ລະວັງ! ຍຸງລາຍຮ້າຍກວ່າເສືອ ຈົ່ງພ້ອມກັນຕ້ານແລະສະກັດກັ້ນພະພາດໄຂ້ເລືອດອອກແຕ່ດຽວນີ້ເປັນຕົ້ນໄປ

ພໍຮອດຍາມຝົນໃນແຕ່ລະປີ,ຢູ່ລາວເຮົາໄດ້ມີຂ່າວລາຍງານກ່ຽວກັບຄົນຕິດເຊື້ອພະຍາດໄຂ້ເລືອດອອກ ຫຼື ພະຍາດໄຂ້ຍຸງລາຍເປັນຈຳນວນຫຼາຍພັນຄົນ ແລະເຖິງວ່າ 3 – 4 ປີມານີ້ຈຳນວນຜູ້ເສຍຊີວິດຫຼຸດໜ້ອຍຖອຍລົງກໍຕາມ ແຕ່ມັນຍັງສະແດງໃຫ້ເຫັນວ່າ ນີ້ຄືການສູນເສຍຈາກສິ່ງທີ່ພວກເຮົາສາມາດປ້ອງກັນໄດ້ ແລະ ມັນກໍ່ບໍ່ຄວນຈະເກີດຂຶ້ນຊ້ຳ,
ຕາມຂໍ້ມູນຈາກພະແນກສາທາລະນະສຸກນະຄອນຫຼວງວຽງຈັນລາຍງານໃນເບື້ອງຕົ້ນວ່າ ມາຮອດ ວັນທີ 17 ພຶດສະພາ 2023ນີ້ ທົ່ວປເທດມີຜູ້ຕິດເຊື່ອພະຍາດໄຂ້ເລືອດອອກ ຫຼື ໄຂ້ຍຸງລາຍສະສົມທັງໝົດແລ້ວ 2.181ຄົນ, ຕິດເຊື້ອໃໝ່ 59 ຄົນ, ຫຼາຍກວ່າໝູ່ແມ່ນຢູ່ແຂວງຄຳມ່ວນມີເຖິງ 379 ຄົນ,ອຸດົມໄຊ 349ຄົນ, ນະຄອນຫຼວງວຽງຈັນ 247ຄົນ ແລະແຂວງອື່ນຕາມລຳດັບ,
ນີ້ເປັນພຽງຕົ້ນລະດູຝົນເທົ່ານັ້ນຕົວເລກຜູ້ຕິດເຊື້ອພະຍາດໄຂ້ເລືອດອອກ ຫຼືພະຍາດໄຂ້ຍຸງລາຍຍັ ງສູງເຖິງ2.041ຄົນແລ້ວ ແລະໃນຕໍ່ໜ້ານີ້ເຊື່ອວ່າພະຍາດນີ້ຍັງຈະມີຄົນຕິດເຊື້ອເພີ່ມຫຼາຍຂຶ້ນຕື່ມອີກເນື່ອງຈາກເປັນໄລຍະທີ່ມີຝົນຕົກຫຼາຍ ມີນ້ຳຫົ້ງນ້ຳຂັງຕາມບວກໜອງ ຕາມພາຊະນະຕ່າງໆເຊັ່ນ: ຕີນລົດເກົ່າ,ກະໂປ໊ະກະປ໋ອງ ປ່າທີ່ຮົກເຮື້ອອ້ອມ ເຮືອນຊານ ຊຶ່ງເປັນບ່ອນເໝາະສົມທີ່ສຸດສຳລັບການເພາະພັນຂອງຍຸງລາຍ,
ໄຂ້ເລືອດອອກຫຼືໄຂ້ຍຸງລາຍ ເກີດມາຈາກຍຸງລາຍເປັນພາຫະນະນຳເອົາເຊື້ອພະຍາດມາສູ່ຄົນເຮົາ ຜູ້ທີ່ເປັນໄຂ້ເລືອດອອກ ຫຼື ໄຂ້ຍຸງລາຍຈະມີອາການ ໄຂ້ຂື້ນສູງໃນໄລຍະ2-3ມື້,ເຈັບຫົວ,ປວດເບົ້າຕາ,ປວດກ້າມຊີ້ນ,ປວດຕາມຂໍ້ກະດູກ,ປວດຮາກ,ມີຜື່ນແດງຕາມຜິວໜັງ,ມີເລືອດຊຶມອອກຕາມຮູຂຸມຂົນ,ຖ້າຮ້າຍແຮງຈະເກີດອາການຊ໊ອກ ດັ່ງນັ້ນຫາກທ່ານຫຼືຄົນໃນຄອບຕົວຂອງທ່ານຮູ້ສຶກບໍ່ສະບາຍເປັນໄຂ້ບໍ່ຄວນຖືເບົາໃຫ້ຮີບຮ້ອນໄປພົບແພດໝໍ ທີຢູ່ຕາມໂຮງໝໍຫຼືສຸກສາລາທີ່ຢູ່ໃກ້ທີ່ສຸດໂດຍດ່ວນ ເພື່ອແພດໝໍຈະໄດ້ບົ່ງມະຕິພະບາດແລ້ວຫາວິທີປິ່ນປົວທີ່ຖືກຕ້ອງທັນເວລາ,ບໍ່ຄວນຊື້ຢາມາກິນເອງຢ່າງເດັດຂາດ,
ເພື່ອປ້ອງກັນແລະສະກັດກັ້ນບໍ່ໃຫ້ພະຍາດໄຂ້ເລືອດອອກລະບາດເປັນວົງກວ້າງໃນຕໍ່ໜ້າ, ທຸກຄົນຕ້ອງເປັນເຈົ້າການໃນການຕ້ານແລະສະກັດກັ້ນເຊື້ອພະຍາດນີ້ ດ້ວຍການຮັກສາອະນາໄມ ໝັ່ນທຳຄວາມສະອາດທາງໃນແລະນອກເຮືອນຊານສະຖານທີ່ບ່ອນຢູ່ອາໃສໃຫ້ສະອາດຢູ່ສະເໝີ ທຳລາຍກະະໂປ໊ະກະປ໋ອງ,ຢາງຕີນລົດເກົ່າຫຼືບ່ອນທີ່ມີນ້ຳຂັງ, ຕັດຮອນຖາກຖາງຫຍ້າ,ຕົ້ນໄມ້ທີ່ຮົກເຮື້ອອອກໃຫ້ເປີດແປນ ເພື່ອກຳຈັດແຫຼ່ງເພາະພັນຂອງ ໜອນນ້ຳຍຸງລາຍ, ນອນໃນມ້ອງ ,ປ້ອງກັນບໍ່ໃກ້ຍຸງກັດ ສິ່ງສຳຄັນແມ່ນທຸກຄົນຕ້ອງປະຕິບັດຫຼັກການ5ປ ຄື: ປົກປິດພາຊະນະທີ່ບັນຈຸນ້ຳກິນນ້ຳໃຊ້, ປ່ຽນຖ່າຍນ້ຳໃນພາຊະນະຕ່າງໆ (ນ້ຳໃນເຕົ້າດອກໄມ້໊ຖ້ານຮອງຕີນຕູ້ ): ປັບປຸງສະຖານທີ່ຢູ່ອາໃສໃຫ້ສະອາດຢູ່ສະເໝີ; ປ່ອຍປາຫາງນົກຍຸງເພື່ອກິນໜອນນ້ຳຍຸງລາຍ ແລະ ປະຕິບັດໃຫ້ເປັນນິໃສປະຈຳຕົວໃນທຸກໆອາທິດເພື່ອຕັດວົງຈອນການຂະຫຍາຍຕົວຂອງຍຸງລາຍ ເພາະຍຸງລາຍມັນຮ້າຍກວ່າເສືອ ຖ້າບໍ່ມີໜອນນ້ຳຍຸງລາຍກໍ່ຈະບໍ່ມີໄຂ້ເລືອດອອກ%

