ສົ່ງເສີມໃຫ້ນາຍທຶນມາລົງທຶນ ແຕ່ຢ່າໃຫ້ຕົນເອງຂາດທຶນ
ໂດຍ: ທິດດີ ຖ້າຫາກວ່າ ເຮົາໄດ້ຕິດຕາມ ບັນຍາກາດກອງປະຊຸມ ສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ກຳລັງດຳເນີນຢູ່ ກໍຈະເຫັນໄດ້ວ່າ ໄລຍະອາທິດທຳອິດ ສະມາຊິກສະພາແຫ່ງຊາດມີການຕັ້ງບັນຫາເລື່ອງ ຄ່າໄຟຟ້າ; ການຂຸດຄົ້ນບໍ່ແຮ່ ແລະ ສະເໜີໃຫ້ລັດຖະບານ ພິຈາລະນາຄືນໃນຫຼາຍໆຢ່າງເພື່ອໃຫ້ສອດຄ່ອງກັບ ລະບຽບກົດໝາຍບ້ານເມືອງ….









