ອາກາດຮ້ອນ ຈົ່ງມີສະຕິ ເພື່ອຄວາມປອດໄພຈາກອັກຄີໄພ

ອາກາດຮ້ອນ ຈົ່ງມີສະຕິ ເພື່ອຄວາມປອດໄພຈາກອັກຄີໄພ

ສະພາບອາກາດໄລຍະ ເດືອນເມສາ – ເດືອນພຶດສະພາ ເປັນໄລຍະທີ່ອຸນຫະພູມອາກາດຮ້ອນຫຼາຍ ແລະ ຍັງຮ້ອນອົບເອົ້າຕື່ມອີກ ເຊິ່ງເປັນເງື່ອນໄຂໜຶ່ງທີ່ພາໃຫ້ເກີດອັກຄີໄພໄດ້ງ່າຍຂຶ້ນ ຊຶ່ງໃນໄລຍະນີ້ເຮົາມັກໄດ້ຍິນໄດ້ເຫັນຂ່າວກ່ຽວກັບເຫດການເກີດໄຟໄໝ້ເລື້ອຍໆ ລວມມີໄຟໄໝ້ລາມປ່າ, ປ່າຫຍ້າແຫ້ງ, ໄຟໄໝ້ເຮືອນ,ໄໝ້ສາງ… ສະພາບ ອັກຄີໄພທີ່ເກີດຂຶ້ນມານີ້ ແມ່ນເກີດຈາກທຳມະຊາດກໍມີ ແລະ ເກີດມາຈາກ ການກະທຳຂອງມະນຸດເຮົາກໍຫລາຍ ລວມທັງເຈຕະນາ ແລະ…

ເຝົ້າລະວັງ ! ມັດຈຸລາດອາດມານໍາພາຍຸລະດູຮ້ອນ ຍ້ອນເຮົາມີບົດຮຽນມາຫລາຍປີແລ້ວ

ເຝົ້າລະວັງ ! ມັດຈຸລາດອາດມານໍາພາຍຸລະດູຮ້ອນ ຍ້ອນເຮົາມີບົດຮຽນມາຫລາຍປີແລ້ວ

ໂດຍ: ທິດກໍ່າ ເຫັນຂ່າວຄາວນໍາສື່ອອນລາຍຫລາຍຊ່ອງໃນທົ່ວປະເທດ ເກີດມີລົມພາຍຸຝົນຕົກໜັກ ພ້ອມໝາກເຫັບຕົກຫລາຍແຫ່ງຢູ່ທາງພາກເໜືອ, ພາກກາງ ແລະ ພາກໃຕ້ຂອງປະເທດເຊັ່ນ: ທາງແຂວງຜົ້ງສາລີ ຫຍັບລົງມາແຖວໄຊຍະບູລີ ຕູດລົງມາຮອດວັງວຽງໃນອາທິດຫລັງໆທີ່ຜ່ານມາ. ສ່ວນທາງພາກໃຕ້ກໍແມ່ນທາງແຂວງສາລະວັນ ແລະ ສະຫວັນນະເຂດ ໄດ້ເກີດມີລົມພາຍຸຝົນຕົກໜັກໝາກເຫັບຕົກເໝືອນກັນ. ສະເພາະຢູ່ນະຄອນຫລວງວຽງຈັນປີນີ້ ຟ້າຝົນຍັງມິດຈີ່ຫລີ່ ອາກາດຮ້ອນອົບເອົ້າເຜົາຜານມາແຕ່ເດືອນມີນາຮອດເມສາກ້າວສູ່ຕົ້ນເດືອນພຶດສະພາ ຄາດຄະເນມື້ໃດກໍວ່າມື້ນັ້ນ ໂດຍບໍ່ວ່າມື້ໃດຝົນຈະມາຕົກໂຮຍຮໍາພໍໃຫ້ຊາວນະຄອນຫລວງວຽງຈັນຈະໄດ້ຢູ່ສະບາຍຫາຍຮ້ອນ….

ພືດ 3 ຊະນິດ ທີ່ມີສານໄຊຢາໄນ  ຄວນປຸງສຸກກ່ອນຮັບປະທານ

ພືດ 3 ຊະນິດ ທີ່ມີສານໄຊຢາໄນ ຄວນປຸງສຸກກ່ອນຮັບປະທານ

ພືດ 3 ຊະນິດ ທີ່ມີສານໄຊຢາໄນ ຄວນປຸງສຸກກ່ອນຮັບປະທານ ຖ້າຮັບປະທານເຂົ້າໄປໃນຈໍານວນຫລາຍ ອາດເຮັດໃຫ້ຂາດອົກຊີແຊນຈົນໝົດສະຕິ ແລະ ເຖິງຂັ້ນເສຍຊີວິດ   ຈາກກໍລະນີຂ່າວໄທ ທີ່ໃຊ້ພິດຈາກສານໄຊຢາໄນ ຂ້າຕະກໍາລູກຫວຍ ແລະ ລູກໜີ້ ເຮັດໃຫ້ຮູ້ວ່າອັນຕະລາຍຢູ່ໃກ້ຕົວເຮົາ . ເຖິງວ່າເຮົາບໍ່ໄດ້ພົບກັບຕົວເອງ ແຕ່ບາງທີເຮົາອາດເອົາສານດັ່ງກ່າວນັ້ນເຂົ້າໄປໃນຮ່າງກາຍໂດຍບໍ່ຮູ້ຕົວ ເປັນຕົ້ນແມ່ນອາຫານ,…

ເຂັ້ມງວດກວດກາການນໍາເຂົ້າພືດກະສິກໍາ ແລະ ສັດລ້ຽງ ເພື່ອສະກັດກັ້ນການແພ່ລະບາດຂອງເຊື້ອພະຍາດອະຫິວາໝູອາຟຣິກາ

ເຂັ້ມງວດກວດກາການນໍາເຂົ້າພືດກະສິກໍາ ແລະ ສັດລ້ຽງ ເພື່ອສະກັດກັ້ນການແພ່ລະບາດຂອງເຊື້ອພະຍາດອະຫິວາໝູອາຟຣິກາ

ໃນສະພາບປັດຈຸບັນນີ້ ພວກເຮົາຕ້ອງຍອມຮັບວ່າ ການນໍາເຂົ້າສິນຄ້າກະສິກໍາຈະເປັນປະເພດສັດລ້ຽງ ຊິ້ນສ່ວນບາງປະເພດຂອງສັດລ້ຽງເຊັ່ນ: ເຄື່ອງໃນສັດ, ອາຫານທະເລ, ພືດຜັກ …. ຈາກປະເທດອ້ອມຂ້າງ ມັນຍັງແມ່ນສິ່ງທີ່ຈຳເປັນທີ່ບໍ່ສາມາດຫລີກລ່ຽງໄດ້ ເນື່ອງຈາກການຜະລິດສະບຽງອາຫານທາງດ້ານກະສິກຳນັບທັງສັດລ້ຽງ, ພືດຜັກ, ໝາກໄມ້ ເພື່ອສະໜອງຄວາມຕ້ອງການຂອງສັງຄົມພາຍໃນປະເທດບໍ່ທັນແຂງແຮງ ແລະພຽງພໍເທື່ອ ສິ່ງທີ່ມີແລ້ວກໍເປັນພຽງໜໍ່ແໜງທີ່ເກີດຂຶ້ນໃໝ່ບໍ່ທັນເຕີບໃຫຍ່ເຂັ້ມແຂງແທ້ ຊຶ່ງມັນຕ້ອງໄດ້ອາໄສເວລາດົນ ນຳເອົາປະສົບການແລະເຕັກນິກວິທະຍາສາດເຂົ້າມາຊ່ວຍ ຈຶ່ງຈະສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງສັງຄົມ. ໃນເມື່ອຫາກມີການນຳເຂົ້າສິນຄ້າກະສິກຳຈາກຕ່າງປະເທດໃນສະພາວະທີ່ປະເທດເຮົາຍັງອ່ອນນ້ອຍບໍ່ທັນເຂັ້ມແຂງຄືແນວນີ້້…

5 ສັນຍານບົ່ງບອກ ວ່າຮ່າງກາຍຂາດໂປຣຕີນ

5 ສັນຍານບົ່ງບອກ ວ່າຮ່າງກາຍຂາດໂປຣຕີນ

ໂປຣຕີນນັ້ນສໍາຄັນຕໍ່ຮ່າງກາຍ, ຖ້າຮ່າງກາຍຂາດໂປຣຕີນຈະເກີດອາການເຫລົ່ານີ້: ກະດູກຫັກ (ເກີດຈາກກ້າມຊີ້ນອ່ອນລ້າ) ຮູ້ສຶກອ່ອນເພຍ ຜົມ ແລະ ເລັບ ບໍ່ແຂງແຮງ ເຈັບປ່ວຍງ່າຍ ນໍ້າໜັກຫລຸດ

ເຜົ່າລາວເອີຍ ! ຈົ່ງຮັກກັນເຊື່ອມສໍາພັນໂຮມເຕົ້າດັ່ງລູກແຄນແດນເຂົ້າໜຽວ

ເຜົ່າລາວເອີຍ ! ຈົ່ງຮັກກັນເຊື່ອມສໍາພັນໂຮມເຕົ້າດັ່ງລູກແຄນແດນເຂົ້າໜຽວ

ໂດຍ: ທິດກໍ່າ ຈາກແຫລ່ງຂ່າວຄາວທີ່ເຮົາໄດ້ຮັບຮູ້ ແລະ ໄດ້ເຫັນໃນຍຸກປັດຈຸບັນຄືມີຄົນເຊື້ອຊາດລາວທີ່ດໍາລົງຊີວິດ ແລະ ທໍາມາຫາກິນຢູ່ຕ່າງປະເທດເລີ່ມທະຍອຍກັນອວ່າຍໜ້າມາຫາບ້ານເກີດເມືອງນອນອັນເປັນມາຕຸພູມທີ່ແສນຮັກ ແລະ ຫວງແຫນຂອງຕົນນັບມື້ນັບຫລາຍຂຶ້ນ. ໃນການອວ່າຍໜ້າມາຫາປະເທດຊາດບ້ານເກີດເມືອງນອນມັນກໍມີຢູ່ຫລາຍຮູບແບບທີ່ແຕກຕ່າງກັນໄປເຊັ່ນ: ມາທໍາມາຫາກິນເຮັດທຸລະກິດການງານ, ມາທ່ອງທ່ຽວ, ມາຢ້ຽມຢາມຍາດຕິພີ່ນ້ອງ ແລະ ເຮັດບຸນສິນກິນທານ, ມີບາງຈໍານວນກໍຕັດສິນໃຈມາຢູ່ລາວໃນບັ້ນທ້າຍຂອງຊີວິດ. ນອກຈາກນັ້ນ ກໍມີຈໍານວນບໍ່ໜ້ອຍທີ່ສະໝັກມາປະກອບສ່ວນຊ່ວຍເຫລືອສ້າງສາພັດທະນາປະເທດຊາດເຊັ່ນ: ສ້າງໂຮງໝໍ, ໂຮງຮຽນ,…

ມາຮ່ວມກັນເຮັດແຕ່ຫົວທີ ຍັງດີກວ່າໃຫ້ເກີດຂຶ້ນແລ້ວຈຶ່ງແກ້ໄຂ

ມາຮ່ວມກັນເຮັດແຕ່ຫົວທີ ຍັງດີກວ່າໃຫ້ເກີດຂຶ້ນແລ້ວຈຶ່ງແກ້ໄຂ

ເມື່ອຮອດລະດູຝົນມາເທື່ອໃດ ເຮົາຈະເຫັນໄດ້ວ່າມັກເກີດມີນ້ຳຖ້ວມຂັງຕາມຖະໜົນຫົນທາງໃນນະຄອນຫລວງວຽງຈັນຫລາຍໆບ່ອນທີ່ນ້ຳຖ້ວມນັ້ນລ້ວນແລ້ວແຕ່ເກີດມາຈາກຝົນຕົກແຮງນ້ຳໄຫລບໍ່ທັນ ຫລືບໍ່ກໍບໍ່ມີບ່ອນຈະໄຫລໄປຊ້ຳ ຖ້ວມເທື່ອໃດກໍສ້າງຄວາມຫຍຸ້ງຍາກໃນການສັນຈອນໄປມາຖ້າເປັນລົດໃຫຍ່ກະໄຄແດ່ພໍໄປໄດ້ ຖ້າເເມ່ນລົດຈັກລົດຖີບຕ້ອງໄດ້ລໍຖ້າຫລາຍຊົ່ວໂມງ ນ້ຳບົກແຫ້ງລົງຈຶ່ງໄປໄດ້. ການທີ່ນ້ຳຖ້ວມຂັງໃນຕົວເມືອງມັນເນື່ອງມາຈາກການພັດທະນາພື້ນຖານໂຄງລ່າງເສດຖະກິດ, ການປູກສ້າງສຳນັກງງານ, ໂຮງງານ, ໂຮງແຮມ, ເຮືອນພັກ, ຮ້ານອາຫານ ຕະຫລອດຮອດການປຸກສ້າງທີ່ຢູ່ອາໄສຂອງປະຊາຊົນທີ່ນັບມື້ເພີ່ມຂຶ້ນຊຶ່ງຈຳເປັນຕ້ອງໄດ້ຖົມບວກຖົມໜອງທົ່ງໄຮ່ທົ່ງນາ ທີ່ເປັນບ່ອນຮອງຮັບນ້ຳໃນເມື່ອກ່ອນ ອີກດ້ານໜຶ່ງແມ່ນເກີດຈາກການສ້າງຖະໜົນຫົນທາງແຕ່ຮ່ອງລະບາຍນ້ຳບໍ່ຮັບປະກັນ (ທາງຮ່ອມທາງຊອຍ) ແລະ ມາດຕະຖານມີແລ້ວຊ້ຳພັດຖືກອັດຕັນ ແຕ່ສຳຄັນອີກຢ່າງໜຶ່ງແມ່ນເກີດຈາກການກະທຳຂອງປະຊາຊົນຈຳນວນບໍ່ໜ້ອຍທີ່ເຫັນແກ່ໂຕດ້ວຍການຕໍ່ເຕີມເສີມສ້າງສິ່ງປູກສ້າງກວມຮ່ອງລະບາຍນ້ຳ ຂີ້ຄ້ານມັກງ່າຍຖີ້ມຂີ້ເຫຍື້ອຊະຊາຍ,…

ສົ່ງເສີມອະນຸລັກຮັກສາຈຸດເດັ່ນທີ່ເຮົາມີ ເພື່ອເປັນຈຸດຂາຍໃນການທ່ອງທ່ຽວ

ສົ່ງເສີມອະນຸລັກຮັກສາຈຸດເດັ່ນທີ່ເຮົາມີ ເພື່ອເປັນຈຸດຂາຍໃນການທ່ອງທ່ຽວ

ໂດຍ: ທິດກໍ່າ ງານສະຫລອງສົ່ງທ້າຍປີເກົ່າ ພສ 2565 ຕ້ອນຮັບປີໃໝ່ ພສ 2566 ສິ່ງທີ່ໜ້າຊົມຊື່ນຍິນດີກໍຄືພວກເຮົາໄດ້ຈັດກິດຈະກໍາຫລາຍຢ່າງທີ່ມີສີສັນ ເພື່ອເປັນຈຸດຂາຍໃນການທ່ອງທ່ຽວ ເຊິ່ງອັນສໍາຄັນທີ່ສຸດກໍແມ່ນພວກເຮົາໄດ້ເສີມຂະຫຍາຍອະນຸລັກຮັກສາຈຸດເດັ່ນໆຂອງເມືອງລາວໃຫ້ຊາວໂລກເຂົາຮັບຮູ້ວ່າປະເທດລາວເຮົາເປັນປະເທດທີ່ມີວັດທະນະທໍາ-ທໍາມະຊາດທີ່ສວຍສົດງົດງາມເຊື່ອງຊ້ອນໄວ້ຄຽງຄູ່ຢູ່ກັບຊາດລາວຄົນລາວຈົນກາຍເປັນອະລິຍະທໍາທີ່ບໍ່ບົກແຫ້ງເຫືອດຫາຍ. ຫາກຕັ້ງໂຈດກັນວ່າ, ຈຸດເດັ່ນໆທີ່ປະເທດລາວ, ຄົນລາວເຮົາມີຫຍັງແດ່ທີ່ຈະຟື້ນຟູບູລະນະ, ເສີມຂະຫຍາຍໃຫ້ເປັນຈຸດຂາຍໃນການທ່ອງທ່ຽວໃນປັດຈຸບັນ ແລະ ອະນາຄົດ. ຄໍາຕອບໂຈດກໍຄື ມີທໍາມະຊາດພູຜາປ່າໄມ້, ຫ້ວຍນໍ້າລໍາເຊ,…

ໝູ່ບໍ່ຖິ້ມກັນ!

ໝູ່ບໍ່ຖິ້ມກັນ!

ໃຜມີໝູ່ທີ່ເປັນແບບນີ້ແນ່? ມາເບິ່ງທາງນີ້, ການສຶກສາພົບວ່າໝູ່ທີ່ມັກເວົ້າກົງ ແມ່ນໝູ່ທີ່ຈິງໃຈ ແລະ ຮັກເຮົາແທ້ ເພາະທຸກຢ່າງທີ່ເວົ້າອອກມາລ້ວນແຕ່ເວົ້າດ້ວຍຄວາມຈິງໃຈ ແລະ ຮັກເຮົາແທ້, ອາດຈະເປັນການຊຸກຍູ້, ໃຫ້ກໍາລັງໃຈ ຢາກໃຫ້ເຮົາໄດ້ດີ ແລະ ປ່ຽນຕົວເອງໃຫ້ດີຂຶ້ນກວ່າເກົ່າ ພັດທະນາ ແລະ ປະສົບຄວາມສໍາເລັດໄປພ້ອມໆກັນ… ບໍ່ມີໝູ່ແທ້ຄົນໃດທີ່ຢາກເຫັນໝູ່ຕ້ອຍຕໍ່າລົງແມ່ນບໍ່? ເຖິງແມ່ນວ່າບາງຄໍາເວົ້າອາດຈະຂັດໃຈເຮົາແນ່ ແຕ່ທີ່ເວົ້າໄປແມ່ນເວົ້າດ້ວຍຄວາມຮັກລ້ວນໆ……

ພາບແຮງງານລາວກັບໄປເຮັດວຽກຢູ່ໄທ  ສະທ້ອນຫຼາຍບັນຫາ ແລະ ຢ່າລືມໄປແບບຖືກກົດໝາຍ

ພາບແຮງງານລາວກັບໄປເຮັດວຽກຢູ່ໄທ ສະທ້ອນຫຼາຍບັນຫາ ແລະ ຢ່າລືມໄປແບບຖືກກົດໝາຍ

ໃນໄລຍະ 2 ສາມວັນຜ່ານມານີ້ ພວກເຮົາຈະເຫັນພາບແຮງງານລາວຈຳນວນຫຼາຍເດີນທາງໄປຊອກຫາເຮັດວຽກຢູ່ຝັ່ງໄທຈຳນວນຫຼາຍ ພາຍຫຼແລ້ວປີໃໝ່ລາວ ເຊິ່ງແຮງງານເຫຼົ່ານັ້ນ ມີທັງແຮງງານທີ່ກັບມາໄລຍະປີໃໝ່ ແລະ ໄປໃໝ່ອີກ ເຮັດໃຫ້ພວກເຮົາເຫັນພາບສະທ້ອນຫຼາຍໆຢ່າງ ກ່ຽວກັບແຮງງານຢູ່ລາວ ແລະ ການດີ້ນຮົນເພື່ອເອົາຊີວິດລອດໃນສະພາບເສດຖະກິດແບບນີ້. ເມື່ອກ່ອນໜ້ານີ້ມີການລະບາດຂອງພະຍາດໂຄວິດ 19 ໄດ້ສົ່ງຜົນກະທົບຫຼາຍດ້ານຕໍ່ສັງຄົມມວນມະນຸດ ຄາດວ່າໃນທົ່ວໂລກຈະມີຄົນວ່າງງານເພີ່ມຂຶ້ນຮອດ 25 ລ້ານຄົນ.  ສຳລັບ…