ກຸ່ມຮູຕີເຢເມນປະກາດໂຈມຕີເຮືອຕ່າງປະເທດທຸກລໍາທີ່ກ່ຽວຂ້ອງກັບອິດສະລາແອນ

ກຸ່ມຮູຕີໃນເຢເມນປະກາດໃນວັນທີ 27 ກໍລະກົດວ່າ: ກຽມຂະຫຍາຍເປົ້າໝາຍໂຈມຕີໃສ່ເຮືອການຄ້າຕ່າງປະເທດທຸກລໍາທີ່ມີການເຊື່ອມໂຍງກັບອິດສະລາແອນ ບໍ່ວ່າຈະເດີນທາງໄປບ່ອນໃດ ເພື່ອຕອບໂຕ້ປະຕິບັດການປິດລ້ອມເຂດກາຊາ ແລະ ເຮັດໃຫ້ຊາວກາຊາຕ້ອງຂາດເຂີນອາຫານ.
ໂຄສົກຝ່າຍທະຫານຂອງກຸ່ມຮູຕີ ຖະແຫລງຜ່ານສະຖານີໂທລະພາບອໍ-ມາຊິຣາ (al-Masirah TV) ຂອງກຸ່ມຮູຕີວ່າ: ການຍົກລະດັບຄັ້ງນີ້ຄວບຄຸມເຖິງການໂຈມຕີເຮືອຂອງທຸກບໍລິສັດທີ່ເຮັດທຸລະກິດກັບທ່າເຮືອອິດສະລາແອນ ບໍ່ວ່າຈະສັນຊາດໃດ ແລະ ບໍ່ວ່າຢູ່ບ່ອນໃດ ຖ້າຢູ່ໃນໄລຍະທີ່ກອງກໍາລັງຂອງເຮົາສາມາດເຂົ້າເຖິງໄດ້ ພ້ອມເຕືອນບໍລິສັດແລ່ນເຮືອທົ່ວໂລກໃຫ້ຢຸດການຕິດຕໍ່ກັບທ່າເຮືອອິດສະລາແອນນັບແຕ່ຊົ່ວໂມງນີ້ເປັນຕົ້ນໄປ.
ນອກຈາກນີ້, ໂຄສົກຝ່າຍທະຫານຂອງກຸ່ມຮູຕີ ຍັງຮຽກຮ້ອງໃຫ້ລັດຖະບານປະເທດຕ່າງໆກົດດັນອິດສະລາແອນຢຸດການໂຈມຕີ ແລະ ຍົກເລີກການປິດລ້ອມເຂດກາຊາ ຖ້າບໍ່ຕ້ອງການໃຫ້ສະຖານະການລຸກລາມບານປາຍ.
ທັງນີ້, ກຸ່ມຮູຕີຍົກລະດັບການໂຈມຕີເຮືອອິດສະລາແອນ ແລະ ເຮືອການຄ້າໃນທະເລແດງທີ່ເຊື່ອວ່າມີການເຊື່ອມໂຍງກັບອິດສະລາແອນນັບແຕ່ເດືອນພຶດສະພາ 2023 ໂດຍອ້າງວ່າເພື່ອສະແດງຄວາມເປັນນໍ້າໜຶ່ງໃຈດຽວກັນກັບຊາວປາແລັສຕິນໃນເຂດກາຊາ ແລະ ກົດດັນໃຫ້ອິດສະລາແອນຢຸດປະຕິບັດການທາງທະຫານໃນກາຊາ.

