ທໍານຽບຂາວຢືນຢັນ ທ່ານ ທຣໍາ ແລະ ທ່ານ ສີຈິ້ນຜິງ ກຽມພົບກັນຢູ່ ສ.ເກົາຫລີ ນອກຮອບກອງປະຊຸມ APEC 2025

                ທໍານຽບຂາວຢືນຢັນວ່າ: ທ່ານ ໂດນັລ ທຣໍາ ປະທານາທິບໍດີອາເມລິກາ ຈະພົບປະກັບທ່ານ ສີຈິ້ນຜິງ ປະທານປະເທດຈີນ ນອກຮອບກອງປະຊຸມ APEC 2025 ຢູ່ ສ.ເກົາຫລີ ໃນທ້າຍເດືອນຕຸລານີ້ ເຊິ່ງເປັນສ່ວນໜຶ່ງຂອງການຢ້ຽມຢາມອາຊີ ນອກເໜືອຈາກມາເລເຊຍ ແລະ ຍີ່ປຸ່ນ.

                 ທ່ານ ແຄໂຣໄລ ເລວິດ (Karoline Leavitt) ໂຄສົກທໍານຽບຂາວ ລະບຸວ່າ: ໃນການຢ້ຽມຢາມອາຊີ 2025 ທ່ານ ທຣໍາ ຈະເດີນທາງໄປມາເລເຊຍເປັນປະເທດທໍາອິດໃນຕອນຄໍ່າຂອງວັນທີ 24 ຕຸລາ ເພື່ອເຂົ້າຮ່ວມກອງປະຊຸມ ASEAN Summit 2025 ຈາກນັ້ນຈະໄປຍີ່ປຸ່ນເພື່ອພົບປະກັບທ່ານ ນາງ ຊານາເອກະ ທາຄາອິຈິ ຜູ້ນໍາຄົນໃໝ່ ແລະ ສ.ເກົາຫລີ ຕາມລໍາດັບ.

                 ສໍາລັບກໍານົດການເບື້ອງຕົ້ນ, ທ່ານ ທຣໍາ ຈະເດີນທາງອອກຈາກຍີ່ປຸ່ນໄປ ສ.ເກົາຫລີ ຢູ່ເມືອງຄະຍອງຈູ ແຂວງຄະຍອງຊັງເໜືອ ເຊິ່ງເປັນບ່ອນຈັດກອງປະຊຸມ APEC 2025 ເພື່ອພົບກັບປະທານາທິບໍດີ ລີແຈມາຢອງ (Lee Jae-myung) ໂດຍຈະກ່າວປາຖະກະຖາໃນງານລ້ຽງອາຫານທ່ຽງຂອງກຸ່ມ CEO ແລະ ເຂົ້າຮ່ວມງານລ້ຽງອາຫານຄໍ່າຂອງຜູ້ນໍາ APEC ໃນວັນທີ 29 ຕຸລາ.

                 ຕໍ່ຈາກນັ້ນວັນທີ 30 ຕຸລາ, ທ່ານ ທຣໍາ ຈະພົບກັບທ່ານ ສີຈິ້ນຜິງ ນອກຮອບກອງປະຊຸມ ເຊິ່ງຄາດວ່າເປັນຕອນເຊົ້າຕາມເວລາທ້ອງຖິ່ນ ເພື່ອຫາລືແບບທະວີພາຄີ ແລະ ເດີນທາງກັບອາເມລິກາທັນທີ.

                ບັນຫາການຫາລືລະະຫວ່າງສອງຜູ້ນໍາມະຫາອໍານາດ ອາດກ່ຽວຂ້ອງກັບມາດຕະການກີດກັນທາງການຄ້າ ພາຍຫລັງຈີນປະກາດຈໍາກັດການສົ່ງອອກແຮ່ຫາຍາກ (Rare Earth) ເຮັດໃຫ້ທ່ານ ທຣໍາ ໃຊ້ມາດຕະການຕອບໂຕ້ຂຶ້ນພາສີ 100% ຕໍ່ຈີນ.

ອ້າງອີງ: