ນະຄອນຫລວງພະບາງ ຈະຈັດງານບຸນຊ່ວງເຮືອ ວັນທີ 14-23 ສິງຫາ 2025

ວັນທີ 30 ກໍລະກົດ 2025 ທ່ານ ສະເຫວີຍ ສີລາວັນ ຮັກສາການປະທານອົງການປົກຄອງ ນະຄອນຫລວງພະບາງ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນ ກ່ຽວກັບ ການຈັດບຸນຫໍ່ເຂົ້າປະດັບດິນ ຫລື ບຸນຊ່ວງເຮືອເດືອນເກົ້າ ທີ່ຍຶ່ງນ້ຳຄານ ນະຄອນຫລວງພະບາງ ປີ2025 ວ່າ: ບຸນຫໍ່ເຂົ້າປະດັບດິນປີນີ້ ຈະໄດ້ຈັດຂຶ້ນວັນທີ 23 ສິງຫາ ຢ່າງຍິ່ງໃຫຍ່ ເຕັມຮູບແບບ ເນັ້ນວັດທະນະທຳ ແລະ ປະເພນີອັນດີງາມຂອງຊາວຫລວງພະບາງ ຄາດຄະເນຈະມີເຮືອເຂົ້າຮ່ວມປະມານ 26 ລໍາ.

ປັດຈຸບັນ, ທາງຄະນະຮັບຜິດຊອບງານບຸນໄດ້ເລີ່ມກະກຽມອະນາໄມຮັກສາຄວາມສະອາດ ປະດັບປະດາຕົວເມືອງ-ສະຖານທີ່ທ່ອງທ່ຽວ ປັກທຸງຊາດ-ທຸງທິວ ກວດກາຈັດສັນຄວາມ ເປັນລະບຽບຮຽບຮ້ອຍຕາມທ້ອງຖະໜົນ ແຄມນ້ຳຄານ ສະຖານທີ່ຊ່ວງເຮືອ ແລະ ຄຸ້ມຄອງການຂາຍເຄື່ອງ ຊະຊາຍຢູ່ຕາມແຄມທາງ ປຸກລະດົມໃຫ້ທຸກພາກສ່ວນ ປະກອບສ່ວນວຽກງານ ຮັກສາຄວາມສະຫງົບ-ປອດໄພໃນທຸກສະຖານທີ່.

ສຳລັບລາຍການເຄື່ອນໄຫວບຸນ ແຕ່ວັນທີ 14-23 ສິງຫາ 2025 ດັ່ງນີ້:
- ວັນທີ 14 ສິງຫາ ແມ່ນງານຕະຫລາດນັດ ວາງສະແດງສິນຄ້າ ຢູ່ເດີ່ນທາດຫລວງ
- ວັນທີ 17 ສິງຫາ ງານບຸນຊ່ວງເຮືອທີ່ຍື່ງຄານ ບ້ານຫາດຮ່ຽນ
- ວັນທີ 21 ສິງຫາ 2025 ງານບຸນຊ່ວງເຮືອທີ່ຍື່ງດົງ ບ້ານສັງຄະໂລກ
- ວັນທີ 22 ສິງຫາ ຕອນເຊົ້າ ແມ່ນໂລະລາດ ຫລື ລົງຕະຫລາດນັດແບບມວນຊົນ ຢູ່ເສັ້ນທາງໃຈກາງນະຄອນ
- ວັນທີ 23 ສິງຫາ ຕອນເຊົ້າ ມີການໃສ່ບາດຢູ່ບັນດາວັດ ຕາມອັດຖະຍາໄສ ເພື່ອຄວາມເປັນສິລິມຸງຄຸນ. ຈາກນັ້ນ, ເວລາ 09:00 ໂມງ ກໍຈະມີພິທີເປີດການແຂ່ງຂັນຊ່ວງເຮືອປະເພນີທີ່ຍື່ງນ້ຳຄານ ຈົນຮອດຮອບຊິງຊະນະເລີດ ແລະ ມອບລາງວັນເປັນອັນວ່າຈົບລາຍການບຸນ.
ທີ່ມາ: Luang Prabang News

