ນາງ ທາຄາອິຈິ ຖະແຫລງຕໍ່ລັດຖະສະພາຍີ່ປຸ່ນ ໃຫ້ຄໍາໝັ້ນໃຊ້ນະໂຍບາຍການເງິນເຊີງບຸກ ເພີ່ມງົບກະຊວງປ້ອງກັນປະເທດ

               ທ່ານ ນາງ ຊານາເອະ ທາຄາອິຈິ ນາຍົກລັດຖະມົນຕີຄົນໃໝ່ຂອງຍີ່ປຸ່ນ ໄດ້ຖະແຫລງຕໍ່ລັດຖະສະພາໃນວັນທີ 24 ຕຸລາວ່າ: ນາງຈະດໍາເນີນມາດຕະການໃຊ້ຈ່າຍທາງການເງິນເຊີງບຸກ ເພື່ອຟື້ນຟູເສດຖະກິດຂອງຍີ່ປຸ່ນ ແລະ ຈະເພີ່ມງົບປະມານດ້ານປ້ອງກັນປະເທດເພື່ອຮັບມືຕໍ່ຄວາມທ້າທາຍດ້ານຄວາມໝັ້ນຄົງທີ່ເພີ່ມຂຶ້ນ.

                ໃນລະຫວ່າງການຖະແຫລງຕໍ່ລັດຖະສະພາເປັນຄັ້ງທໍາອິດນັບແຕ່ໄດ້ຮັບເລືອກໃຫ້ເປັນຜູ້ນໍາຍີ່ປຸ່ນໃນວັນທີ 21 ຕຸລາຜ່ານມາ, ນາງ ທາຄາອິຈິ ໄດ້ເນັ້ນເຖິງຄວາມຕັ້ງໃຈຂອງລັດຖະບານໃນການແກ້ໄຂບັນຫາຄ່າຄອງຊີບທີ່ສູງຂຶ້ນ ເຊິ່ງຖືເປັນ “ວາລະສໍາຄັນສູງສຸດ”.

               ຂະນະດຽວກັນນາງໃຫ້ຄໍາໝັ້ນວ່າຈະເພີ່ມງົບປະມານດ້ານປ້ອງກັນປະເທດຂອງຍີ່ປຸ່ນເປັນ 2% ຂອງລວມຍອດຜະລິດຕະພັນພາຍໃນ (GDP) ພາຍໃນເດືອນມີນາປີໜ້າ ເຊິ່ງໄວກວ່າເປົ້າໝາຍປັດຈຸບັນທີ່ກໍານົດໄວ້ສໍາລັບປີງົບປະມານ 2027 ເຖິງສອງປີ ໂດຍນາງ ທາຄາອິຈິ ໄດ້ຊື່ວ່າເປັນຜູ້ທີ່ສະໜັບສະໜູນການດໍາເນີນນະໂຍບາຍການເງິນແບບຜ່ອນຄາຍ.

                ນາງ ທາຄາອິຈິ ອາຍຸ 64 ປີ ເຊິ່ງເປັນຫົວໜ້າພັກເສລີປະຊາທິປະໄຕ (LDP) ແລະ ເປັນນາຍົກລັດຖະມົນຕີຜູ້ຍິງຄົນທໍາອິດຂອງຍີ່ປຸ່ນ ບໍ່ໄດ້ກ່າວເຖິງການສົ່ງເສີມສິດຂອງຜູ້ຍິງໃນສູນທອນພົດຂອງນາງຄັ້ງນີ້.

                ສໍານັກຂ່າວກຽວໂດລາຍງານວ່າ: ນະໂຍບາຍການເງິນແບບຂະຫຍາຍຕົວຂອງນາງອາດເຮັດໃຫ້ລັດຖະບານຍີ່ປຸ່ນຕ້ອງເພີ່ມການອອກພັນທະບັດເພື່ອຊົດເຊີຍການຂາດດຸນ, ແຕ່ນາງ ທາຄາອິຈິ ກ່າວວ່າ: ລັດຖະບານສາມາດບັນລຸເປົ້າໝາຍຄວາມຍືນຍົງທາງການເງິນ, ຖ້າອັດຕາສ່ວນໜີ້ຂອງລັດຖະບານຕໍ່ GDP ຫລຸດລົງດ້ວຍການເຮັດໃຫ້ແນ່ໃຈວ່າການເພີ່ມຂຶ້ນຂອງໜີ້ສິນນັ້ນຊ້າກວ່າການເຕີບໃຫຍ່ທາງເສດຖະກິດ.

                ສ່ວນການຕໍ່ສູ້ກັບເງິນເຟີ້ນັ້ນ, ນາງ ທາຄາອິຈິ ກ່າວວ່າ: ນາງຕັ້ງເປົ້າຈະຍົກເລີກພາສີນໍ້າມັນຊົ່ວຄາວ ເຊິ່ງມາດຕະການນີ້ມີການໃຊ້ມາແຕ່ປີ 1974. ຂະນະດຽວກັນ ຈະເພີ່ມເກນລາຍໄດ້ທີ່ບໍ່ຕ້ອງເສຍພາສີຈາກປັດຈຸບັນ 1.03 ລ້ານເຢນ (ປະມານ 6,700 ໂດລາ) ເປັນ 1.60 ລ້ານເຢນ ໃນປີນີ້.