ປກສ ແຂວງບໍ່ແກ້ວ ຈັບຕົວ 2 ໜຸ່ມໃຊ້ລົດເມ ຂົນຢາບ້າ 554,000 ເມັດ

ປກສ ແຂວງບໍ່ແກ້ວ ລາຍງານວ່າ: ວັນທີ 3 ກໍລະກົດ 2025 ເວລາ ປະມານ 13:00 ໂມງ ເຈົ້າໜ້າທີ່ປະຈໍາຈຸດກວດການໍ້າທຸງ ກວດກາລົດເມ, ສີຂາວ ປ້າຍທະບຽນ ກກ 0513 ອຸດົມໄຊ, ແລ່ນມາແຕ່ທາງຫ້ວຍຊາຍ ຈະໄປ ແຂວງອຸດົມໄຊ. ມີຜູ້ຂັບຂີ່ 2 ຄົນຄື: ທ້າວ ນະມີໄຊ ຈະເບ້ຍນີ ອາຍຸ 28 ປີ ປະຊາຊົນ ບ້ານ ກູໜຶ່ງ, ເມືອງ ນາໝໍ້ ແລະ ທ້າວ ບີຊົງ ຈົ່ງລື ອາຍຸ 23 ປີ, ຢູ່ ບ້ານຢ້າວໃຫຍ່, ເມືອງໄຊ, ແຂວງອຸດົມໄຊ ພົບເຫັນລົດມີການດັດແປງສະພາບຊຸກເຊື່ອງຢາເສບຕິດ ປະເພດຢາບ້າ 554,000 ເມັດ, ນ້ຳໜັກ 55.4 ກິໂລກຣາມ.

ນອກນນີ້ ໄດ້ສົມທົບອຳນາດການປົກຄອງບ້ານທຳການກວດຄົ້ນເຄຫະສະຖານ ບ່ອນທີ່ພວກກ່ຽວມາພັກເຊົາ ຢູ່ບ້ານນໍ້າຄຳ, ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ, ຜ່ານການກວດ (ສາງ ແລະ ເຮືອນ) ແມ່ນບໍ່ພົບສິ່ງຜິດກົດໝາຍແຕ່ຢ່າງໃດ.​

ປັດຈຸບັນ ເຈົ້າໜ້າທີ່ວິຊາສະເພາະພວມດຳເນີນການສືບສວນ-ສອບສວນເພື່ອຂະຫຍາຍຜົນ.

ທີ່ມາ: ປກສ ແຂວງບໍ່ແກ້ວ