ທົ່ວປະເທດໄດ້ຮັບຜົນກະທົບຈາກພາຍຸວິພາ 34 ເມືອງ, ເສຍຊີວິດ 4 ຄົນ ແລະ ສູນຫາຍ 4 ຄົນ

ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພະຍຸວິພາ ໂດຍການເປັນປະທານຂອງ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການ ຄຸ້ມຄອງໄພພິບັດຂັ້ນສູງກາງ, ມີລັດຖະມົນຕີ, ຫົວໜ້າກົມ, ຮອງກົມ ແລະ ພາກສ່ວນກ່ຽວຂ້ອງ ຈາກບັນດາກະຊວງ ເຂົ້າຮ່ວມ.

ທ່ານ ວົງຄຳ ພັນທະນຸວົງ ຫົວໜ້າກົມສັງຄົມສົງເຄາະ, ທັງເປັນຫົວໜ້າກອງເລຂາຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ລາຍງານ ໄດ້ໃຫ້ຮູ້ວ່າ: ຜົນກະທົບເບື້ອງຕົ້ນຈາກສະພາບລົມພາຍຸໝູນເຂດຮ້ອນ ວິພາ ມີເມືອງທີ່ໄດ້ຮັບຜົນກະທົບທັງໝົດ 34 ເມືອງ, 262 ບ້ານ, ເກືອບ 15 ພັນຄອບຄົວ, ເຮືອນເສຍຫາຍ 2,249 ຫລັງ. ໃນນັ້ນ, ເສຍຫາຍ 100% ຈໍານວນ 183 ຫລັງ; ມີຜູ້ເສຍຊີວິດ 4 ຄົນ. ໃນນີ້, ແຊວງຊຽງຂວາງ 1 ຄົນ ແລະ ແຂວຫລວງພະບາງ 3 ຄົນ, ສູນຫາຍ 4 ຄົນ ຢູ່ແຂວງຫົວພັນ, ບາດເຈັບ 6 ຄົນ; ເນື້ອທີ່ທໍາການຜະລິດເສຍຫາຍ ເກືອບ 2 ພັນເຮັກຕາ, ຕາຂ່າຍໄຟຟ້າ 1 ຈຸດ, ໂຮງຮຽນ 5 ແຫ່ງ, ສັດລ້ຽງ 25 ໂຕ, ເສັ້ນທາງເສຍຫາຍ 47 ແຫ່ງ, ຂົວ 5 ແຫ່ງ, ຊົນລະປະທານ 2 ແຫ່ງ, ສຸຂາພິບານ 17 ແຫ່ງ, ຮ້ານຄ້າ, ພາຫະນະ ແລະ ອື່ນໆ.
ປັດຈຸບັນ ກໍາລັງເກັບກຳຂໍ້ມູນຜົນເສຍຫາຍລະອຽດນຳບັນດາແຂວງ ທີ່ໄດ້ຮັບຜົນກະທົບ ເນື່ອງຈາກນໍ້າຍັງບໍ່ທັນຫລຸດລົງ ແລະ ຄະນະກຳມະການຄຸ້ມຄອງໄພພິບັດແຂວງ ກຳລັງລົງສົມທົບກັບຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ລົງເກັບກໍາຂໍ້ມູນ ແລະ ປະເມີນມູນຄ່າເສຍຫາຍ.

ສ່ວນການແກ້ໄຂສຸກເສີນຂອງບັນດາແຂວງ, ອົງການປົກຄອງແຂວງ ໄດ້ເອົາໃຈໃສ່ຊີ້ນຳຄະນະກຳ ມະການຄຸ້ມຄອງໄພພິບັດແຕ່ລະຂັ້ນໃນການຕິດຕາມ, ເຝົ້າລະວັງ ແລະ ຊຸກຍູ້ຂັ້ນເມືອງ, ຂັ້ນບ້ານ ເພື່ອຮັບມືກັບໄພພິບັດທີ່ເກີດຂຶ້ນເປັນຢ່າງດີ, ຈັດຕັ້ງສູນບັນຊາການຂັ້ນແຂວງ, ຂັ້ນເມືອງ ເພື່ອຮັບມືຕອບໂຕ້ກັບໄພພິບັດທີ່ເກີດຂຶ້ນ, ພ້ອມທັງປະສານງານ ແລະ ລະດົມທຸກພາກສ່ວນ ເພື່ອສະໜັບສະໜູນຊ່ວຍເຫລືອແກ້ໄຂສຸກເສີນໄພພິບັດໃນຄັ້ງນີ້. ພ້ອມນີ້, ຍັງໄດ້ຊີ້ນຳຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ສົມທົບກັບອຳນາດການປົກຄອງບ້ານ ສຸມໃສ່ແກ້ໄຂສຸກເສີນໃນການຊ່ວຍເຫລືອຄອບຄົວທີ່ໄດ້ຮັບຜົນກະທົບ ແລະ ເສຍຫາຍ ໃນເບື້ອງຕົ້ນ ພ້ອມທັງລົງຕິດຕາມ, ຢ້ຽມຢາມໃຫ້ກຳລັງໃຈ, ມອບເງິນຊ່ວຍເຫລືອເບື້ອງຕົ້ນ ໃຫ້ບັນດາເມືອງຢູ່ແຂວງຊຽງຂວາງ ຈຳນວນ 140 ລ້ານກີບ, ມອບເງິນໃຫ້ຄະນະກຳມະການຂັ້ນເມືອງ ເພື່ອຕິດຕາມເຝົ້າລະວັງ 2 ເມືອງ ຄື: ເມືອງຊຽງເງິນ ແລະ ເມືອງນານ ຈຳນວນ 80 ລ້ານກີບ, ພ້ອມທັງເຄື່ອງອຸປະໂພກ-ບໍລິໂພກ ຈຳນວນໜຶ່ງ ໃຫ້ບັນດາເມືອງທີ່ໄດ້ຮັບຜົນກະທົບ.
ພ້ອມນັ້ນ, ຄະນະກຳມະການຂັ້ນແຂວງ ແລະ ຂັ້ນເມືອງ ຍັງໄດ້ສົມທົບກັບອໍານາດການປົກຄອງບ້ານ ກອບກູ້ເອົາປະຊາຊົນຜູ້ທີ່ຕົກຄ້າງ ແລະ ຜູ້ທີ່ເສຍຊີວິດກັບສູ່ຄອບຄົວ; ແກ້ໄຂເສັ້ນທາງບາງເສັ້ນຂອງແຕ່ລະເມືອງ ເພື່ອໃຫ້ການສັນຈອນໄປມາໄດ້ປົກກະຕິ; ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ, ຂັ້ນເມືອງ ໄດ້ສົມທົບກັບອຳນາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນ ສຸມໃສ່ເກັບກຳຂໍ້ມູນ-ປະເມີນຜົນເສຍຫາຍ ເພື່ອລາຍງານຂັ້ນເທິງ ແລະ ວາງແຜນແກ້ໄຂສຸກເສີນ. ຕາມການລາຍງານປັດຈຸບັນ, ບັນດາແຂວງທີ່ໄດ້ຮັບຜົນກະທົບແມ່ນສະເໜີ ຂໍງົບປະມານ, ພະຫະນະ, ອຸປະກອນ ເພື່ອຮັບໃຊ້ແກ້ໄຂສຸກເສີນ, ຂໍເຄື່ອງຊ່ວຍເຫລືອອຸປະໂພກ-ບໍລິໂພກ, ຢາປົວພະຍາດ ເພື່ອມາແກ້ໄຂ້ສຸກເສີນ ແລະ ຟື້ນຟູຊ່ວຍເຫລືອພໍ່ແມ່ປະຊາຊົນ ທີ່ໄດ້ຮັບຜົນເສຍຫາຍ ຈາກໄພພິບັດໃຫ້ກັບຄືນສູ່ສະພາບປົກກະຕິ.
ທີ່ມາ: ຂ່າວສານປະເທດລາວ

