ກຽມພ້ອມແຕ່ຫົວທີ ຮັບມືກັບໄພພິບັດຈາກທຳມະຊາດ ຮັບປະກັນໃຫ້ສູນເສຍໜ້ອຍທີ່ສຸດ

ໂດຍ: ຜາຕຸງ
ເຖົ້າແກ່ ປູ່ຍ່າຕານາຍເຄີຍເຕືອນໄວ້ ໃຫ້ລະວັງ ນ້ຳກາງເດືອນແປດ, ເດືອນເກົ້າເຂົ້າສູ່ເດືອນສິບ ຫຼື ເດືອນກໍລະກົດ-ເດືອນກັນຍາ-ເດືອນຕຸລາຂອງແຕ່ລະປີ, ເພາະວ່າໄລຍະນີ້ຢູ່ໃນໄລຍະລະດູຝົນ ຕົກແຮງຕົກໜັກ ເຮັດໃຫ້ຫ້ວຍນ້ຳລຳເຊຍັງ ແຕ່ລະສາຍເຕັມໄປດ້ວຍມວນນ້ຳ ແລະ ຈະມີນ້ຳຖ້ວມໃນຫຼາຍພື້ນທີ່ ອັນນຳໄປສູ່ຄວາມເດືອດຮ້ອນ ແລະ ຄວາມສູນເສຍ ທາງດ້ານຊີວິດ ແລະ ຊັບສິນ ກໍ່ຄືການດຳລົງຊີວິດຂອງປະຊາຊົນເປັນບໍລິເວນກວ້າງ.
ຈາກການຕິດຕາມສະພາບດິນຟ້າອາກາດຜ່ານມາແຕ່ລະປີ ຢູ່ໃນໄລຍະນີ້ມັກເກີດມີລົມພາຍຸພັດຜ່ານເຮັດໃຫ້ມີຝົນຕົກໜັກ ແລະ ມັກຈະມີເກີດນ້ຳຖ້ວມຢູ່ຫຼາຍພື້ນທີ່ທົ່ວປະເທດ ຖ້ວມເຮືອນຊານ ບ້ານຊ່ອງ ເນື້ອທີ່ການຜະລິດ ຜົນຜະລິດ ພື້ນຖານໂຄງລ່າງຂອງການພັດທະນາຖືກເສຍຫາຍເປັນຈຳນວນຫຼາຍ, ຊຶ່ງແຕ່ລະປີລັດຖະບານ, ພາກເອກະຊົນ ແລະ ອົງການຈັດ ຕັ້ງຕ່າງໆ ທັງພາຍໃນແລະສາກົນໄດ້ສຸມທຶນຮອນອັນມະຫາສານ ເຂົ້າຊ່ວຍເຫຼືອຟື້ນຟູປົວແປງ ສິ່ງທີ່ເສຍຫາຍໄປນັ້ນໃຫ້ດີຂຶ້ນມາຕະຫຼອດ,ດັ່ງນັ້ນ ປະຊາຊົນເຮົາຈົ່ງມີສະຕິລະມັດລະວັງກຽມຮັບມືໄວ້ແຕ່ຫົວທີ ເພື່ອຮັບມືກັບໄພທຳມະຊາດໂດຍສະເພາະແມ່ໄພນ້ຳຖ້ວມທີ່ອາດຈະເກີດຂຶ້ນໃນຕໍ່ໜ້າກໍ່ເປັນໄດ້.
ບົດຮຽນອັນລ້ຳຄ່າທີ່ພວກເຮົາປະສົບພົບພໍ້ໃນປີຜ່ານມາແມ່ນໄພນ້ຳຖ້ວມ ເຊິ່ງມັນເກີດຂຶ້ນຢູ່ຫຼາຍເຂດຫຼາຍແຂວງທົ່ວປະເທດ ອ່າວໜັກແດ່ແມ່ນຢູ່ບັນດາແຂວງທາງເຂດພາກເໜືອໂດຍສະເພາະແມ່ນແຂວງ ຫຼວງນ້ຳທາ, ນ້ຳຖ້ວມສ້າງຄວາມສູນເສຍຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນ, ພື້ນຖານໂຄງລ່າງທາງດ້ານເສດຖະກິດຫຼາຍຢ່າງ ຖະໜົນຫົນທາງ ລະບົບຄົມມະນາຄົມ ແລະອື່ນໆສູນເສຍເປັນມູນຄ່າຫຼາຍຕື້ກີບ ນອກຈາກນັ້ນແແລ້ວຍັງມີບັນດາແຂວງພາກກາງ ແລະ ພາກໃຕ້ກໍ່ປະສົບບັນຫາເຊັ່ນດຽວກັນ.
ແນວໃດກໍຕາມ ເຫດໄພພິບັດທາງທຳມະຊາດ ເຊັ່ນ ນ້ຳຖ້ວມ, ແຫ້ງແລ້ງ, ສັດຕູພືດທຳລາຍ ມັນເກີດຂຶ້ນໄດ້ທຸກເມື່ອ ໂດຍທີ່ພວກເຮົາບໍ່ສາມາດຫຼີກໄດ້ ເກີດຂຶ້ນມາແລ້ວຍ່ອມມີຜົນເສຍຫາຍທາງດ້ານ ຊີວິດ, ວັດຖຸ, ຊັບສິນເປັນຈຳນວນຫຼາຍ, ແຕ່ວ່າ ພວກເຮົາສາມາດຫຼຸດຜ່ອນຄວາມສູນເສຍລົງໄດ້ ດ້ວຍຄວາມມີສະຕິລະມັດ ລະວັງເປັນເຈົ້າການເຝົ້າຕິດຕາມ ພະຍາກອນອາກາດ ແລະ ຄຳແຈ້ງເຕືອນຈາກພາກສ່ວນກ່ຽວຂ້ອງເປັນປະຈຳ ເພາະວ່າໄລຍະນີ້ ເຮົາບໍ່ອາດສາມາດເຊື່ອຟ້າຍາມຝົນໄດ້.
ນອກຈາກນັ້ນແລ້ວ ເຈົ້າໜ້າທີ່ກ່ຽວຂ້ອງທຸກພາກສ່ວນ ຕ້ອງເພີ່ມຄວາມຮັບຜິດຊອບໃຫ້ສູງຂຶ້ນຕື່ມອີກໝັ່ນຕິດ ຕາມ ແລະ ແຈ້ງເຕືອນສະພາບດິນຟ້າອາກດໃຫ້ປະຊາຊົນຮັບຮູ້ເປັນປະຈຳ, ເຮັດຢ່າງຕໍ່ເນື່ອງ ຕ້ອງກຽມ ພ້ອມທຸກເງື່ອນໄຂ ແລະ ອຸປະກອນທີ່ຈຳເປັນທຸກຢ່າງ ເພື່ອຊ່ວຍເຫຼືອເຄື່ອນຢ້າຍ ວັດຖຸສິ່ງຂອງ ແລະ ປະຊາຊົນຜູ້ປະສົບໄພຢ່າງທັນການຫາກມີກໍລະນີເກີດຂຶ້ນ, ເຊື່ອໝັ້ນວ່າ ຈາກບົດຮຽນທີ່ຖອດຖອນໄດ້ໃນແຕ່ລະປີຜ່ານມານັ້ນ ເຮົາຈະສາມາດ ພ້ອມກັນຜ່ານຜ່າທຸກອຸປະສັກໄປໄດ້ຢ່າງປອດໄພຂໍພຽງແຕ່ໃຫ້ມີສະຕິລະວັງຕົວຢູ່ສະເໝີ.

