ຝົນຕົກແຮງເທື່ອໃດ ໜ້າໜັກໃຈຢ້ານນໍ້າຖ້ວມຂັງຕາມຫົນທາງ

ຝົນຕົກແຮງເທື່ອໃດ ໜ້າໜັກໃຈຢ້ານນໍ້າຖ້ວມຂັງຕາມຫົນທາງ

ໂດຍ: ຜາຕຸງ ຝົນຕົກລົງມາອ່າວແຮງ ແລະ ອ່າວດົນແດ່ເທື່ອໃດ ຜູ້ມີເຮືອນອາໄສຢູ່ແຄມທາງ ແລະ ບ່ອນຕໍ່າໃຈຫາຍໃຈຂວໍ້າ ເນື່ອງຈາກວ່ານ້ຳຖ້ວມຂັງຂາມສາຍທາງສັນຈອນຫຼາຍໆສາຍໃນຕົວເມືອງຄືພາບທີ່ມາຫຼອກຫຼອນ, ຜູ້ສັນຈອນໄປມາກໍໃຈສັ່ນວັບໆ ກຽມຮັບມືຍາມທຽວທາງ ທັງລົດໃຫຍ່ ແລະ ລົດຈັກ. ມັນບໍ່ແມ່ນພາບທີ່ສ້າງຈິນຕະນາການຂຶ້ນເອງ ແຕ່ພາບເຫຼົ່ານີ້ມັກປາກົດໃຫ້ເຫັນເລື້ອຍໆຕາມຖະໜົນສາຍຕ່າງໆໃນນະຄອນຫຼວງວຽງຈັນເມື່ອມີຝົນຕົກລົງມາອ່າວແຮງແດ່ ຈົນກາຍເປັນບັນຫາຊຳເຮື້ອ ທີ່ຍັງແກ້ບໍ່ໄດ້ມາຫຼາຍປີແລ້ວ   ເຊິ່ງປັດຈຸບັນພາກສ່ວນກ່ຽວຂ້ອງເລັ່ງບາງສ່ວນບາງຈຸດຢ່າງເປັນໄລຍະແລ້ວກໍຕາມ. ນີ້ກໍກ້າວເຂົ້າສູ່ເດືອນຫົກແຮມແລ້ວ…

ການເອົາສາຍຢ່ອນຫ້ອຍລົງດິນ ບົ່ງບອກເຖິງກິ່ນອາຍຂອງຄວາມຈະເລີນ ແລະ ປອດໄພ

ການເອົາສາຍຢ່ອນຫ້ອຍລົງດິນ ບົ່ງບອກເຖິງກິ່ນອາຍຂອງຄວາມຈະເລີນ ແລະ ປອດໄພ

ໂດຍ: ຜາຕຸງ ໄລຍະນີ້ ສະພາບອາກາດຮ້ອນອົບເອົ້າຫລາຍເຮັດໃຫ້ຫຼາຍໆຢ່າງ ມີການປ່ຽນແປງ ຍ່ອນຍານໄປຕາມສະພາບອາກາດທີ່ຮ້ອນຂຶ້ນ, ເກີດມີໄຟໄໝ້ຢູ່ຫຼາຍບ່ອນ, ຊຸມສາຍໄຟຟ້າ ສາຍໂທລະສັບເລີ່ມຢ່ອນຍານລົງຕ່ຳ ດັ່ງນັ້ນ ຈຶ່ງປາກົດເຫັນ ສາຍໄຟ ສາຍໂທລະສັບຢູ່ຕາມເສັ້ນທາງຫຼວງສາຍຕ່າງໆນັ້ນຍ່ອນຍານລົງ ບາງບ່ອນພັດຖືກລົດບັນທຸກສິນຄ້າທີ່ໃສ່ສູງເກີນໄປ ເກາະເອົາແລ້ວຂາດຕົກລົງໃສ່ຖະໜົນຫົນທາງເປັນການກີດຂວາງການສັນຈອນ ອາດພາໃຫ້ເກີດອຸປະຕິເຫດໄດ້ໂດຍງ່າຍ, ສາຍຢ່ອນຫ້ອຍລົງມາເຮັດໃຫ້ລົດເກີດອຸປະຕິເຫດ ເປັນອັນຕະລາຍຕໍ່ຊີວິດຊັບສິນຜູ້ສັນຈອນກໍຄືສັງຄົມ.. ເວົ້າເລື່ອງຊຸມສາຍຕ່າງທັງສາຍຕ່າງໆທັງສາຍໂທລະສັບ ແລະ…

6 ຄຳແນະນຳ ຂອງກະຊວງເຕັກໂນໂລຊີ ເພື່ອປ້ອງກັນບໍ່ໃຫ້ຕົກເປັນເຫຍື່ອມິດສາາຊີບຫຼອກລວງທາງອອນລາຍ

6 ຄຳແນະນຳ ຂອງກະຊວງເຕັກໂນໂລຊີ ເພື່ອປ້ອງກັນບໍ່ໃຫ້ຕົກເປັນເຫຍື່ອມິດສາາຊີບຫຼອກລວງທາງອອນລາຍ

ວັນທີ 9 ພຶດສະພາ 2025 ນີ້ ຫ້ອງການກະຊວງເຕັກໂນໂລຊີ ແລະ ການສື່ສານ ອອກແຈ້ງການ ເລື່ອງ ເຕືອນໄພມິດສາຊີບ ລະວັງຕົກເປັນເຫຍື່ອການຫຼອກລວງຜ່ານທາງອອນລາຍ. ໂດຍໃຫ້ຜູ້ໃຊ້ສື່ສັງຄົມອອນລາຍ ມີສະຕິລະວັງຕົວ ແລະ ມີສະຕິໃນການນໍາໃຊ້ສື່ສັງຄົມອອນລາຍ ໂດຍສາມາດພິຈະລະນາປະຕິບັດຕາມຄໍາແນະນໍາ ດັ່ງລຸ່ມນີ້: 1. ຢ່າຫຼົງເຊື່ອການໂຄສະນາເກີນຈິງ…

ລະວັງ! ກິນຊີ້ນດິບ ເປັນບໍ່ເກີດຂອງຄວາມສ່ຽງຕິດເຊື້ອພະຍາດໄຂ້ເລືອດດຳ

ລະວັງ! ກິນຊີ້ນດິບ ເປັນບໍ່ເກີດຂອງຄວາມສ່ຽງຕິດເຊື້ອພະຍາດໄຂ້ເລືອດດຳ

ໂດຍ: ຜາຕຸງ ເວົ້າເລື່ອງອາຫານການກິນແບບພື້ນບ້ານພື້ນເມືອງຂອງຄົນລາວເຮົາ ແມ່ນມີຫຼາຍອັນພັນຢ່າງທີ່ມີລົດຊາດແຊບຊ້ອຍ ຕາມແບບສະບັບຂອງຄົນລາວແຕ່ລະພາກແຕ່ລະທ້ອງຖິ່ນ ມີທັງຂົ້ວ, ທັງປີ້ງ, ທັງປົ່ນ, ທັງເອາະ, ທັງແກງ, ທັງຈືນ, ທັງແຈ່ວ ແລະ ອື່ນໆ ແຕ່ສິ່ງໜຶ່ງທີ່ບໍ່ເຄີຍປະເຄີຍຖິ້ມ ຫຼື ເປັນອາຫານທີ່ຫຼາຍຄົນມັກເອີ້ນ ລາບ..ນັ້ນເອງ. ເວົ້າເຖິງລາບແລ້ວ ສິ່ງໜຶ່ງທີ່ຫຼາຍຄົນມັກກິນ…

ຄວາມມ່ວນຊື່ນ ແລະ ປະເພນີ ທີ່ແຝງໄວ້ກັບຄວາມສູນເສຍ

ຄວາມມ່ວນຊື່ນ ແລະ ປະເພນີ ທີ່ແຝງໄວ້ກັບຄວາມສູນເສຍ

ໂດຍ: ຜາຕຸງ ໃນແຕ່ລະປີ ພໍຮອດເດືອນຫົກມາຟ້າຝົນຊົນລະທາເລີ່ມຕົກລົງມາເພື່ອໃຫ້ຊາວນາໄດ້ກະກຽມເງື່ອນໄຂເຂົ້າສູ່ການເຮັດນາປີຕາມລະດູການ ແຕ່ກ່ອນຈະຮອດຍາມເຮັດນາ ມັນພັດແມ່ນບູນເດືອນຫົກ ຫຼື ບຸນບັ້ງໄພຕາມຮີດ12 ຂອງປະເພນີລາວທີ່ເຄີຍປະຕິບັດມາແຕ່ດົນນານ ເພື່ອຄວາມມ່ວນຊື່ນເຮຮາຕາມພາ ສາຊາວບ້ານ ແຕ່ຕາມຄວາມເຊື່ອຂອງຊາວນາແມ່ນເພື່ອຂໍຟ້າຂໍຝົນໃຫ້ຕົກລົງມາຖືກຕາມລະດູການຜະລິດ ແລະ ບຸນບັ້ງໄຟນີ້ໄດ້ຮັບການສືບທອດ ປົກປັກຮັກສາ ແລະເສີມຂະຫຍາຍສິ່ງທີ່ເປັນເອກະລັກທາງດ້ານຮີດຄອງປະເພນີອັນດີງາມຂອງລາວໃຫ້ຄົງຢູ່ຄູ່ກັບຄົນລາວຕະຫຼອດໄປ. ບຸນບັ້ງໄຟໃນເມື່ອກ່ອນ ແມ່ນປາງບຸນທີ່ມີຄວາມມ່ວນຊື່ນເຮຮາຕາມພາສາຊາວບ້ານຢ່າງແທ້ຈິງ ບັ້ງໄຟ ມີຂະໜາດນ້ອຍໃຊ້ໄມ້ໄຜ່ເປັນເລົາບັ້ງໄຟ…

ປອດໄພແລ້ວ !  ນັກຮຽນ ມສ ລາວ-ຫວຽດນາມ 2 ຄົນທີ່ຊັອກຈາກການລັກດື່ມນໍ້າຄໍລາເຈນ

ປອດໄພແລ້ວ !  ນັກຮຽນ ມສ ລາວ-ຫວຽດນາມ 2 ຄົນທີ່ຊັອກຈາກການລັກດື່ມນໍ້າຄໍລາເຈນ

ວັນທີ 5 ພຶດສະພາ 2025 ຜ່ານມານີ້ ເກີດເຫດເດັກນ້ອຍນັກຮຽນ ມສ ລາວ-ຫວຽດນາມ ມີອາການຊັອກ 3 ຄົນ  ອາການໜັກ 2 ຄົນ ເນື່ອງຈາກລັກທົດລອງດື່ມນໍ້າຄໍລາເຈນປະສົມສານເສບຕິດ. ພາຍຫລັງເກີດເຫດ ໜ່ວຍກູ້ໄພໄດ້ປະຖົມພະຍາບານ ແລະ ສົ່ງໂຮງໝໍໄດ້ທັນເວລາ. ວັນທີ…

ຕັ້ງຮ້ານຕາມທາງຍ່າງ ວາງຂາຍສິນຄ້າຕາມແຄມທາງ ອາດພາໃຫ້ເກີດອຸປະຕິເຫດໄດ້

ຕັ້ງຮ້ານຕາມທາງຍ່າງ ວາງຂາຍສິນຄ້າຕາມແຄມທາງ ອາດພາໃຫ້ເກີດອຸປະຕິເຫດໄດ້

ໂດຍ : ຜາຕຸງ ທຸກມື້ນີ້ ນອກຈາກຄວາມບໍ່ເອົາໃຈໃສ່ຂອງຜູ້ຂັບຂີ່ຈຳນວນໜຶ່ງທີ່ບໍ່ເປັນລະບຽບ ບໍ່ປະຕິບັດຕາມກົດການສັນຈອນແລ້ວ ຍັງມີກຸ່ມຄົນອີກຈຳນວນຫຼາຍພາກັນອອກມາຕັ້ງຮ້ານນ້ອຍຮ້ານອ່າວໃຫຍ່ໃສ່ແຄມທາງ ວາງເຄື່ອງຂາຍກວມທາງຄົນຍ່າງຢ່າງສະບາຍໃຈ ບໍ່ສົນໃຈວ່າສັງຄົມຈະມີຫຍຸ້ງຍາກແນວໃດ ຂໍພຽງແຕ່ໄດ້ເງິນມາກໍພໍ ສ່ວນເລື່ອງອື່ນຈຶ່ງຄ່ອຍແກ້ໄຂຕາມພາຍຫຼັງ ບັນດາຮ້ານ ແລະ ເຄື່ອງຂາຍເຫຼົ່ານັ້ນມີທັງເຄື່ອງແຫ້ງ,ເຄື່ອງປຽກ, ຮ້ານນ້ຳດື່ມ ນ້ຳສົ້ມນ້ຳຫວານ, ຂາຍໝາກໄມ້, ອາຫານຫວານຄາວ ລວມທັງຮ້ານສ້ອມແປງລົດຊຶ່ງສວ່ນຫຼາຍແລ້ວແມ່ນປະເພດລົດຈັກ ຕັ້ງຢູ່ແຄມທາງລາມອອກມາແລ້ວ…

ບັນຫານ້ຳຖ້ວມຂັງໃນຕົວເມືອງ ຍັງເປັນບັນຫາໃຫຍ່ທີ່ຕ້ອງແກ້ໄຂ

ບັນຫານ້ຳຖ້ວມຂັງໃນຕົວເມືອງ ຍັງເປັນບັນຫາໃຫຍ່ທີ່ຕ້ອງແກ້ໄຂ

ໂດຍ: ຜາຕຸງ ນ້ຳຖ້ວມຂັງກະທັນຫັນຢູ່ໃນນຄອນຫລວງວຽງຈັນ ບໍ່ແມ່ນບັນຫາໃໝ່ທີ່ຫາກໍເກີດຂຶ້ນມື້ນີ້ມື້ວານ ແຕ່ມັນເປັນບັນຫາຊໍາເຮື້ອມາຍາວນານທີ່ຍັງແກ້ໄຂບໍ່ທັນຕົກ ແລະ ປາກົດເຫັນຖ້ວມຫລາຍຈຸດເພີ່ມຂຶ້ນຫລາຍກວ່າເກົ່າ ບ່ອນບໍ່ເຄີຍຖ້ວມກໍຖ້ວມ. ພໍແຕ່ຝົນຕົກແຮງຕໍ່ເນື່ອງກັນເກີນຊົ່ວໂມງຍາມໃດ ໃຜຜູ້ຢູ່ພື້ນທີ່ຕໍ່າ, ແຄມຖະໜົນຫລວງສີ່ແຍກບາງບ່ອນ ກໍໃຈສັ່ນວັບໆ ແລະ ທຳໃຈໄວ້ເລີຍວ່າ ນໍ້າຕ້ອງຍື່ງຖ້ວມເຂົ້າຫ້ອງ, ທີ່ພັກອາໄສ ຫລື ເຮືອນຮ້ານຢ່າງແນ່ນອນ. ນອກນີ້ການສັນຈອນໄປມາມີຄວາມຫຍຸ້ງຍາກຫຼາຍຈຸດ ແລະ…

ຂີ້ເຫຍື້ອ ຕາມຫົນທາງ ຍັງເປັນບັນຫາທີ່ຍັງຕ້ອງສືບຕໍ່ແກ້ໄຂກ້າວໄປສູ່ ສ.ສະອາດ

ຂີ້ເຫຍື້ອ ຕາມຫົນທາງ ຍັງເປັນບັນຫາທີ່ຍັງຕ້ອງສືບຕໍ່ແກ້ໄຂກ້າວໄປສູ່ ສ.ສະອາດ

ໂດຍ : ຜາຕຸງ ຫົນທາງດີ ຫົນທາງງາມ ການໄປມາສະດວກສະບາຍ ເປັນພື້ນຖານໂຄງລ່າງ ຂອງການພັດທະນາປະເທດຊາດ, ເສດຖະກິດໃຫ້ຂະຫຍາຍຕົວ ນຳເອົາຄວາມສະດວກສະບາຍຄວາມຈະເລີນທາງດ້ານວັດຖຸ ແລະ ຈິດໃຈ ມາສູ່ປະຊາຊົນມີຊີວິດຄວາມເປັນຢູ່ດີຂຶ້ນ ແຕ່ໃນຂະນະດຽວກັນຄວາມຈະເລີນທາງດ້ານຈິດໃຈຂອງຄົນຈຳນວນບໍ່ໜ້ອຍ ພັດບໍ່ຈະເລີນຕາມໄປເໝືອນເງົາຕາມຕົວ ໃນທີ່ສຸດເລີຍຂາດຄວາມຮັບ ຜິດຊອບຕໍ່ສັງຄົມ ຕໍ່ສິ່ງແວດລ້ອມອ້ອມຂ້າງ ສ້າງຄວາເປື້ອນເປິ ຮົກເຮື້ອ…

ແຈ້ງການແລ້ວ ແຕ່ຂາດການຕິດຕາມກວດກາ ບັນຫາກໍຈະບໍ່ຖືກແກ້ໄຂ

ແຈ້ງການແລ້ວ ແຕ່ຂາດການຕິດຕາມກວດກາ ບັນຫາກໍຈະບໍ່ຖືກແກ້ໄຂ

ໂດຍ: ຜາຕຸງ 23.4.25 ການສະຫຼອງບຸນປີໃໝ່ລາວ ໄດ້ຜ່ານພົ້ນໄປແລ້ວດ້ວຍຄວາມເບີກບານມ່ວນຊື່ນ, ຮັກສາໄດ້ຮີດຄອງປະເພນີອັນດີງາມ ສົ່ງເສີມວັດທະນະທຳອັນດີຂອງຊາດ ອັນນີ້ເວົ້າແບບຍ້ອງຍໍ ຫຼື ພາບໂດຍລວມ ເພາະບາງເຂດບາງທ້ອງຖິ່ນເຮັດໄດ້ແທ້ ມີຄວາມສະຫງົບ ມີຄວາມເປັນລະບຍບຮຽບຮ້ອຍດີ ແຕ່ບາງທ້ອງຖິ່ນ ຫຼື ບາງບັນຫາຍັງ ມີຮ່ອງຮອຍ ແຫ່ງຄວາມດີໃຈປົນໄປກັບຄວາມເສົ້າໂສກເສຍໃຈ ແລະ ນ້ຳຕາຂອງຜູ້ສູນເສຍຂອງມີຄ່າແບບບໍ່ມີວັນຈະກັບຄືນມາ…