ຈັບຕົວກຸ່ມນາຍໜ້າ ຄ້າມະນຸດແຕ່ງດອງແອບແຝງ ໄດ້ 5 ຄົນ ຢູ່ສະໜາມບິນສາກົນວັດໄຕ

ໜັງສືພິມ ຄວາມສະຫງົບ ລາຍງານວ່າ: ວັນທີ 13 ມັງກອນ 2025 ຜ່ານມາ, ເຈົ້າໜ້າທີ່ຕໍາຫຼວດກວດຄົນເຂົ້າ-ອອກເມືອງ ປະຈຳສະໜາມບິນສາກົນວັດໄຕ ໄດ້ໃຫ້ການຊ່ວຍເຫຼືອຍິງສາວທີ່ຕົກເປັນຜູ້ຖືກເຄາະຮ້າຍຈາກການຄ້າມະນຸດຈຳນວນ 3 ຄົນ ເປັນເພດຍິງ ແລະ ກັກຕົວຜູ້ເປັນນາຍໜ້າຄ້າມະນຸດ ຈຳນວນ 2 ຄົນ ເພດຍິງ:
1. ນາງ ໃສ (ນາມສົມມຸດ) ອາຍຸ 29 ປີ, ປັດຈຸບັນຢູ່ບ້ານສ້າງຄອມ ເມືອງໄຊທານີ ນະຄອນຫຼວງວຽງຈັນ
2. ນາງ ຄຳ (ນາມສົມມຸດ) ອາຍຸ 40 ປີ, ເກີດຢູ່ບ້ານວຽງເງິນ ເມືອງຫຼວງນ້ຳທາ ແຂວງຫຼວງນ້ຳທາ, ປັດຈຸບັນຢູ່ບ້ານຊຽງດາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ

ຜ່ານການສືບສວນ-ສອບສວນ ສາມາດຮູ້ໄດ້ວ່າ: ຜູ້ຖືກເຄາະຮ້າຍ ຈຳນວນ 3 ຄົນ ແມ່ນອາຍຸລະຫວ່າງ 15-16 ປີ, ພວກກ່ຽວຖືກຂະບວນການນາຍໜ້າຊັກຊວນໄປແຕ່ງດອງກັບຄົນຕ່າງປະເທດ ໂດຍໄດ້ວາງຄ່າດອງ ຈໍານວນ 150,000,000 ກີບ. ເຊິ່ງນາຍໜ້າແມ່ນແບ່ງອອກເປັນ 2 ກຸ່ມຄື:
– ກຸ່ມທີ 1 ແມ່ນຊອກຫາຜູ້ບ່າວຄົນຕ່າງປະເທດ ທີ່ມີຈຸດປະສົງແຕ່ງດອງກັບຄົນລາວ
– ກຸ່ມທີ 2 ແມ່ນຊອກຫາແມ່ຍິງລາວ ດ້ວຍການໂຄສະນາຂົນຂວາຍ ໄປແຕ່ງດອງກັບຄົນຕ່າງປະເທດ
ນາຍໜ້າທັງສອງກຸ່ມ ຕ່າງກໍໄດ້ຮັບຜົນປະໂຫຍດ ໄດ້ເງິນຄ່າຕິດຕໍ່ແມ່ຍິງລາວໄປເອົາຜົວຄົນຕ່າງປະເທດ ນາຍໜ້າເບື້ອງລາວ ແມ່ນໄດ້ຄ່ານາຍໜ້າປະມານ 10 ລ້ານກີບຕໍ່ຄົນ, ສ່ວນນາຍໜ້າທີ່ຕິດຕໍ່ຄົນຕ່າງປະເທດ ອາດຈະໄດ້ຫລາຍກວ່າ 10 ລ້ານ.
ວັນທີ 21 ພຶດສະພາ 2025 ເຈົ້າໜ້າທີ່ກົມຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ສາມາດກັກຕົວນາຍໜ້າຜູ້ຮ່ວມຂະບວນການເປັນຄົນລາວ ໄດ້ຕື່ມອີກຈຳນວນ 3 ຄົນ ຍິງ 1 ຄົນ ຄື:
1. ນາງ ແສງ (ນາມສົມມຸດ) ອາຍຸ 40 ປີ, ປັດຈຸບັນຢູ່ບ້ານຮ່ອງສຸພາບ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ
2. ທ້າວ ຄຳພູນ (ນາມສົມມຸດ) ອາຍຸ 25 ປີ, ເກີດຢູ່ບ້ານສໍາເມືອງຫຼວງ ເມືອງ ແລະ ແຂວງຜົ້ງສາລີ, ປັດຈຸບັນພັກເຊົາຢູ່ຫ້ອງແຖວ ບ້ານປາກທ້າງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ
3. ທ້າວ ຈັນ (ນາມສົມມຸດ) ອາຍຸ 30 ປີ ເກີດຢູ່ບ້ານບຸ່ງພ້າວ ເມືອງທຸລະຄົມ ແຂວງວຽງຈັນ, ປັດຈຸບັນຢູ່ບ້ານຄໍາຮຸ່ງ ເມືອງໄຊທານີ ນະຄອນຫຼວງວຽງຈັນ

ປັດຈຸບັນ, ຍັງຢູ່ໃນຂັ້ນຕອນການສືບສວນ-ສອບສວນຂອງເຈົ້າໜ້າທີ່ ເພື່ອຂະຫຍາຍຜົນກຸ່ມແກ້ງຮ່ວມຂະບວນການມາລົງໂທດຕາມລະບຽບກົດໝາຍ.
ທີ່ມາ: ໜັງສືພິມຄວາມສະຫງົບ

