ເຂັ້ມງວດກວດກາຄຸນນະພາບນ້ຳມັນເຊື້ອໄຟ ເພື່ອສ້າງຄວາມໝັ້ນໃຈຕໍ່ມວນຊົນ

 ໂດຍ: ຜາຕຸງ

ໃນເດືອນ ພຶດສະພາ 2025 ນີ້ ກົມມາດຕະຖານ ແລະ ວັດແທກ ກະຊວງອຸດສາ ຫະກໍາ ແລະ ການຄ້າໄດ້ລົງກວດສອບ ຄຸນນະພາບນໍ້າມັນຢູ່ບັນດາປໍ້າໃນນະຄອນຫຼວງວຽງຈັນ ຕາມແຜນກວດກາຄຸນນະ ພາບນໍ້າມັນເຊື້ອໄຟແຫ່ງຊາດ ປະຈໍາປີ 2025 ແລະ ໄດ້ແຈ້ງໃຫ້ສັງຄົມຊາບວ່າ ຫຼາຍປໍ້າ ໄດ້ມາດຕະຖານ, ເປັນໄປຕາມລະບຍບການກຳນົດ ແຕ່ຍັງມີອີກຈຳນວນໜຶ່ງທີ່ພົບວ່ານ້ຳມັນແອັດຊັງຈຳນວນໜຶ່ງ ບໍ່ຜ່ານມາດ ຕະຖານແຫ່ງຊາດກໍານົດ ຢູ່ບາງປໍ້າໃນນະຄອນຫຼວງວຽງຈັນ ແລະ ຕ່າງແຂວງ.

ຜ່ານການກວດກາ ແລະ ລາຍງານຢ່າງຕໍ່ເນື່ອງຂອງກົມມາດຕະຖານ ໄດ້ມີການປະຕິບັດຢ່າງເທົ່າທຽມ ແລະ ຍຸຕິທຳ ທັງຜູ້ຄ້າ ແລະ ຜູ້ຊົມໃຊ້  ປໍ້າໃດບໍ່ຜ່ານມາດຕະຖານແຫ່ງຊາດກຳນົດ ກໍໄດ້ລັອກຫົວຈ່າຍໄວ້. ສ່ວນປໍ້າທີ່ໄດ້ຄຸນນະພາບ ຕາມມາດຕະຖານແຫ່ງຊາດກຳນົດ ກໍໃຫ້ສືບຕໍ່ຂາຍ.

ເຫດການທີ່ເກີດຂຶ້ນນີ້ ບໍລິສັດໄດ້ຮີບຮ້ອນເປັນເຈົ້າການສົມທົບກັບພາກສ່ວນກ່ຽວຂ້ອງ ແລະ ເຈົ້າຂອງປໍ້າຕົວແທນ ເພື່ອກວດກາ, ກ່າວເຕືອນ ການກະທໍາທີ່ ລະເມີດຕໍ່ລະບຽບ ແລະ ສັນຍາ ພ້ອມທັງສະແດງຄວາມເສຍໃຈຕໍ່ສັງຄົມ ແລະ ຈະເຂັ້ມງວດ ກວດກາບັນດາປ້ໍາ ທີ່ຂຶ້ນໂລໂກຂອງຕົນ ເພື່ອບໍ່ໃຫ້ລະເມີດສັນຍາ, ລະບຽບການ ແລະ ໃຫ້ບໍລິການນ້ໍາມັນທີ່ມີຄຸນນະພາບໃຫ້ແກ່ປະຊາຊົນ.

ການເຄື່ອນໄຫວຂອງກົມມາດຕະຖານ ແລະ ວັດແທກ ກະຊວງອຸດສາຫະກໍາ ແລະ ການຄ້າ ຄືແນວນີ້ແມ່ນເປັນສິ່ງທີ່ຖືກຕ້ອງ ສອດຄ່ອງກັບແນວທາງລະບຽບກົດໝາຍບ້ານເມືອງໃນການຄຸ້ມຄອງປົກປ້ອງຜູ້ບໍລິໂພກ ໃຫ້ໄດ້ຮັບແຕ່ສິ່ງທີ່ດີ ມີມາດຕະຖານໃນຄັ້ງນີ້ ຖືວ່າເປັນການປະຕິບັດທີ່ດີເປັນການຕີຖອຍປາກົດການຫຍໍ້ທໍ້ໃນສັງຄົມ ທີ່ເຫັນແກ່ໂຕ ເອົາປຽບຄົນອື່ນໃຫ້ໝົດໄປ ຊຶ່ງໄດ້ຮັບຄວາມຍິນດີ ແລະ ຄຳຊົມເຊີຍຈາກຄົນໃນສັງຄົມໃນຂອບເຂດທົ່ວປະເທດຢ່າງກວ້າງຂວາງ ແລະ ສັງຄົມໄດ້ຮຽກຮ້ອງໃຫ້ສືບຕໍ່ເຮັດໄປເລື້ອຍໆ ເຮັດເປັນປົກະຕິ, ເພື່ອປົກປ້ອງສິດຜົນປະໂຫຍດຂອງສັງຄົມ.

ສ່ວນຫົວໜ່ວຍທີ່ດຳເນີນທຸລະກິດບໍລິການ ສັງຄົມ ເວົ້າສະເພາະບາງຫົວໜ່ວຍເທົ່ານັ້ນເດີ່ ບໍ່ໄດ້ຕີລວດກວດພຽງດອກ ເພາະມີບາງຫົວໜ່ວຍທີ່ເຄື່ອນໄຫວບໍ່ຖືກຕ້ອງເໝາະສົມກໍຄວນຄິດຢຸດການກະທຳທີ່ບໍ່ຖືກຕ້ອງນັ້ນ ແລ້ວຫັນມາບໍລິການສັງຄົມດ້ວຍຄວາມໂປ່ງໃສ, ດ້ວຍຄວາມຊື່ສັດສຸດຈະລິດ ແລ້ວຈະຊ່ວຍເຮັດໃຫ້ສັງຄົມມີຄວາມສະຫງົບຂຶ້ນເລື້ອຍໆ ເຊື່ອໝັ້ນວ່າຫາກທຸກພາກສ່ວນເອົາໃຈໃສ່ປະຕິບັດຢ່າງຈິງຈັງຖືກຕອງສອດຄ່ອງຕາມລະບຽບກົດໝາຍບ້ານເມືອງແລ້ວ ຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມເຊື່ອໝັ້ນຈາກສັງຄົມກໍຫາກຈະດີຂຶ້ນມາເອງ.