ເງິນກີບຈະກັບມາແຂງຄ່າເມື່ອໃດ ນັ້ນມັນກໍຂຶ້ນກັບຄົນພາຍໃນຊາດ ຮ່ວມແຮງຮ່ວມໃຈກັນແກ້ໄຂຢ່າງຈິງຈັງ

ໂດຍ: ທິດກໍ່າ

ທິດກໍ່າໄດ້ເຫັນຄລິບການສະແດງຄ້າຍຄືລະຄອນສັ້ນບົດໜຶ່ງທີ່ສະທ້ອນເຖິງສັງຄົມລາວໃນປັດຈຸບັນ ເລື່ອງການຊື້-ຂາຍສິນຄ້າດ້ວຍເງິນຕາຕ່າງປະເທດ ເລື່ອງມີຢູ່ວ່າ: ລູກຄ້າທ່ານໜຶ່ງໄປຊື້ສິ່ງຂອງທີ່ຮ້ານດັ່ງກ່າວ ຜູ້ຊື້ໄດ້ຖາມເຈົ້າຂອງຮ້ານວ່າ: ເຂົ້າໜົມຫໍ່ນີ້ລາຄາເທົ່າໃດ. ເຈົ້າຂອງຮ້ານກໍຕອບວ່າ: ລາຄາ 5 ບາດ. ທັນໃດລູກຄ້າຜູ້ນັ້ນກໍເວົ້າຂຶ້ນວ່າ: ເປັນຫຍັງເຈົ້າຄືຂາຍເປັນເງິນບາດ ເພາະທີ່ນີ້ຄືປະເທດລາວ. ຝ່າຍເຈົ້າຂອງຮ້ານກໍຕອບທັນທີວ່າ: ຍ້ອນຂ້ອຍໄປຊື້ມາເປັນເງິນບາດ ວ່າຊັ້ນ ແລະ​ ລຸກຄ້າກໍເລືອກເຄື່ອງອື່ນໆທີ່ເປັນສິນຄ້ານຳເຂົ້າຈາກປະເທດຕ່າງໆ.​

ເມື່ອເຫັນ ແລະ ໄດ້ຟັງຄລິບນີ້ແລ້ວ​ທິດກໍ່າກໍມານຶກວ່າ ໂອ່​ ບາດນີ້ເປັນບົດລະຄອນສະທ້ອນຄວາມເປັນຈິງໃນສັງຄົມປັດຈຸບັນ ເພາະແມ່ຄ້າມັກຕີລາຄາສິນຄ້າ ເປັນເງິນຕາຕ່າງປະເທດ​ມີໃຫ້ເຫັນທົ່ວໄປ​ ມັນເປັນສິ່ງທີ່ໜ້າຫົດຫູ່ ແລະ ໜ້າເປັນຫ່ວງນໍາຊະຕາກໍາຂອງເງິນກີບທີ່ນັບມື້ຖືກຕີຖອຍໃຫ້ອ່ອນຄ່າລົງຈົນບໍ່ຮູ້ວ່າອີກຈັກເດືອນ, ຈັກປີ ເງິນກີບລາວຈຶ່ງຈະມີໂອກາດເງີຍຄໍຂຶ້ນມາແຂງຄ່າໃຫ້ຄົນລາວເຮົາເຫັນຢ່າງປະຈັກຕາ ແລະ ປິຕິຊົມຊື່ນ.

ຕາມທິດກໍ່າຄິດ ແລະ ເຄີຍເຫັນຕົວຈິງຜ່ານມາມັນບໍ່ສະເພາະແຕ່ຮ້ານນີ້ ຍັງມີຮ້ານອື່ນໆເປັນຫລາຍຮ້ອຍຫລາຍພັນຮ້ານໃນທົ່ວປະເທດທີ່ຊື້-ຂາຍເປັນເງິນບາດ ເງິນໂດລາ ທັງທີ່ຢູ່ໃນປະເທດລາວ ແລະ ຜືນແຜ່ນດິນລາວແທ້ໆ ເພາະສະນັ້ນ ຈຶ່ງພໍສະຫລຸບສັ້ນໆໄດ້ວ່າ: ຜູ້ທີ່ເຮັດໃຫ້ເງິນກີບລາວອ່ອນຄ່າ, ທໍາລາຍຄຸນຄ່າຂອງເງິນກີບໃນທາງກົງ ແລະ ທາງອ້ອມມັນກໍແມ່ນຄົນລາວເຮົານີ້ເອງທີ່ເປັນຕົ້ນເຫດ.

ດັ່ງພວກເຮົາຮັບຮູ້ນໍາກັນແລ້ວວ່າ, ການພົວພັນຊື້-ຂາຍເປັນເງິນບາດໄທ, ເງິນໂດລາ ເປັນປັດໄຈໜຶ່ງໃນຫລາຍໆປັດໄຈທີ່ເຮັດໃຫ້ເງິນກີບລາວອ່ອນຄ່າ ແລະ ເງິນກີບລາວອາດຈະນັບມື້ອ່ອນຄ່າເຫີນຫ່າງຈາກແນວຄິດຈິດໃຈຂອງຄົນລາວ ຖ້າຄົນລາວເຮົາເອງບໍ່ພາກັນເປັນເຈົ້າ.

ໃນຍຸກສະໄໝການຄ້າ, ການລົງທຶນ, ການຮ່ວມມື ແລະ ການແກ້ງແຍ້ງແຂ່ງຂັນທີ່ໄຮ້ພົມແດນຄືດັ່ງທຸກວັນນີ້. ຖ້າຜູ້ໃດບໍ່ເກັ່ງກໍຖືວ່າຜູ້ນັ້ນປະລາໄຊຕົກເປັນທາດທາງດ້ານເສດຖະກິດໃຫ້ຊາດອື່ນຢ່າງຫລີກລ່ຽງບໍ່ໄດ້ດັ່ງໃນສະພາບປັດຈຸບັນປະເທດລາວໄດ້ກາຍເປັນຕະຫລາດຈໍາໜ່າຍສິນຄ້າໃຫ້ປະເທດໄທມາໄດ້ຫລາຍທົດສະວັດແລ້ວ.

ນອກຈາກບັນຫາທີ່ກ່າວມານີ້ແລ້ວ ຖ້າເບິ່ງໄປໃນຫລາຍດ້ານ ຄົນລາວເປັນຈໍານວນແສນໆໄດ້ພາກັນຫລັ່ງໄຫລໄປອອກແຮງງານຢູ່ໄທ, ຄົນລາວທີ່ຢູ່ໃນປະເທດໃນແຕ່ລະວັນກໍພາກັນແຫ່ແຫນໄປຈັບຈ່າຍຊື້ສິ່ງຂອງຢູ່ໄທ, ຊົມໃຊ້ສິນຄ້າໄທ, ສ້າງເງື່ອນໄຂໃຫ້ເງິນບາດໄທແຂງຄ່າ ແລະ ຕີຖອຍເງິນກີບລາວໃຫ້ອ່ອນເພຍເປ້ຍລ່ອຍໃນທຸກວັນນີ້ກໍແມ່ນຄົນລາວເຮົາເອງທີ່ເຫັນແກ່ໄດ້, ເຫັນແກ່ມີ, ເຫັນແກ່ຄວາມສຸກ, ເຫັນແກ່ຜົນປະໂຫຍດສ່ວນຕົວ, ເຫັນກົງຈັກເປັນດອກບົວແລ້ວກໍເສຍຄວາມເປັນເອກະລາດທາງດ້ານເສດຖະກິດຄືດັ່ງພວກເຮົາໄດ້ຜະເຊີນທຸກວັນນີ້.

ຫາກຕັ້ງໂຈດກັນວ່າ, ຍັງອີກຈັກເດືອນຈັກປີເງິນກີບລາວຈຶ່ງຈະຫວນມາແຂງຄ່າ ? ຄໍາຕອບກໍຄືມັນຂຶ້ນກັບຄົນລາວເຮົາເອງທີ່ຈະຕ້ອງບຸກບືນຫ້າວຫັນ, ດຸໝັ່ນເປັນເຈົ້າການໃນການຜະລິດສິນຄ້າເພື່ອໃຊ້ສອຍເອງ ແລະ ສົ່ງອອກໃຫ້ຫລາກຫລາຍ, ບໍ່ເພິ່ງປາລະມີກິນເຂົ້າຮ່ວມພາ ກິນປາຮ່ວມຕ່ອນນໍາຊາດອື່ນ, ບໍ່ຫາຍໃຈຮ່ວມຮູດັງໝູ່, ບໍ່ນິຍົມໃຊ້ແຕ່ຂອງໝູ່, ມີສະຕິຮັກຊາດຕ້ອງພັດທະນາ, ຕ້ອງເປັນລັດແຫ່ງກົດໝາຍຢ່າງແທ້ຈິງ, ຢ່າໃຫ້ກົດໝາຍຖືກແຊ່ເຢັນຈາກພວກສວຍໂອກາດ, ບໍ່ສໍ້ລາດບັງຫລວງ, ເວົ້າແລ້ວຕ້ອງເຮັດເພື່ອໃຫ້ມີຜົນສັກສິດ.

ເຖິງຢ່າງໃດກໍດີ, ຖ້າເບິ່ງໄປໃນອະນາຄົດອັນຍາວໄກ ມັນກໍຍັງພໍມີຄວາມຫວັງຢູ່ ເພາະເມື່ອໃດກໍາລັງການຜະລິດ, ໝາກຜົນແຫ່ງການຜະລິດມີປະສິດທິພາບ, ປະສິດທິຜົນ ທຸກຢ່າງເປັນຂອງຄົນລາວ, ຄົນລາວເຮົາເປັນເຈົ້າການເຮັດເອງ ທໍາເອງ ຜະລິດເອງ ອະນາຄົດຂ້າງໜ້າ ເງິນກີບລາວອາດຫວນມາແຂ່ງຄ່າຢູ່ກັບຊາດລາວຄົນລາວຢ່າງແນ່ນອນ.

ດັ່ງຄຳຂວ້ນທີ່ວ່າ: ລາວເຮັດລາວໃຊ້ ລາວໄດ້ລາວຈະເລີນ