1 ມິຖຸນາ ຜ່ານໄປ ຂໍໃຫ້ເປັນວັນທີ່ມີຄວາມໝາຍຕໍ່ຄົນຮຸ່ນສືບທອດ ຢ່າງແທ້ຈິງ
ໂດຍ: ທິດກໍ່າ ເຖິງວ່າວັນທີ 1 ມິຖຸນາ ໄດ້ຜ່ານພົ້ນໄປບໍ່ພໍເທົ່າໃດວັນແລ້ວກໍຕາມ, ແຕ່ມັນກໍຍັງມີຄວາມໝາຍຕໍ່ປະຫວັດສາດຂອງເດັກເຍົາວະຊົນ ຫລື ຕໍ່ຄົນຮຸ່ນສືບທອດຕະຫລອດໄປໃນທົ່ວໂລກ. ສໍາລັບ ສປປ ລາວເຮົາແລ້ວ ວັນທີ 1 ມິຖຸນາຂອງທຸກປີ ຍັງເປັນວັນປູກຕົ້ນໄມ້ແຫ່ງຊາດ. ກ່າວເຖິງບັນຍາກາດໃນວັນເດັກສາກົນປີນີ້ ກໍມີຄວາມຄຶກຄັກບໍ່ໜ້ອຍ ໂດຍສະເພາະແມ່ນຢູ່ກະໂຕນະຄອນຫລວງວຽງຈັນ ແລະ…









