ມູນຄ່າເສດຖະກິດຫວຽດນາມສູງເຖິງ 510,0000 ລ້ານໂດລາໃນປີນີ້ ຄອງອັນດັບ 32 ຂອງໂລກ

              ລັດຖະບານຫວຽດນາມເປີດເຜີຍຂໍ້ມູນຢ່າງເປັນທາງການວ່າ: ມູນຄ່າທາງເສດຖະກິດຂອງປະເທດສູງເຖິງ 510,000 ລ້ານໂດລາໃນປີນີ້ ເຮັດໃຫ້ອັນດັບລະດັບໂລກສູງຂຶ້ນອີກ 5 ອັນດັບ.

              ທ່ານ ຟາມ ມິງ ຈິງ ນາຍົກລັດຖະມົນຕີຫວຽດນາມ ກ່າວວ່າ: ຂະໜາດເສດຖະກິດຂອງປະເທດຂະຫຍາຍຕົວຈາກ 346,000 ລ້ານໂດລາ ໃນປີ 2020 ເປັນ 510,000 ລ້ານໂດລາ ໃນປີນີ້ ເຊິ່ງຄອງອັນດັບ 32 ຂອງໂລກ ເພີ່ມຂຶ້ນມາ 5 ອັນດັບ.

              ນາຍົກລັດຖະມົນຕີຫວຽດນາມ ກ່າວວ່າ: ເສດຖະກິດຂອງປະເທດຄວາມແຂງແຮງຕໍ່ແຮງກົດດັນຈາກພາຍນອກ ແລະ ຍັງເປັນໜຶ່ງໃນປະເທດທີ່ມີອັດຕາການເຕີບໃຫຍ່ລະດັບສູງສຸດຂອງໂລກ.

              ທັງນີ້, ມີການຄາດຄະເນວ່າ ລວມຍອດຜະລິດຕະພັນພາຍໃນ (GDP) ຂອງຫວຽດນາມໃນປີນີ້ ຈະເຕີບໃຫຍ່ຫລາຍກວ່າ 8%. ຂະນະທີ່ອັດຕາການເຕີບໃຫຍ່ຂອງລວມຍອດຜະລິດຕະພັນພາຍໃນສະເລ່ຍຕໍ່ປີ ລະຫວ່າງປີ 2021-2025 ມີທ່າອ່ຽງຢູ່ທີ່ 6.3% ເຊິ່ງສູງກວ່າ 6.2% ຂອງໄລຍະ 5 ປີກ່ອນໜ້າ.

              ຂະນະດຽວກັນ, ປະລິມານການຄ້າຂອງຫວຽດນາມເພີ່ມຂຶ້ນຈາກ 545,000 ລ້ານໂດລາ ໃນປີ 2020 ເປັນປະມານ 900,000 ລ້ານໂດລາ ໃນປີນີ້ ເຊິ່ງສູງເປັນປະຫວັດສາດ ສົ່ງຜົນເຮັດໃຫ້ຫວຽດນາມເປັນໜຶ່ງໃນ 20 ປະເທດການຄ້າລາຍໃຫຍ່ທີ່ສຸດຂອງໂລກ.