາວຕະຫຼອດໄປ. ບຸນບັ້ງໄຟນີ້ຈະຈັດຢູ່ໃນໄລຍະເດືອນຫົກລາວຕາມປະຕິທິນຈັນທະຄະຕິ ເຊິ່ງເປັນໄລຍະກ່ອນລະດູນາປີ ລັກສະນະເນື້ອໃນຂອງງານຈະມີການຈູດບັ້ງໄຟຢ່າງຫຼວງຫຼາຍ ເນື່ອງຈາກວ່າຄົນລາວໃນຍຸກກ່ອນອາໄສຫາລ້ຽງຊີບດ້ວຍການເຮັດນາເປັນຫຼັກ, ຄວາມອຸດົມສົມບູນຂອງເຂົ້າໃນນາຈຶ່ງເປັນຄວາມຫວັງທີ່ຍິ່ງໃຫຍ່ທີ່ສຸດຂອງຊາວນາ ຕາມຄວາມເຊື່ອຂອງຄົນໃນເມື່ອກ່ອນເພື່ອບໍ່ໃຫ້ເກີດເຫດເພດໄພຕ່າງໆໃນນາເຂົ້າ ຈຶ່ງໄດ້ເຮັດພິທີຈູດບັ້ງໄຟເພື່ອບູຊາພະຍາແຖນ ຜູ້ມອບໃຫ້ເຊິ່ງຄວາມອຸດົມສົມບູນເພື່ອປະທານຄວາມອຸດົມສົມບູນໃຫ້ເຂົ້າໃນນາ. ໃນເມື່ອກ່ອນການຫຼິ້ນບຸນບັ້ງໄຟມີຫຼາຍຢ່າງທີ່ບໍ່ເໝາະສົມກໍຖືກປ່ອຍປະໄປຕາມຍຸກຕາມສະໄໝ ບໍ່ວ່າຈະແມ່ນການຄົບງັນ, ການແຫ່ການເຊີ້ງທີ່ມີລັກສະນະລໍ່ແຫຼມສຽດສີເພດກົງກົນຂ້າມ, ສຽດສີອຳນາດການປົກຄອງ, ການປະດັບປະດາເອ້ຢ້ອງທີ່ບໍ່ເໝາະສົມ….

ແຮງງານລາວ ຜະເຊີນຕໍ່ສິ່ງທ້າທາຍຫລາຍປະການ ທີ່ພາກລັດຕ້ອງຫາທາງອອກອັນເໝາະສົມເພື່ອໃຫ້ຜ່ານຜ່າໄປໄດ້

ແຮງງານລາວ ຜະເຊີນຕໍ່ສິ່ງທ້າທາຍຫລາຍປະການ ທີ່ພາກລັດຕ້ອງຫາທາງອອກອັນເໝາະສົມເພື່ອໃຫ້ຜ່ານຜ່າໄປໄດ້

ໂດຍ: ທິດກໍ່າ ມາຮອດປີ 2023 ການກໍາເນີດເກີດຂຶ້ນວັນກໍາມະກອນສາກົນ ແມ່ນມີອາຍຸຄົບຮອບ 137 ປີພໍດີ (1/5/1886-1/5/2023) ການໄດ້ມາເຊິ່ງກາຍມາເປັນວັນກໍາມະກອນສາກົນ ມັນກໍບໍ່ໄດ້ມາແບບງ່າຍດາຍຄືປອກກ້ວຍ ມັນຕ້ອງໄດ້ຜ່ານຂະບວນການຕໍ່ສູ້ຂອງຊົນຊັ້ນກໍາມະກອນຢູ່ໃນຫລາຍປະເທດທົ່ວໂລກ ໂດຍສະເພາະແມ່ນຢູ່ໃນບັນດາປະເທດເອີຣົບຕາເວັນຕົກ ເພາະເລີ່ມແຕ່ຍຸກຊຸມປີ 1800 ກວ່າໆ ລະບອບນາຍທຶນເລີ່ມກໍ່ຕົວ ແລະ ຂະຫຍາຍຕົວເຂັ້ມແຂງດ້ວຍການບັງຄັບໃຫ້ກໍາມະກອນໃນໂຮງຈັກໂຮງງານເຮັດວຽກມື້ໜຶ່ງ 10…

ສິບຕົ້ນຫຼ້າ ບໍ່ທໍ່ ຫ້າຕົ້ນຫົວປີ

ສິບຕົ້ນຫຼ້າ ບໍ່ທໍ່ ຫ້າຕົ້ນຫົວປີ

ພາຍຫຼັງຫຼີ້ນບຸນຫົດນ້ຳ ຫຼື ບຸນກຸດສົງການປີໃໝ່ລາວຜ່ານພົ້ນໄປດ້ວຍຄວາມເບີກບານມ່ວນຊື່ນ ສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍແລ້ວ ຊາວນາກະສິກອນຫຼາຍທ້ອງຖິ່ນຂອບເຂດທົ່ວປະເທດຕ່າງກໍ່ສືບຕໍ່ເລັ່ງໃສ່ການເກັບກູ້ຜົນຜະລິດລະດູແລ້ງຢ່າງຂຸ້ນຂ້ຽວ ໂດຍສະເພາະການເກັບກູ້ເຂົ້ານາແຊງ ແລະ ພືດຜັກຊະນິດຕ່າງໆ ໃຫ້ແລ້ວໄວທັນເວລາ ເພາະໄລຍະນີ້ກໍກ້າວເຂົ້າສູ່ເຂດລະດູຝົນແລ້ວ ເພື່ອຈະໄດ້ຫ້າງຫາກະກຽມທຸກເງື່ອນໄຂໃສ່ການຜະລີດລະດູຝົນຕົ້ນຕໍກໍແມ່ນການປູກເຂົ້ານາປີໃຫ້ທັນລະດູການ ທັງຮັບປະກັນຜົນຜະລິດໃຫ້ໄດ້ຕາມຄາດໝາຍ, ເພື່ອເຮັດໃຫ້ຜົນຜະລິດເຂົ້ານາປີໄດ້ຕາມລະດັບຄາດໝາຍນັ້ນເຮົາຕ້ອງໄດ້ຫ້າງຫາກະກຽມເງື່ອນໄຂທຸກສິ່ງຢ່າງທີ່ພົວພັນເຖິງການຜະລິດແຕ່ດຽວນີ້ໄປ ເລີ່ມຈາກການກະກຽມເນື້ອທີ່ປູກ, ແນວພັນປູກທີ່ມີຄວາມເໝາະສົມກັບເນື້ອທີ່ດິນ,ມີຄວາມທົນທານຕໍ່ສະພາບດິນຟ້າອາກາດ,ສັດຕູພືດທຳລາຍແລະໃຫ້ຜົນຜະລິດສູງ, ຂົນຝຸ່ນຄອກຝຸ່ນບົ່ມລົງໃສ່ທົ່ງນາ ລວມທັງກະກຽມຝຸ່ນວິທະຍາສາດ ຢາປາບສັດຕູພືດໄວ້ແຕ່ຫົວທີໃຫ້ພຽງພໍ…