ອິນເດຍເປີດບໍລິກນຖ້ຽວບິນເພດຍິງຫວັງສ້ງສະຖິຕິໂລກ
ຂ່າວສານຊິນຮວາລາຍງານໃນວັນທີ 7 ມີນານີ້ວ່າ: ເພື່ອສະຫຼອງວັນແມ່ຍິງສາກົນ, ກ່ອນ ໜ້ານີ້ບໍ່ດົນ, ສາຍການບິນອິນເດຍໄດ້ເປີດບໍລິການຖ້ຽວບິນ ເພດຍິງ ໂດຍຈະບິນອ້ອມໂລກຮອບໜຶ່ງ ແລະ ປັດຈຸ ບັນສາຍການບິນດັ່ງກ່າວກຳລັງຮ້ອງຂໍໃຫ້ຈົດເຂົ້າໃນສະຖິຕິໂລກກິນເນັສບຸກ.
ບໍລິສັດການບິນອິນເດຍໄດ້ອອກຖະແຫຼງການສະບັບໜຶ່ງວ່າ: ການສ້າງຕັ້ງຖ້ຽວບິນເພດ ຍິງຂຶ້ນເປັນການທົດລອງທີ່ກ້າຫານເພື່ອໃຫ້ກຳລັງໃຈເພດຍິງໂດຍໃນຖ້ຽວບິນດັ່ງກ່າວ, ຈຸບິນບໍ່ວ່າຈະເປັນນັກບິນ, ພະນັກງານອາກາດ, ຜູ້ປະຈຳການ, ແພດ, ນາຍຊ່າງ ແລະ ພະນັກງານກ່ຽວຂ້ອງອື່ນໆຈະເປັນເພດຍິງທັງໝົດເຊິ່ງຖືວ່າເປັນກໍລະນີທຳອິດຂອງໂລກ. ຈາກນີ້ ບໍລິສັດການບິນອິນເດຍຈຶ່ງໄດ້ຮ້ອງຂໍໃຫ້ຈົດເຂົ້າເປັນສະຖິຕິລິມຄາອິນເດຍລວມທັງສະຖິຕິໂລກກີເນັສບຸກ ແລະ ກຳລັງລໍຖ້າການປະກາດຜົນ.

