ບຸນປະເພນີຈູດບັ້ງໄຟ ເຮັດສ່ຳໃດຈຶ່ງໃຫ້ພໍດີພໍງາມ ບໍ່ອັນຕະລາຍຕໍ່ຊີວິດ ແລະ ຊັບສິນ

ໂດຍ: ທິດດີ 19.05.25
ໄລຍະນີ້ແມ່ນປະເພນີບຸນບັ້ງໄຟໃນຮີດທີ 6 ຂອງຮີດປະເພນີລາວ ແລະ ປະເພນີບຸນບັ້ງໄຟນີ້ພັດມີຫາງສຽງໂສກັນຢ່າງຫຼວງຫຼາຍ ເຊິ່ງມີທັງດ້ານດີ ແລະ ດ້ານອ່ອນຫຍໍ້ທໍ້ຄຽງຄູ່ກັນໄປ ເວົ້າເລື່ອງບຸນປະເພນີ ກໍມີຜູ້ເວົ້ວ່າມັນມີຫຼາຍໂພດເລີຍພາໃຫ້ເກີດກະແສຟູມເຟືອຍ ເກີດກະແສສັງຄົມທີ່ຫຼິ້ນກິນເຮຮາ ເຫຼົ້າຢາປາແປ້ງ ພາໃຫ້ບາງຄອບຄົວທີ່ຂັດສົນຢູ່ແລ້ວ ຍິ່ງມີບັນຫາຂຶ້ນຫຼາຍຕື່ມ ຄອບຄົວຜິດຖຽງກັນເຖິງຂັ້ນບ້ານແຕກສະແຫຼກຂາດກໍມີວ່າຊັ້ນ.
ທິດດີ ໄດ້ຟັງໄດ້ຍິນຈາກສື່ອອນລາຍ ທີ່ພຣະອາຈານທ່ານໜຶ່ງ ຢູ່ທາງແຂວງສະຫວັນນະເຂດເພິ່ນເວົ້າເລື່ອງບຸນບັ້ງໄຟ ຟັງແລ້ວກໍເປັນຕາຄິດນຳ ຫາກວ່າຫຼາຍທ່ານໄດ້ມີໂອກາດໄປບຸນບັ້ງໄຟ ກໍຈະເຫັນດ້ວຍຕາຕົນເອງວ່າເປັນຄືແນວໃດດ ຈົນມີບາງຄົນອອກປາກວ່າ: ເຊົາສາບໍ ເພາະບຸນນີ້ມັນສໍ່ສະແດງໄປໃນທາງ ລາມົກອານາຈານໂພດວ່າຊັ້ນ ! ຍັງບໍ່ພໍເທົ່ານັ້ນຍັງມີການພະນັນຂັນແຂ່ງບັ້ງໄຟ, ເມົາແລ້ວອາລະວາດຕີກັນອຶກກະທຶກ, ສ່ຽງຕໍ່ການແຕກໃສ່ຜູ້ຄົນ ແລະ ຜ່ານມານີ້ກໍເຫັນແຈ້ງ ແລ້ວເລື່ອງບັ້ງໄຟແຕກ, ຕົກໃສ່ເຮືອນ ແລະ ອາລະວາດຕີກັນສາລະພັດ.
ໃນທັດສະນະຂອງທິດດີ ເຫັນວ່າ ບຸນປະເພນີກໍຄືບຸນປະເພນີ, ເປັນສິ່ງທີ່ດີງາມທີ່ໄດ້ຮັບການສືບທອດມາເປັນຢ່າງດີ, ຕົກມາໃນຍຸກນີ້ຍິ່ງເປັນສີສັນໃຫ້ແກ່ການທ່ອງທ່ຽວ, ການສຶກສາວິຖີຊີວິດຂອງປວງຊົນລາວທີ່ອາໄສການປູກຝັງເຮັດນາລ້ຽງຊີບ ແຕ່ການກະທຳຂອງຄົນໃນສັງຄົມນັ້ນຕ່າງຫາກເປັນເລື່ອງທີ່ຕ້ອງໄດ້ແກ້ໄຂ ເຊິ່ງບັນຫານີ້ຕ້ອງພາກັນຕັ້ງບັນຫາວ່າ ຊິເຮັດສ່ຳໃດ ເຮັດຂະໜາດໃດໃຫ້ມັນ ພໍດີພໍງາມ ອັນນີ້ ເລື່ອງ ຄຸ້ມຄອງປະເພນີວັດທະນະທຳຕ້ອງໄດ້ສຶກສາ ແລະ ວາງຄາດໝາຍ, ມາດຕະຖານອອກມາເພື່ອປະຕິບັດໃຫ້ຖືກຕ້ອງ, ແລ້ວ ແມ່ນໃຜພາກສ່ວນໃດຈະເປັນຜູ້ຄົ້ນຄິດອອກມາ ເຊິ່ງພວກເຮົາທຸກຄົນໃນສັງຄົມ ຕ້ອງຫາຫາທາງອອກ ໃນທາງທີ່ເໝາະສົມ ບໍ່ແມ່ນຊິຖິ້ມໃສ່ ບຸນປະເພນີ.
ຍົກບັນຫານີ້ຂຶ້ນມາກໍ່ເພື່ອຢາກໃຫ້ບັນດາທ່ານທັງຫຼາຍໄດ້ອອກຄຳຕິດຄຳເຫັນ ແລກປ່ຽນກັນ ເພື່ອເປັນຂໍ້ມູນໃຫ້ພາກສ່ວນຄຸ້ມຄອງ ຮີດຄອງປະເພນີເພິ່ນຕັ້ງບັນຫາ ແລະ ຊອກຫາທາງອອກຮ່ວມກັນ, ຕາມແນວທາງຂອງພັກ-ລັດແລ້ວ ເພິ່ນກໍຊຸກຍູ້ສົ່ງເສີມ ແລະ ຮັກສາໄວ້ ຮີດຄອງປະເພນີອັນດີງາມຂອງຊາດ ເພາະວັດທະນະທຳ, ປະເພນີ, ການດຳລົງຊີວິດ ແລະ ການພັດທະນາຂອງແຕ່ລະຍຸກສະໄໝ ຕ້ອງກົມກຽວກັນ ມີການປັບເຂົ້າຫາກັນຕາມຄວາມເໝາະສົມ ພໍດີພໍງາມຄວນສ່ຳໃດໜຶ່ງ ຄຳນຶງເຖິງຄວາມປອດໄພຊີວິດ ແລະ ຊັບສິນເປັນຫຼັກ ຄັນຫາກມີແຕ່ໂສກັນເວົ້າວ່າເຖົ້າແກ່ບູຮານພາເຮັດພາມ່ວນປະບໍ່ໄດ້ ປັບປຸງປ່ຽນແປງບໍ່ໄດ້ ກໍ່ບໍ່ຫ່ອນມີການພັດທະນາ ຮີດຄອງ ປະເພນີອັນດີງາມຂອງຊາດເຮົາກໍ່ຕ້ອງຮັກສາໄວ້ ອັນໃດບໍ່ເໝາະບໍ່ງາມ ບໍ່ສອດຄ່ອງກັບຍຸກສະໃໝກໍ່ຕ້ອງໄດ້ປັບປຸງປ່ຽນແປງແກ້ໄຂໃຫ້ທັນຍຸກທັນສະໄໝ.

