ສ້າງໃຫ້ປະເທດລາວ ກາຍເປັນປະເທດສີຂຽວ, ສະອາດງາມຕາ ປາສະຈາກ ຂີ້ເຫຍື້ອປລາສະຕິກ

ສ້າງໃຫ້ປະເທດລາວ ກາຍເປັນປະເທດສີຂຽວ, ສະອາດງາມຕາ ປາສະຈາກ ຂີ້ເຫຍື້ອປລາສະຕິກ

ໂດຍ: ຜາຕຸງ ປີນີ້ ສປປ ລາວ ສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກຄົບຮອບ 52 ປີ ພາຍໃຕ້ຄຳຂວັນທີ່ວ່າ: “ການຫຼຸດຜ່ອນມົນລະພິດປລາຕິກໃນທົ່ວໂລກ”. ແລະ ວັນສິ່ງແວດລ້ອມແຫ່ງຊາດ ພາຍໃຕ້ຄຳຂວັນທີ່ວ່າ: “ຫຼຸດຜ່ອນມົນລະພິດທາງປລາສຕິກເພື່ອສິ່ງແວດລ້ອມທີ່ສະອາດ ແລະ ສົດໃສ” ຈຸດປະສົງກໍ່ເພື່ອສ້າງຈິດສຳນຶກໃຫ້ທົ່ວໂລກ ແລະ ຄົນລາວທຸກຄົນເຫັນຄວາມສຳຄັນຂອງສິ່ງແວດລ້ອມ…

ຊ່ວຍກັນສະແດງຄວາມຮູ້ຄູ່ຄວາມເຫັນ ເພື່ອໃຫ້ເປັນທາງອອກຂອງບັນຫາ

ຊ່ວຍກັນສະແດງຄວາມຮູ້ຄູ່ຄວາມເຫັນ ເພື່ອໃຫ້ເປັນທາງອອກຂອງບັນຫາ

ໂດຍ: ທິດດີ ໄລຍະນີ້ ໄປມາທາງໃດ ກໍເກີດມີຫາງສຽງຈົ່ມວ່າອ່າວໜາຫູຂຶ້ນ ກ່ຽວກັບ ການການວິພາກວິຈານ ແລະ ອອກຄວາມຄິດເຫັນຜ່ານເຟສບຸກ ເຊິ່ງອັນພົ້ນເດັ່ນດຽວນີ້ກໍຄົງບໍ່ມົ້ມເລື່ອງ ຄ່າໄຟຟ້າທີ່ຖີບຕົວສູງຂຶ້ນໃນແຕ່ລະເດືອນ, ຮອງລົງມາແມ່ນເລື່ອງວັນປູກຕົ້ນໄມ້ ວັນທີ 1ມິຖຸນາ ທີ່ຫາກໍຜ່ານມາສົດໆຮ້ອນໆນີ້ເອງ. ຜູ້ຂຽນ ຂໍຍົກເອົາ ສອງບັນຫານີ້ ຂຶ້ນມາ ເພາະເຫັນວ່າຫຼາຍທ່ານກໍໄດ້ສະແດງຄວາມຄິດເຫັນດ້ວຍຄວາມຮູ້…

ກຽມພ້ອມແຕ່ຫົວທີ ຮັບມືກັບໄພພິບັດຈາກທຳມະຊາດ ຮັບປະກັນໃຫ້ສູນເສຍໜ້ອຍທີ່ສຸດ

ກຽມພ້ອມແຕ່ຫົວທີ ຮັບມືກັບໄພພິບັດຈາກທຳມະຊາດ ຮັບປະກັນໃຫ້ສູນເສຍໜ້ອຍທີ່ສຸດ

ໂດຍ: ຜາຕຸງ ເຖົ້າແກ່ ປູ່ຍ່າຕານາຍເຄີຍເຕືອນໄວ້ ໃຫ້ລະວັງ ນ້ຳກາງເດືອນແປດ, ເດືອນເກົ້າເຂົ້າສູ່ເດືອນສິບ ຫຼື ເດືອນກໍລະກົດ-ເດືອນກັນຍາ-ເດືອນຕຸລາຂອງແຕ່ລະປີ, ເພາະວ່າໄລຍະນີ້ຢູ່ໃນໄລຍະລະດູຝົນ ຕົກແຮງຕົກໜັກ ເຮັດໃຫ້ຫ້ວຍນ້ຳລຳເຊຍັງ ແຕ່ລະສາຍເຕັມໄປດ້ວຍມວນນ້ຳ ແລະ ຈະມີນ້ຳຖ້ວມໃນຫຼາຍພື້ນທີ່ ອັນນຳໄປສູ່ຄວາມເດືອດຮ້ອນ ແລະ ຄວາມສູນເສຍ ທາງດ້ານຊີວິດ ແລະ…

ເຂັ້ມງວດກວດກາຄຸນນະພາບນ້ຳມັນເຊື້ອໄຟ ເພື່ອສ້າງຄວາມໝັ້ນໃຈຕໍ່ມວນຊົນ

ເຂັ້ມງວດກວດກາຄຸນນະພາບນ້ຳມັນເຊື້ອໄຟ ເພື່ອສ້າງຄວາມໝັ້ນໃຈຕໍ່ມວນຊົນ

 ໂດຍ: ຜາຕຸງ ໃນເດືອນ ພຶດສະພາ 2025 ນີ້ ກົມມາດຕະຖານ ແລະ ວັດແທກ ກະຊວງອຸດສາ ຫະກໍາ ແລະ ການຄ້າໄດ້ລົງກວດສອບ ຄຸນນະພາບນໍ້າມັນຢູ່ບັນດາປໍ້າໃນນະຄອນຫຼວງວຽງຈັນ ຕາມແຜນກວດກາຄຸນນະ ພາບນໍ້າມັນເຊື້ອໄຟແຫ່ງຊາດ ປະຈໍາປີ 2025 ແລະ ໄດ້ແຈ້ງໃຫ້ສັງຄົມຊາບວ່າ…

ຮັບຊື້ຂອງເກົ່າ ລະວັງຖືກຂອງໂຈນ ອາດໄດ້ຮັບໂທດຕາມກົດໝາຍ

ຮັບຊື້ຂອງເກົ່າ ລະວັງຖືກຂອງໂຈນ ອາດໄດ້ຮັບໂທດຕາມກົດໝາຍ

ໂດຍ: ຜາຕຸງ ທຸກມື້ນີ້ ຕ້ອງຍອມຮັບວ່າການປະກອບອາຊີບຮັບຊື້ເຄື່ອງຂອງເກົ່າທີ່ເປັນເສດຂີ້ເຫຍື້ອຈາກຄົວເຮືອນ ປະເພດເຄື່ອງ ປລາສະຕິກ, ເຫຼັກ, ທອງ ແລະອື່ນໆ ມັນໄດ້ກາຍເປັນທຸລະກິດໜຶ່ງທີ່ພວມແພ່ຫຼາຍຢູ່ໃນປະເທດເຮົາ ບາງຄົນໄດ້ປະກອບອາຊີບນີ້ ສາມາດລ້ຽງຊີບຂອງຕົນໃຫ້ດຳລົງຢູໄດ້ ບາງຄົນກໍມີລາຍຮັບເປັນກອບເປັນກຳ ເຊິ່ງເປັນອາຊີບທີ່ບໍລິສຸດ ແລະ ໜ້າຊົມເຊີຍ  ດ້ານຜູ້ປະກອບການທີ່ເປັນຄົນລາວແດ່ ແລະ ຄົນຕ່າງປະເທດທີ່ເຂົ້າມາດຳລົງຊີວິດຢູ່ໃນລາວເຮົາ ຕ່າງກໍຍາດແຍ່ງແຂ່ງຂັນກັນເຮັດແຂ່ງຂັນກັນສ້າງສາດ້ວຍຄວາມຊື່ສັດ…

ມະໂລງ ງູໃຫຍ່ຜ່ານໄປ ມະເສັງ ງູນ້ອຍ ຫ້າວຫັນວ່ອງໄວ ໄປຕາມທາງຂອງພັກ

ມະໂລງ ງູໃຫຍ່ຜ່ານໄປ ມະເສັງ ງູນ້ອຍ ຫ້າວຫັນວ່ອງໄວ ໄປຕາມທາງຂອງພັກ

ໂດຍ: ຜາຕຸງ ໃນທີ່ສຸດ ປີມະໂລງໃນນາມງູໃຫຍ່ ພສ 2567 ກໍໄດ້ຍົກຫົວຍໍຄໍ ອຳລາພວກເຮົາໄປ ຍັງເຫຼືອໄວ້ແຕ່ອັນດີທີ່ເປັນບົດຮຽນຂອງການສ້າງສາປະເທດຊາດໃຫ້ພວກເຮົາສືບຕໍ່ປະຕິບັດໃຫ້ສຳເລັດຜົນ ແລະ ປີມະເສງ ພສ 2568 ໃນນາມງູນ້ອຍຜູ້ຄ່ອງແຄ້ວວ່ອງໄວກໍເຂົ້າມາແທນທີ່ ເຊິ່ງເປັນປີທີ່ສຳຄັນຍິ່ງ ເພື່ອຊຸກຍູ້ໃຫ້ພວກເຮົາຕ້ອງສ້າງພື້ນຖານສຳຄັນ ທີ່ຈະນຳເອົາປະເທດຊາດໃຫ້ຫຼຸດອອກຈາກປະເທດດ້ອຍພັດທະນາໃນຕໍ່ໜ້າ. ແນວໃດກໍຕາມນີ້ກໍ່ເປັນອີກປີໜຶ່ງທີ່ ຍັງຕ້ອງປະເຊີນກັບສິ່ງທ້າທາຍທົດສອບຫຼາຍດ້ານຕໍ່ໄປອີກ, ເຊິ່ງລັດຖະບານໄດ້ຮຽກຮ້ອງມາຍັງທົ່ວພັກ,…

ບຸນປະເພນີຈູດບັ້ງໄຟ ເຮັດສ່ຳໃດຈຶ່ງໃຫ້ພໍດີພໍງາມ ບໍ່ອັນຕະລາຍຕໍ່ຊີວິດ ແລະ ຊັບສິນ

ບຸນປະເພນີຈູດບັ້ງໄຟ ເຮັດສ່ຳໃດຈຶ່ງໃຫ້ພໍດີພໍງາມ ບໍ່ອັນຕະລາຍຕໍ່ຊີວິດ ແລະ ຊັບສິນ

ໂດຍ: ທິດດີ 19.05.25 ໄລຍະນີ້ແມ່ນປະເພນີບຸນບັ້ງໄຟໃນຮີດທີ 6 ຂອງຮີດປະເພນີລາວ ແລະ ປະເພນີບຸນບັ້ງໄຟນີ້ພັດມີຫາງສຽງໂສກັນຢ່າງຫຼວງຫຼາຍ ເຊິ່ງມີທັງດ້ານດີ ແລະ ດ້ານອ່ອນຫຍໍ້ທໍ້ຄຽງຄູ່ກັນໄປ ເວົ້າເລື່ອງບຸນປະເພນີ ກໍມີຜູ້ເວົ້ວ່າມັນມີຫຼາຍໂພດເລີຍພາໃຫ້ເກີດກະແສຟູມເຟືອຍ ເກີດກະແສສັງຄົມທີ່ຫຼິ້ນກິນເຮຮາ ເຫຼົ້າຢາປາແປ້ງ ພາໃຫ້ບາງຄອບຄົວທີ່ຂັດສົນຢູ່ແລ້ວ  ຍິ່ງມີບັນຫາຂຶ້ນຫຼາຍຕື່ມ ຄອບຄົວຜິດຖຽງກັນເຖິງຂັ້ນບ້ານແຕກສະແຫຼກຂາດກໍມີວ່າຊັ້ນ. ທິດດີ ໄດ້ຟັງໄດ້ຍິນຈາກສື່ອອນລາຍ…

ລະວັງເຫັດເບື່ອຈາກທຳມະຊາດ ເບິ່ງໃຫ້ລະອຽດແນ່ໃຈເສຍກ່ອນ ແລ້ວຈຶ່ງບໍລິໂພກ

ລະວັງເຫັດເບື່ອຈາກທຳມະຊາດ ເບິ່ງໃຫ້ລະອຽດແນ່ໃຈເສຍກ່ອນ ແລ້ວຈຶ່ງບໍລິໂພກ

ໂດຍ: ຜາຕຸງ ປະຊາຊົນລາວບັນດາເຜົ່າ ມີຊີວິດຕິດພັນກັບທຳມະຊາດມາແຕ່ໃດໆແລ້ວ ໂດຍອາໄສປ່າເປັນແຫຼ່ງສະໜອງອາຫານ, ແຫຼ່ງສະໜອງຢາປົວພະຍາດ ມັນອຸດົມສົມບູນໃນການດຳລົງຊີວິດ ເນື່ອງຈາກອາຫານທຳມະຊາດຈາກປ່າມີໃຫ້ກິນຕະຫຼອດປີຕາມລະດູການ ທັງແລ້ງແລະຝົນ, ອາຫານປ່ານານາຊະນິດເລີ່ມແຕກໜໍ່ຈໍ່ຈີຂຶ້ນມາ ທຳມະຊາດກັບມາມີຊີວິດຊີວາອີກເທື່ອໃໝ່ ພາຍຫຼັງປະເຊີນກັບຄວາມແຫ້ງແລ້ງ ຮ້ອນອົບເອົ້າມາເປັນເວລາເຄິ່ງປີ. ເຫດເປັນທີ່ຕ້ອງການ ແລະ ນິຍົມໃນການບໍລິໂພກຫຼາຍກໍ ເຊິ່ງມີຫຼາຍຊະນິດແຕກຕ່າງກັນທັງລົດຊາດ ແລະ ຄ່ານິຍົມເຊັ່ນ ເຫັດປວກ,…

ຄວາມສີວິໄລ  ຢ່າໃຫ້ເປັນພຽງພາບມາຍາຊ້ອນທັບຄວາມຫຍຸ້ງຍາກຂອງປະຊາຊົນ

ຄວາມສີວິໄລ  ຢ່າໃຫ້ເປັນພຽງພາບມາຍາຊ້ອນທັບຄວາມຫຍຸ້ງຍາກຂອງປະຊາຊົນ

ໂດຍ: ຜາຕຸງ ແຕ່ລະປີການສັນຈອນໄປມາຕາມທ້ອງຖະໜົນຫຼວງສາຍຕ່າງໆ ນັບທັງທາງບຸກເບີກໃໝ່ ທາງປູດິນແດງ ທາງປູຢາງ ລວມທັງທາງເບຕົງເສີມເຫຼັກ ກໍວ່າມີຄວາມຫຍຸ້ງຍາກຢູ່ແລ້ວ ຢາກນຳຂີ້ຝຸ່ນໃຫງ່ກຸ້ມ, ທາງເປັນບວກເປັນຂຸມນ້ອຍໃຫຍ່ ທາງຄັບແຄບ ແຕ່ພໍເມື່ອຮອດລະດູຝົນມາເທື່ອໃດຊ້ຳພັດຍິ່ງເຮັດໃຫ້ການສັນຈອນໄປມາຕາມເສັ້ນທາງຄົມມະນາຄົມທີ່ວ່າມີຄວາມຫຍຸ້ງຍາກຢູ່ແລ້ວນັ້ນພັດຍິ່ງເພີ່ມຄວາມຫຍຸ້ງຍາກຂຶ້ນຕື່ມອີກ ບໍ່ຈັກບວກ ຈັກຂຸມນ້ອຍໃຫຍ່ ບໍ່ຈັກວ່າຂີ້ຕົມ ບໍ່ຈັກວ່ານ້ຳຖ້ວມຂັງແລະອື່ນໆ ຍິ່ງເພີ່ມຄວາມຫຍຸ້ງຍາກຂຶ້ນກວ່າເກົ່າອີກຫຼາຍເທົ່າ​ ນັ້ນເວົ້າສະເພາະແຕ່ເສັ້ນທາງລົດລາບພາຫະນະອື່ນໆທົ່ວໄປ.​ ສ່ວນເສັ້ນທາງທີ່ແມ່ນຈຸດລອດທາງລົດໄຟເປັນບັນຫາທີ່ພວກເຮົາຢາກເວົ້າເຖິງ ແລະ​…

ສ້າງ ແລະ ສົ່ງເສີມນັກພັດທະນາຍຸກໃໝ່ ເພື່ອຄວາມຈະເລີນສີວິໄລຂອງຊາດ

ສ້າງ ແລະ ສົ່ງເສີມນັກພັດທະນາຍຸກໃໝ່ ເພື່ອຄວາມຈະເລີນສີວິໄລຂອງຊາດ

ໂດຍ: ທິດກໍ່າ ໃນສະໄໝສົງຄາມຕໍ່ສູ້ກູ້ຊາດ ພວກເຮົາເຄີຍອອກຄໍາຂວັນປຸກລະດົມຄວາມຮັກຊາດ ແລະ ຄຽດແຄ້ນສັດຕູທີ່ເຂົ້າມາບຸກລຸກຮຸກຮານປະເທດເຮົາ ຜ່ານຂະບວນການຕໍ່ສູ້ອັນເດັດດ່ຽວໜຽວແໜ້ນຢ່າງຍືດເຍື້ອຍາວນານເປັນເວລາຫລາຍສິບປີ ໄດ້ມີພະນັກງານນັກຮົບເປັນຈໍານວນຫລາຍສິບຫລາຍຮ້ອຍຄົນ ກາຍເປັນວິລະຊົນແຫ່ງຊາດ, ເປັນນັກຮົບແຂ່ງຂັນ, ເປັນນັກຕໍ່ສູ້ຜູ້ດີເດັ່ນທີ່ບັນທຶກໄວ້ປຶ້ມປະຫວັດສາດຂອງຊາດ. ໃນຈໍານວນວິລະຊົນທີ່ຄົນລາວໄດ້ຈາລຶກຈົດຈໍາດີທີ່ສຸດອີກທ່ານໜຶ່ງກໍຄື ວິລະຊົນສີທອງ. ນອກຈາກນັ້ນ ກໍຍັງມີຜູ້ອື່ນໆທັງທ່ານຊາຍທ່ານຍິງຈໍານວນຫລວງຫລາຍໃນຍຸກສົງຄາມຕ້ານຈັກກະພັດຝຣັ່ງ ແລະ ອາເມລິກາ ເຊິ່ງປະຫວັດສາດໄດ້ຈາລຶກຄຸນງາມຄວາມດີຈົນມາຮອດທຸກວັນນີ້. ຈາກຜົນງານ ແລະ…