ຮັບຊື້ຂອງເກົ່າ ລະວັງຖືກຂອງໂຈນ ອາດໄດ້ຮັບໂທດຕາມກົດໝາຍ

ໂດຍ: ຜາຕຸງ
ທຸກມື້ນີ້ ຕ້ອງຍອມຮັບວ່າການປະກອບອາຊີບຮັບຊື້ເຄື່ອງຂອງເກົ່າທີ່ເປັນເສດຂີ້ເຫຍື້ອຈາກຄົວເຮືອນ ປະເພດເຄື່ອງ ປລາສະຕິກ, ເຫຼັກ, ທອງ ແລະອື່ນໆ ມັນໄດ້ກາຍເປັນທຸລະກິດໜຶ່ງທີ່ພວມແພ່ຫຼາຍຢູ່ໃນປະເທດເຮົາ ບາງຄົນໄດ້ປະກອບອາຊີບນີ້ ສາມາດລ້ຽງຊີບຂອງຕົນໃຫ້ດຳລົງຢູໄດ້ ບາງຄົນກໍມີລາຍຮັບເປັນກອບເປັນກຳ ເຊິ່ງເປັນອາຊີບທີ່ບໍລິສຸດ ແລະ ໜ້າຊົມເຊີຍ ດ້ານຜູ້ປະກອບການທີ່ເປັນຄົນລາວແດ່ ແລະ ຄົນຕ່າງປະເທດທີ່ເຂົ້າມາດຳລົງຊີວິດຢູ່ໃນລາວເຮົາ ຕ່າງກໍຍາດແຍ່ງແຂ່ງຂັນກັນເຮັດແຂ່ງຂັນກັນສ້າງສາດ້ວຍຄວາມຊື່ສັດ ສຸດຈະຫຼິດຈົນມີຫຼາຍຄົນກັບມາມີຊີວິດການເປັນຢູ່ຄ່ອຍໆມືນຕາອ້າປາກໄດ້ ຍ້ອນການເກັບຊື້ຂອງເກົ່າ.
ໃນຂະນະທີ່ຜູ້ປະກອບການທຸລະກິດເກັບຊື້ຂອງເກົ່າທີ່ຖືກຕ້ອງຕາມລະບຽບກົດໝາຍຢ່າງເຂັ້ມງວດນັ້ນ ກໍຄວນມີສະຕິສູງຂຶ້ນຕື່ມອີກ ເພາະວ່າອາດມີກຸ່ມຄົນຈຳນວນໜຶ່ງບໍ່ໄດ້ປະຕິບັດຕົນໃຫ້ຖືກຕ້ອງຕາມກົດໝາຍ, ຫາລັກເລັກຂະໂມຍນ້ອຍ ແລະ ໃຫຍ່ເພື່ອໃຫ້ໄດ້ມາສິ່ງທີ່ຕ້ອງການເຊັ່ນ: ລັກເຄື່ອງໃຊ້ຂອງສອຍ ຂອງປະຊາຊົນຕາມຄຸ້ມບ້ານ, ແຜ່ນເຫຼັກຝາອັດຮ່ອງລະບາຍນ້ຳ, ເຫຼັກດີ້ວສານເສົາໄຟຟ້າ, ລັກຕັດສາຍໄຟຟ້າຕາມຈຸດຕ່າງໆ ມີບາງຄັ້ງກໍລັກເອົາທຸກຢ່າງທີ່ພໍລັກໄດ້ ຮ້າຍແຮງໄປກ່ວານັ້ນ ແມ່ນການອອກຊອກຫາລັກລົດຈັກ ຕາມຄຸ້ມບ້ານ,ເຮືອນເຊົົ່າເຂົ້າຫ້ອງແຖວໄປຕະພືດຕະພື ສ້າງຄວາມເສຍຫາຍ ແລະ ສ້າງຄວາມເດືອດຮ້ອນຕໍ່ສັງຄົມຢ່າງຫຼວງຫຼາຍ, ສັງເກດເຫັນໄດ້ວ່າ ປັດຈຸບັນມີແຜ່ຫຼາຍໃນສັງຄົມບ້ານເຮົາ.
ເຄື່ອງຂອງທີ່ລັກໄດ້ມານັ້ນ, ແນ່ນອນວ່າຜູ້ກໍເຫດຕ້ອງນຳໄປຂາຍໃຫ້ຮ້ານຮັບຊື້ຂອງເກົ່າໂດຍເຈົ້າຂອງຮ້ານບໍ່ສາມາດຮູ້ໄດ້ວ່າເຂົາເຈົ້ານຳມາແຕ່ໃສ ມີໜ້າທີ່ຊື້ກໍຊື້ເລີຍ, ເມື່ອເປັນຄືແນວນັ້ນແນ່ນອນວ່າມີບາງຄັ້ງອາດຊື້ຂອງໂຈນທີ່ລັກມາ ເມື່ອຫາກເຈົ້າໜ້າທີ່ຈັບໄດ້ໄລ່ທັນກໍກາຍເປັນຂໍ້ຫາການສົມຮູ້ຮ່ວມຄິດກັບໂຈນຢ່າງບໍ່ຮູ້ສຶກຕົວ ກາຍເປັນບັນຫາຫຍຸ້ງຍາກຕໍ່ການດຳເນີນທຸລະກິດຕົນກໍມີ, ດັ່ງນັ້ນເວລາຈະຊື້ຂອງເກົ່າທີ່ມີຜູ້ນຳມາຂາຍໃຫ້ໂດຍສະເພາະປະເພດເຫຼັກຝາອັດຮ່ອງນ້ຳ, ທອງແດງ ແລະອື່ນໆ ທີ່ເປັນໜ້າສົງໄສ ຄວນຖາມໃຫ້ລະອຽດກ່ອນຊື້ຈຶ່ງຈະບໍ່ສ້າງຄວາມເດືອດຮ້ອນໃຫ້ຕົນເອງ, ຖ້າຫາກສົງໄສຄວນແຈ້ງໃຫ້ເຈົ້າໜ້າທີ່ເພິ່ນລົງກວດກາລະອຽດແລ້ວຈຶ່ງຊື້.
ທັງນີ້ກໍເພື່ອຄວາມສະດວກໃນການດຳເນີນທຸລະກິດຂອງຕົນເອງທັງປັດຈຸບັນ ແລະ ຕໍ່ໜ້າ ຢ່າມົວເມົານຳເຫັນແຕ່ໄດ້ຢ່າງດຽວ, ຄຽງຄູ່ກັນນີ້ຖ້າບໍ່ເໜືອບ່າກວ່າແຮງແລ້ວ ເຈົ້າໜ້າທີ່ທຸກພາກ ສ່ວນທີ່ກ່ຽວຂ້ອງກໍຄວນໝັ່ນລົງກວດກາຕິດຕາມເປັນແຕ່ລະໄລຍະ ເພາະເຊື່ອວ່າບັນດາຮ້ານຮັບຊື້ຂອງເກົ່ານັ້ນມີລາຍລະອຽດຢູ່ໃນມືແລ້ວ ຈຶ່ງບໍ່ເປັນກາຢາກທີ່ຈະລົງຕິດຕາມກວດກາ, ເພື່ອເປັນການກຳຈັດປັດເປົ່າສິ່ງບໍ່ດີທີ່ເກີດຂຶ້ນໃນສັງຄົມໃຫ້ໝົດໄປ.
ການປະກອບສ່ວນ ປົກປັກຮັກ ສາຊັບສົມບັດຂອງບຸກຄົນ ກໍຄືຂອງລວມໝູ່ ເພື່ອຄວາມສະດວກປອດໄພຂອງຫຼາຍໆຄົນໃນສັງຄົມ, ເພາະເຊື່ອວ່າໃນຍຸກທີ່ເຂົ້າຍາກໝາກແພງ ຄ່າຄອງຊີບສູງ ສິນຄ້າທຸກຢ່າງທຸກປະເພດແພງຂຶ້ນ, ການດີ້ນຮົນເອົາຊີວິດໃຫ້ຢູ່ລອດປອດໄພ ຈຶ່ງເປັນສິ່ງຈຳເປັນ ແລະ ສຳຄັນສຳລັບທຸກຄົນ ໃນນີ້ມີທັງການປະກອບອາຊີບສຸດຈະລິດ ແລະ ແບບບໍ່ຖືກຕ້ອງຕາມກົດໝາຍ ທັງແບບຕັ້ງໃຈ ແລະ ບໍ່ຕັ້ງໃຈ ທຸກຢາງຍ່ອມເກີດຂຶ້ນໄດ້ທຸກເມື່ອ.
ການຮັກສາ ແລະ ນຳໃຊ້ຊັບສົມບັດສ່ວນລວມ ໂດຍສະເພາະແມ່ນ ຝາອັດຮ່ອງລະບາຍນ້ຳ, ສາຍໄຟຟ້າສາທາລະນະຕາມຕູ້ບັງຄັບໄຟ, ຕາມເສົາໄຟ ແລະ ຈຸດອື່ນໆ ມັນແມ່ນໜ້າທີ່ຂອງໝົດທຸກຄົນໃນສັງຄົມຕ້ອງຊ່ວຍກັນປົກປັກຮັກສາໃຫ້ຈິງຈັງ, ເຂັ້ມງວດຂຶ້ນກວ່າເກົ່າ ເພື່ອກຳຈັດປັດເປົ່າປະກົດການຫຍໍ້ທໍ້ເຫຼົ່ານີ້ໃຫ້ໝົດໄປ ຢ່າຄິດວ່າບັນຫານີ້ແມ່ນໜ້າທີ່ຂອງພາກ ສ່ວນກ່ຽວຂ້ອງຜູ້ດຽວ ບໍ່ແມ່ນໜ້າທີ່ຂອງຕົນເອງ ເລີຍຖືເບົາປ່ອຍປະລະເລີຍບໍ່ເອົາຫົວໃສ່ໃຈຊາປະໃຫ້ບັນຫາເກີດຂຶ້ນເລື້ອຍໆ ແລະ ໃນທີ່ສຸດຄວາມຫຍຸ້ງຍາກຕ່າງໆນາໆກໍມາຕົກຢູ່ທີ່ຕົວເຮົາເອງ.

