ມະໂລງ ງູໃຫຍ່ຜ່ານໄປ ມະເສັງ ງູນ້ອຍ ຫ້າວຫັນວ່ອງໄວ ໄປຕາມທາງຂອງພັກ

ໂດຍ: ຜາຕຸງ
ໃນທີ່ສຸດ ປີມະໂລງໃນນາມງູໃຫຍ່ ພສ 2567 ກໍໄດ້ຍົກຫົວຍໍຄໍ ອຳລາພວກເຮົາໄປ ຍັງເຫຼືອໄວ້ແຕ່ອັນດີທີ່ເປັນບົດຮຽນຂອງການສ້າງສາປະເທດຊາດໃຫ້ພວກເຮົາສືບຕໍ່ປະຕິບັດໃຫ້ສຳເລັດຜົນ ແລະ ປີມະເສງ ພສ 2568 ໃນນາມງູນ້ອຍຜູ້ຄ່ອງແຄ້ວວ່ອງໄວກໍເຂົ້າມາແທນທີ່ ເຊິ່ງເປັນປີທີ່ສຳຄັນຍິ່ງ ເພື່ອຊຸກຍູ້ໃຫ້ພວກເຮົາຕ້ອງສ້າງພື້ນຖານສຳຄັນ ທີ່ຈະນຳເອົາປະເທດຊາດໃຫ້ຫຼຸດອອກຈາກປະເທດດ້ອຍພັດທະນາໃນຕໍ່ໜ້າ.
ແນວໃດກໍຕາມນີ້ກໍ່ເປັນອີກປີໜຶ່ງທີ່ ຍັງຕ້ອງປະເຊີນກັບສິ່ງທ້າທາຍທົດສອບຫຼາຍດ້ານຕໍ່ໄປອີກ, ເຊິ່ງລັດຖະບານໄດ້ຮຽກຮ້ອງມາຍັງທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວ ທັງຊາດ ຈົ່ງສືບຕໍ່ເສີມຂະຫຍາຍມູນເຊື້ອຄວາມສາມັກຄີເປັນປຶກແຜ່ນ, ຍົກສູງສະຕິຊາດ, ເຊີດຊູຄວາມເປັນເຈົ້າ, ປະກອບສ່ວນເຫື່ອແຮງ, ສະຕິປັນຍາ, ປະຕິບັດພັນທະ-ໜ້າທີ່ຂອງຕົນ ເຂົ້າໃນການປົກປັກຮັກສາ ແລະ ສ້າງສາປະເທດຊາດ ໃຫ້ສືບຕໍ່ໝັ້ນຄົງເຂັ້ມແຂງ.
ປີມະໂລງ ງູໃຫຍ່ ພສ 2567 ທີ່ຜ່ານພົ້ນໄປນັ້ນ ເປັນອີກປີໜຶ່ງ ທີ່ປວງຊົນລາວທັງຊາດໄດ້ປະສົບກັບຄວາມຫຍຸ້ງຍາກດ້ວຍຜົນກະທົບຈາກສະພາບການທັງນອກຕົວ ແລະ ໃນຕົວ, ເຮັດໃຫ້ຊີວິດການເປັນຢູ່ທາງດ້ານຕ່າງໆຂອງປະຊາຊົນເຮົາພົບຄວາມຫຍຸ້ງຍາກຝືດເຄືອງຕະຫຼອດມາ.
ແຕ່ເຖິງຢ່າງໃດກໍຕາມ ດ້ວຍຄວາມເປັນເຈົ້າປະເທດ, ຄວາມບາກບັ່ນພະຍາຍາມ ແລະ ຄວາມສາມັກຄີ ເປັນປຶກແຜ່ນ ຂອງປວງຊົນລາວທຸກຄົນ ທີ່ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າໃນການປະຕິບັດແນວທາງນະໂຍບາຍ ແລະ ບັນ ດາມາດຕະການ ທີ່ພັກ ແລະ ລັດຖະບານວາງອອກນັ້ນ ດ້ວຍຄວາມບຸກບືນສູງ.
ຍ້ອນແນວນັ້ນ ພວກເຮົາຈຶ່ງສາມາດສືບຕໍ່ຮັກສາໄດ້ສະຖຽນລະພາບດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ການປະຕິບັດແຜນພັດທະນາເສດຖະກິດ-ສັງ ຄົມ ມີຜົນສຳເລັດທີ່ເປັນພື້ນຖານ, ເສດຖະກິດສືບຕໍ່ຂະຫຍາຍຕົວໃນທ່ວງທ່າດີຂຶ້ນ, ການລົງທຶນ ແລະ ການທ່ອງທ່ຽກັບມາຟື້ນຕົວ, ການແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງດີຂຶ້ນຕາມລໍາດັບ, ເຊິ່ງສ້າງໄດ້ພື້ນຖານ ແລະ ທ່ວງທ່າອັນດີ ໃຫ້ແກ່ການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ໃນທ້າຍສະໄໝ ມີຜົນສໍາເລັດ ບົນຈິດໃຈຍົກສູງຄວາມເປັນເຈົ້າ, ເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ກ້າວໄປສູ່ໄລຍະໃໝ່ຂອງການປະຕິບັດແນວທາງປ່ຽນແປງໃໝ່ຂອງພັກ ດ້ວຍຄວາມເປັນເຈົ້າ.
ແນວໃດກໍຕາມ ບັນດານັກປາດ ສາສະດາ ອາຈານ ຫຼາຍທ່ານໄດ້ກ່າວເປັນຕຳລາຄຳສອນໄວ້ວ່າ ຊິໄປທາງໜ້າໃຫ້ແລຫຼັງ, ດັ່ງນັ້ນໃນເມື່ອຫາກພວກເຮົາສາມາດມອງເຫັນກາລະໂອກາດ ແລະ ຄວາມຫວັງ ຂອງອະນາຄົດດ້ວຍການມອງໂລກໃນແງ່ດີໄດ້ ແລະ ພວກເຮົາຈະກ້າວໄປຂ້າງໜ້າເພື່ອຜ່ານຜ່າອຸປະ ສັກຕ່າງໆນາໆໄປດ້ວຍດີນັ້ນ ພວກເຮົາຈົ່ງພ້ອມກັນແລເບິ່ງຄືນຫຼັງຜ່ານມາວ່າ: ປີຜ່ານມາສາມາດເຮັດຫຍັງໄດ້ແດ່ ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກີດ ແກ້ໄຂໄພເງິນເຟີ້,ອັດຕາແລກປ່ຽນ ທີ່ຕິດພັນກັບຊີວິດຄວາມເປັນຢູ່ຂອງປະຊາຊົນ,ການປະຕິບັດ2ວາລະແຫ່ງຊາດ, ຕ້ານພະຍາດອາຍາສິດ ຈຸ້ມເຈື້ອເຊື້ອສາຍ ການສໍ້ລາດບັງຫຼວງສໍ້ຫຼວງບັງລາດ ລວມທັງບັນຫາສິ່ງແວດ ລ້ອມ ແລະ ອື່ນໆ ໄດ້ຮັບການແກ້ໄຂດີແລ້ວຫຼືຍັງ ຖືກຕາມແນວທາງນະໂຍບາຍຂອງພັກ,ລະບຽບກົດໝາຍທີ່ລັດຖະບານກຳນົດອອກແລ້ວຫຼືບໍ?
ທັງໝົດນີ້ເພື່ອເປັນການກະຕຸ້ນໃຫ້ພວກເຮົາໄດ້ຄົ້ນຄິດຫຼິງຫຼ່ຳນຳມາເປັນບົດຮຽນອັນດີເລີດໃນການທີ່ຈະກ້າວຕໍ່ໄປໃຫ້ຖືກກັບຈັງຫວະອັນເໝາະສົມ ເໝືອນດັ່ງງູນ້ອຍ ທີ່ສາມາດຫຼົບຫຼີກເອົາຕົວລອດຈາກບັນຫາ ກ້າວທະຍານໄປສູ່ເປົ້າໝາຍໄດ້ຢ່າງວ່ອງໄວໄດ້ຢ່າງສຳເລັດຜົນເພື່ອປະກາດປະເທດລາວຫຼຸດພົ້ນອອກຈາກ ສະຖານະພາບ ປະເທດດ້ອຍພັດທະນາ, ສ້າງກາລະໂອກາດອັນດີໃຫ້ກອງປະຂຸມໃຫຍ່ຄັ້ງທີ XII ຂອງພັກໃນປີໜ້າດຳເນີນໄປດ້ວຍດີ ມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້.

