ເລັ່ງພັດທະນາດ້ານປູກຝັງ ແລະ ລ້ຽງສັດ ສະໜອງສິນຄ້າພາຍໃນ ເພື່ອແກ້ໄຂບັນຫາວິກິດຂອງຊາດ

ໂດຍ: ທິດກໍ່າ
ຕາມການລາຍງານຂອງສູນຂໍ້ມູນຂ່າວສານການຄ້າຂອງ ສປປ ລາວ ໃນປີ 2022 ລາວເຮົາໄດ້ລາຍຮັບຈາກການສົ່ງອອກທັງໝົດ 8.198 ລ້ານໂດລາສະຫະລັດ ໃນນີ້ມີ 10 ລາຍການສິນຄ້າທີ່ເຫັນວ່າມີລາຍຮັບສູງກວ່າໝູ່ເຊັ່ນ: ໄຟຟ້າ, ຄໍາປະສົມ ແລະ ຄໍາແທ່ງ, ເຈ້ຍ , ເຍື້ອໄມ້ ແລະ ເສດເຈ້ຍ, ແຮ່ທອງ, ຢາງພາລາ, ມັນຕົ້ນ 329, ເກືອກາລີ, ເຄື່ອງນຸ່ງຫົ່ມ ແລະ ນໍ້າຕານ, ແຕ່ສິ່ງທີ່ໂດດເດັ່ນອີກອັນໜຶ່ງກໍແມ່ນກາເຟ ນອກຈາກຕົວເລກສິນຄ້າທີ່ກ່າວມານີ້ແລ້ວ ອາດຍັງມີຕົວເລກດ້ານອື່ນໆອີກທີ່ລາວເຮົາໄດ້ສົ່ງສິນຄ້າໄປຂາຍຕ່າງປະເທດ.
ຢ່າງໃດກໍດີ, ເມື່ອເຫັນຕົວເລກນີ້ແລ້ວ ກໍໜ້າພາກພູມໃຈທີ່ເຫັນວ່າລາວເຮົາກໍເລີ່ມມີການສົ່ງອອກສິນຄ້າໄປຍັງຕ່າງປະເທດນັບມື້ຫລາຍຂຶ້ນ ຖ້າທຽບໃສ່ຍຸກປະຫວັດສາດຜ່ານມາ ເຊິ່ງສ່ວນຫລາຍກໍມີແຕ່ການນໍາເຂົ້າ, ຊົມໃຊ້ແຕ່ຂອງໝູ່ ຫລື ບາງກໍລະນີກໍແມ່ນເພື່ອນມິດໃກ້ຊິດໃຫ້ການຊ່ວຍເຫລືອລ້າ ຫລື ດ້ວຍຮູບການຕ່າງໆ. ສະນັ້ນ ຜົນທີ່ໄດ້ຮັບໃນສະພາບປັດຈຸບັນກໍຄືເງິນກີບອ່ອນຄ່າ ຍ້ອນຂາດການຜະລິດທີ່ເຂັ້ມແຂງຢູ່ພາຍໃນ, ການນໍາເຂົ້າຫລາຍກວ່າການສົ່ງອອກຈຶ່ງພາໃຫ້ເກີດການຂາດດູນ ແລະ ເກີດມີບັນຫາໃນເລື່ອງເສດຖະກິດ-ການເງິນບອບບາງ ນັບທັງເລື່ອງປາກທ້ອງຂອງປະຊາຊົນກໍມີຜົນກະທົບຢ່າງປະຕິເສດບໍ່ໄດ້.
ໃນອະນາຄົດ ລາວເຮົາຕ້ອງມີການສົ່ງອອກສິນຄ້າໄປຕ່າງປະເທດຫລາຍຊະນິດ ແລະ ຫລາຍປະເທດເຊັ່ນ: ງົວ, ຄວາຍ, ເຂົ້າ, ກ້ວຍ, ພືດຜັກ, ໝາກໄມ້ ນັບທັງກາເຟ ເຊິ່ງຕະຫລາດໃຫຍ່ຮອງຮັບຫລາຍກວ່າໝູ່ແມ່ນ ສປ ຈີນ. ອີງຕາມການສະຫລຸບຂອງກະຊວງກະສິກໍາແລະປ່າໄມ້ໃນກອງປະຊຸມປະຈໍາປີ 2022 ເຊິ່ງຈັດຂຶ້ນໃນວັນທີ 7-8 ກຸມພາ 2023ນີ້ຊີ້ໃຫ້ເຫັນວ່າ: ໃນປີ 2022 ຜະລິດເຂົ້າໄດ້ 3.781.580 ໂຕນ ລື່ນແຜນການທີ່ໄດ້ວາງໄວ້ 2,2%, ການລ້ຽງສັດ, ການປະມົງຂະຫຍາຍຕົວ 3,88% ລື່ນແຜນ 3,5%.; ສະເພາະການປູກຝັງໄດ້ສຸມໃສ່ການຜະລິດບັນດາພືດຜັກທີ່ໄດ້ເຈລະຈາເຕັກນິກເປີດຕະຫລາດແລ້ວ ສາມາດປະຕິບັດໄດ້ 563.456 ເຮັກຕາ ໄດ້ຮັບຜົນຜະລິດ 8.176.420 ໂຕນ ລື່ນແຜນ 29,46%, ການລ້ຽງສັດ ແລະ ສັດນໍ້າເປັນສິນຄ້າແບບເປັນກຸ່ມ, ເປັນຟາມ 1.989 ຟາມ, ມີສັດລ້ຽງ 5.012.280 ໂຕ. ສະເພາະການລ້ຽງງົວແມ່ນເພີ່ມຂຶ້ນ 12 ຟາມ. ນີ້ເປັນພຽງບາງຕົວເລກສ່ວນໃດສ່ວນໜຶ່ງທີ່ຍົກມາໃຫ້ເຫັນໃນຂົງເຂດການຜະລິດສິນຄ້າດ້ານກະສິກໍາໃນປີ 2022 ຜ່ານມາ.
ເວົ້າເຖິງການຜະລິດທຸກຢ່າງບໍ່ວ່າໃນຂົງເຂດອຸດສາຫະກໍາຂະໜາດນ້ອຍ, ຂະໜາດກາງ ແລະ ຂະໜາດໃຫຍ່ໃນ ສປປ ລາວ ຂອງພວກເຮົາ ຖ້າທຽບໃສ່ຄວາມຮຽກຮ້ອງຕ້ອງການແລ້ວແມ່ນຍັງບໍ່ທັນພຽງພໍ ບໍ່ທັນຫລາກຫລາຍເຂັ້ມແຂງເທົ່າທີ່ຄວນ ຍັງບໍ່ທັນສາມາດເພິ່ງຕົນເອງ, ກຸ້ມຕົນເອງທາງດ້ານເສດຖະກິດ-ການເງິນໄດ້ເທື່ອ ຈາກຜົນກະທົບທີ່ໄດ້ຮັບໃນປັດຈຸບັນ ຖ້າທຽບໃສ່ກຸ່ມອາຊຽນ ແລະ ພາກພື້ນ ປະເທດຊາດຍັງຫລ້າຫລັງ ແລະ ດ້ອຍພັດທະນາຫລາຍ ສະພາບເງິນກີບກໍ່ອ່ອນຄ່າສູງສຸດໃນປະຫວັດສາດຍຸກໜຶ່ງຂອງປະເທດ ທີ່ຍັງແກ້ໄຂບໍ່ທັນໄດ້.
ມີແຕ່ຂຸ້ນຂ້ຽວເລັ່ງລັດພັດທະນາໃນດ້ານຕ່າງໆ ໃຫ້ເຂັ້ມແຂງ ພຽງພໍກັບຄວາມຮຽກຮ້ອງຕ້ອງການຂອງການຊົມໃຊ້ພາຍໃນ ທົດແທນການນຳເຂົ້າ ພ້ອມທັງຜະລິດເພື່ອສົ່ງອອກໃຫ້ຫຼາຍຂື້ນ ພວກເຮົາຈຶ່ງຈະ ເອົາຊະນະກັບວິກິດທຸກຢ່າງໄດ້.

